IMF ຄາດວ່າ ເສດຖະກິດອາຊີຈະຂະຫຍາຍຕົວສູງກວ່າຂົງເຂດອື່ນ


ອີງຕາມການລາຍງານຂອງກອງທຶນການເງິນສາກົນ (IMF) ຄາດວ່າເສດຖະກິດໃນຂົງເຂດອາຊີ ຈະຫຍາຍຕົວສູງກວ່າຂົງເຂດອື່ນ ເນື່ອງຈາກການເປີດປະເທດຂອງ ສປ ຈີນ ຈະຊ່ວຍກະຕຸ້ນເສດຖະກິດຂອງຂົງເຂດນີ້ ໂດຍສະເພາະປະເທດໃກ້ຄຽງ ລວມທັງ ສປປ ລາວເຮົານຳ.

ໃນເດືອນ ເມສາ 2023 IMF ໄດ້ລາຍງານຄືນການຕີລາຄາເສດຖະກິດໂລກປີ 2023 ອາດຈະຂະຫຍາຍຕົວຊ້າກວ່າປີທີ່ຜ່ານມາຈາກ 3,4% ໃນປີ 2022 ມາເປັນ 2,8% ໃນປີ 2023. ໂດຍສະເພາະ ບັນດາປະເທດມະຫາອຳນາດຍັງຈະສືບຕໍ່ໄດ້ຮັບຜົນກະທົບຂອງການຕໍ່ສູ້ກັບໄພເງິນເຟີ້ ເຊັ່ນ: ປະເທດສະຫະລັດອາເມຣິກາ ຈະຂະຫຍາຍຕົວພຽງ 1,6% ໃນປີ 2023 (2022 ຢູ່ໃນລະດັບ 2,1%), ປະເທດ ເຢຍລະມັນ -0,1% (ປີ 2022 ແມ່ນ 1,8%), ຝຣັ່ງ 0,7% (ປີ 2022 ແມ່ນ 2,6%) ແລະ ປະເທດອັງກິດ -0,3% (ປີ 2022 ແມ່ນ 4%).

ໃນຂະນະທີ່ຂົງເຂດອື່ນໆໃນໂລກພວມພົບກັບສະພາບຖົດຖອຍທາງດ້ານເສດຖະກິດ, ບັນດາປະເທດໃນຂົງເຂດອາຊີ ພັດກຳລັງຢູ່ໃນໄລຍະຟື້ນຕົວ ໂດຍສະເພາະ ສປ ຈີນ ຄາດວ່າຈະຂະຫຍາຍຕົວໃນລະດັບ 5,2% (ປີ 2022 ແມ່ນ 3%), ຫວຽດນາມ, ໄທ ແລະ ມາເລເຊຍ ແມ່ນຄາດວ່າຈະດີຂຶ້ນ ເນື່ອງຈາກ ສປ ຈີນ ໄດ້ເປີດປະເທດ ເຊິ່ງຈະເພີ່ມອຸປະທານ (ຄວາມຕ້ອງການ) ໃນຕະຫຼາດສູງ, ສ້າງໃຫ້ການຊົມໃຊ້ເພີ່ມຂຶ້ນ ຄາດວ່າເສດຖະກິດຂະຫຍາຍຕົວ ໃນລະດັບ 5,7%, 3,4% ແລະ 4,5% ຕາມລຳດັບ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/