SEC ຂອງມາເລເຊຍສັ່ງໃຫ້ Huobi Global ປິດກິດຈະການ ເນື່ອງຈາກບໍ່ມີໃບອະນຸຍາດໃນການດຳເນີນທຸລະກິດ


ໃນວັນທີ 22 ເດືອນພຶດສະພາ, SEC ຂອງມາເລເຊຍກ່າວວ່າ Crypto exchange Huobi ນັ້ນໄດ້ດໍາເນີນການໃນປະເທດເເບບຜິດກົດໝາຍເນື່ອງຈາກບໍ່ໄດ້ລົງທະບຽນການເເລກປ່ຽນຊັບສິນດິຈິຕອລ (DAX). ໂດຍເຈົ້າ​ໜ້າ​ທີ່​ໄດ້​ລະ​ບຸ​ວ່າ ​ນີ້​ເປັນ​ການ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ​ຕໍ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕະ​ຫຼາດ​ ແລະ​ ການ​ບໍ​ລິ​ການ, ເຊິ່ງ​ກຳນົດ​ໃຫ້ Crypto exchange ​ຈະຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ SEC ຂອງມາເລເຊຍໃນຖານະຜູ້ດຳເນີນການຕະຫຼາດທີ່ໄດ້​ຮັບ​ການຍອມຮັບ (RMO).

ໂດຍກົດໝາຍມາເລເຊຍໄດ້ຈັດໃຫ້ Crypto ຢູ່ໃນປະເພດຂອງຫຼັກຊັບ ແລະ Crypto exchange ຕ່າງໆຈະຕ້ອງໄດ້ພິສູດເຖິງຄວາມເໝາະສົມໃນການຈັດການບໍລິຫານ ແລະ ການປະຕິບັດຕາມຄວາມສ່ຽງຂອງການຟອກເງິນ, ການສະໜອງເງິນທຶນໃຫ້ເເກ່ຜູ້ກໍ່ການຮ້າຍ. ເຊິ່ງກ່ອນ​ໜ້າ​ນີ້ SEC ໄດ້​ສັ່ງ​ໃຫ້​ປິດ​ Crypto exchange ໄປເເລ້ວ​ຫຼາຍ​ກວ່າ 40 ເເຫ່ງນັບ​ຕັ້ງ​ແຕ່​ປີ 2017​.

ດັ່ງນັ້ນ, Crypto exchange Huobi ຈຶ່ງຈຳເປັນຈະຕ້ອງປິດເວັບໄຊ ແລະ ເເອັບພິເຄຊັນໃນມືຖືໃນຫຼາຍເເພລັດຟອມຫຼາຍ Apple Store, Google Play ແລະ ອື່ນໆ.

ຢ່າງໃດກໍຕາມ, ການສັ່ງປິດກິດຈະການຂອງ Huobi Global ອາດຈະກະຕຸ້ນໃຫ້ນັກເທຣດ Crypto ຍ້າຍໄປຊົມໃຊ້ Crypto exchange ອື່ນໆທ່າມກາງຄວາມສົນໃຈໃນວົງການ Crypto ທີ່ເພີ່ມຂຶ້ນໃນປະເທດມາເລເຊຍ, ດ້ວຍການຍອມຮັບເອົາ Crypto ໃນປະເທດມາເລເຊຍໄດ້ເພີ່ມຂຶ້ນຈາກ 20% ໃນລະຫວ່າງໄຕມາດທີ 4 ຂອງປີ 2021 ເປັນ 26% ໃນປີຕໍ່ມາ.

ນອກຈາກນີ້ SEC ຍັງໄດ້​ເເຈ້ງເຕືອນໃຫ້​ບັນດາ​ນັກ​ເທຣດຊາວມາ​ເລ​ເຊຍ​ທຸກຄົນຢຸດ​ການ​ຊື້​ຂາຍ, ຖອນ​ເງິນ ​ແລະ ​ປິດ​ບັນຊີຂອງຕົນເອງ​ຢູ່ Huobi ​ໂດຍ​ທັນທີ, ນັບ​ແຕ່​ເດືອນ​ສິງຫາ​ປີ 2022 ​ເປັນຕົ້ນໄປ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/