Haiyaa! Uncle Roger ຖືກຈີນລຶບບັນຊີສື່ສັງຄົມອອນລາຍ ຫຼັງຫຼິ້ນມຸກຕະຫຼົກ ກ່ຽວກັບລັດຖະບານຈີນ


Uncle Roger ນັກສະແດງຕະຫຼົກຊື່ດັງຈາກ ມາເລເຊຍ ຜູ້ທີ່ມີສຳນຽງອັນໜ້າສົນໃຈ ພ້ອມກັບຄຳສັັບຕິດຫູຢ່າງ Haiyaa ແລະ Fuiyoh ໄດ້ອອກມາເປີດເຜີຍວ່າບັນຊີ ໃນສື່ສັງຄົມອອນລາຍ ຖືກລຶບຫາຍໄປ ຫຼັງຕົນເອງຫຼິ້ນມຸກຕະຫຼົກກ່ຽວກັບລັດຖະບານປະເທດຈີນ ໃນການສອດແນມປະຊາຊົນ ລວມໄປເຖິງ ຫຼິ້ນມຸກຕະຫຼົກກ່ຽວກັບປະເດັນ ໄຕ້ຫວັນ.

ໂດຍ Uncle Roger ຫຼື ທີ່ມີຊື່ແທ້ວ່າ ໄນເຈວ ອິງ (Nigel Ng) ລະບຸວ່າ ບັນຊີສັງຄົມອອນລາຍຢ່າງ Bilibili ແລະ Weibo ຂອງລາວທີ່ມີຜູ້ຕິດຕາມຫຼາຍກວ່າ 400.000 ຄົນ ຖືກລະງັບການໃຊ້ບໍລິການ ໂດຍແພລັດຟອມດັ່ງກ່າວແຈ້ງວ່າ ລາວໄດ້ກະທຳບາງຢ່າງ ທີ່ລະເມີດຕໍ່ກົດໝາຍ ຫຼື ຂໍ້ກຳນົດ.

ເຊິ່ງທັງ Uncle Roger ແລະ ແຟນໆຂອງລາວ ສັນນິຖານກັນວ່າ ໜ້າຈະເປັນຜົນເນື່ອງມາຈາກ ການທີ່ລາວ ໂພສວິດີໂອ ລົງໃນ Twitter ແລະ YouTube ທີ່ເປັນການສະແດງຕະຫຼົກຂອງລາວ ທີ່ມີເນື້ອຫາຫຼິ້ນມຸກຕະຫຼົກກ່ຽວກັບ ລັດຖະບານຈີນ ໂດຍມີຊື່ວ່າ Uncle Roger about to get cancelled ໂດຍວິດີໂອກັ່ງກ່າວຮອດປັດຈຸບັນມີຄົນເຂົ້າເບິ່ງລວມກັນແລ້ວ ຫຼາຍກວ່າ 8 ລ້ານເທື່ອ.

ໂດຍໃນວິດີໂອ ລາວກຳລັງເຮັດການສະແດງ ພ້ອມກັບໄດ້ຖາມເດັກຊາຍຄົນໜຶ່ງວ່າມາຈາກປະເທດໃດ ເຊິ່ງຄຳຕອບທີ່ໄດ້ກໍຄື ກວາງໂຈ ປະເທດຈີນ ເຊິ່ງ Uncle Roger ກໍໄດ້ບອກວ່າ: “ໂອ້ ເປັນປະເທດທີ່ດີ ເປັນປະເທດທີ່ດີ” ພ້ອມກັບເຮັດໜ້າຕະຫຼົກ ເຊິ່ງໄດ້ສຽງເຮຈາກຄົນເບິ່ງເປັນຈຳນວນຫຼາຍ.

ນອກຈາກນີ້ລາວຍັງໄດ້ບອກຕໍ່ອີກວ່າ: “ຈີນເປັນປະເທດທີ່ດີ ແມ່ນບໍ່ ເຮົາຕ້ອງເວົ້າແບບນັ້ນຖືກບໍ່ ເພາະໂທລະສັບທຸກເຄື່ອງກຳລັງຟັງເຮົາຢູ່” ຫຼັງຈາກນັ້ນລາວໄດ້ໃຊ້ມີຕົບໄປທີ່ໂທລະສັບໃນຖົງໂສ້ງ ພ້ອມກັບອວຍພອນວ່າ: “ຂໍໃຫ້ປະທານາທິບໍດີ ສີຈິ້ນຜິງ ຈະເລີນໆ” ພ້ອມກັບຖອນລົມຫາຍໃຈອີກບາດໜຶ່ງ ສະແດງເຖິງຄວາມໂລ່ງໃຈ.

ນອກຈາກນີ້ ຍັງໄດ້ ບອກກັບຜູ້ຊົມຄົນທີ່ມາຈາກ ໄຕ້ຫວັນອີກວ່າ: “ໄຕ້ຫວັນບໍ່ແມ່ນປະເທດທີ່ແທ້ຈິງ ແລະ ຫວັງວ່າຈັກມື້ໜຶ່ງໄຕ້ຫວັນຈະລວມເຂົ້າກັບຈີນແຜ່ນດິນໃຫຍ່” ເວົ້າໃນລັກສະນະສຽດສີ ເຊິ່ງໄດ້ສຽງເຮຈາກຄົນເບິ່ງເປັນຈຳນວນຫຼາຍ.

Uncle Roger ຖືເປັນນັກສະແດງຕະຫຼົກຄົນຫຼ້າສຸດທີ່ຖືກທາງການຈີນປາບປາມ ໂດຍເມື່ອອາທິດທີ່ຜ່ານມາໄດ້ມີຂ່າວທາງການຈີນສັ່ງປັບໃໝເງິນນັກສະແດງຕະຫຼົກສູງເຖິງ 14,7 ລ້ານຢວນ ຂໍ້ຫາຫຼິ້ນມຸກຕະຫຼົກກ່ຽວກັບຄຳຂວັນຂອງ ສີຈິ້ນຜິງ ທີ່ມອບໝາຍໃຫ້ທາງກອງທັບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/