ຫຼາຍເມືອງໃນອາຊີຕາເວັນອອກສຽງໃຕ້ໄດ້ປະເຊີນກັບອຸນຫະພູມທີ່ຮ້ອນອົບເອົ້າໃນໄລຍະທ້າຍອາທິດທີ່ຜ່ານມາ. ໂດຍມີບາງພຶ້ນທີ່ອຸນຫະພູມໄດ້ເເຕະລະດັບສູງສຸດເປັນສະຖິຕິໃໝ່ໃນປະຫວັດສາດ. ຍ້ອນການປ່ຽນແປງຂອງສະພາບດິນຟ້າອາກາດທົ່ວໂລກເຮັດໃຫ້ຄື້ນຄວາມຮ້ອນ ແລະ ມົນລະພິດທາງອາກາດເພີ່ມທະວີຄວາມຮຸນເເຮງຂຶ້ນຢູ່ໃນພູມີພາກ.
ອຸນຫະພູມໃນເມືອງ Tương Dương ປະເທດຫວຽດນາມ ເພີ່ມສູງຂຶ້ນເປັນປະຫວັດສາດທີ່ 44,2 ອົງສາ ໃນວັນອາທິດທີ່ຜ່ານມາ ຕາມການລາຍງານຂອງສູນພະຍາກອນອຸທົກກະສາດແຫ່ງຊາດຫວຽດນາມ, ຕົວເມືອງຫຼວງພະບາງ ປະເທດລາວ ມີອຸນຫະພູມສູງສຸດເປັນຫວັດສາດທີ່ 43.5 ອົງສາໃນວັນເສົາທີ່ຜ່ານມາ, ເມືອງຫຼວງຂອງປະເທດໄທກໍໄດ້ປະເຊີນກັບອຸນຫະພູມທີ່ສູງສຸດເຖິງ 41 ອົງສາ ໃນທ້າຍອາທິດທີ່ຜ່ານມາເຊັ່ນກັນ. ນອກຈາກນີ້ສຳນັກງານສິ່ງເເວດລ້ອມເເຫ່ງຊາດຍັງໄດ້ລະບຸວ່າ ສິງກະໂປມີອຸູນຫະພູມສູງເຖິງ 37 ອົງສາ ເມື່ອວັນເສົາທີ່ຜ່ານມາ ເຊິ່ງທຽບເທົ່າກັບສະຖິຕິສູງສຸດໃນປະຫວັດສາດທີ່ບັນທຶກໄວ້ເມື່ອ 40 ປີກ່ອນ.

ອາຊີຕາເວັນອອກສຽງໃຕ້ ເປັນໜຶ່ງໃນພູມີພາກທີ່ມີຄວາມສ່ຽງທີ່ສຸດຕໍ່ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງເຮັດໃຫ້ເກີດຄື້ນຄວາມຮ້ອນຢູ່ຫຼາຍຄັ້ງ ແລະ ເພິ່ມທະວີຄວາມຮຸນແຮງຂຶ້ນ, ພ້ອມທັງຍັງເຮັດໃຫ້ມົນລະພິດທາງອາກາດໃນພູມີພາກມີຄວາມຮຸນເເຮງຂຶ້ນ, ການປະສົມປະສານກັນຂອງຄວາມຮ້ອນທີ່ຮ້າຍແຮງ ແລະ ລະດັບໝອກຄວັນສູງໃນພູມີພາກ ເຮັດໃຫ້ເກີດພະຍາດທີ່ກ່ຽວພັນກັບຄວາມຮ້ອນ ເຊັ່ນ: ບັນຫາລະບົບຫາຍໃຈ, ຫຼອດເລືອດ ແລະ ຫົວໃຈ.
ອຸນຫະພູມທີ່ຮ້ອນອົບເອົ້າໃນປີນີ້ສາມາດເຊື່ອມໂຍງກັບບັນຫາຫຼາຍຢ່າງ, ຈາກປະລິມານນໍ້າຝົນທີ່ລົດລົງໃນລະດູໜາວທີ່ຜ່ານມາ ແລະ ປາກົດການ El Niño ນີ້ແມ່ນຮູບແບບສະພາບອາກາດໂດຍທົ່ວໄປທີ່ຈະນໍາເອົາສະພາບອາກາດທີ່ຮ້ອນ ແລະ ແຫ້ງແລ້ງມາສູ່ພູມີພາກ.
ຢ່າງໃດກໍຕາມ, ວາລະສານ “Communications Earth & Environment” ໃນປີ 2022 ໄດ້ເຕືອນວ່າລະດັບອັນຕະລາຍຂອງຄວາມຮ້ອນຈະເກີດຂຶ້ນເລື້ອຍໆລະຫວ່າງ 3 ຫາ 10 ເທົ່າພາຍໃນທ້າຍສະຕະວັດນີ້. ພູມີພາກເຂດຮ້ອນ ລວມທັງພື້ນທີ່ສ່ວນໃຫຍ່ຂອງອາຊີ ອາດຈະປະເຊີນກັບມື້ທີ່ມີອາກາດຮ້ອນຂຶ້ນເປັນສອງເທົ່າ ແລະ ປະເຊີນກັບໄພອັນຕະລາຍຈາກໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ພາຍຸໄຕ້ຝຸ່ນ ນອກເໜືອໄປຈາກຄວາມຮ້ອນ ແລະ ຄວາມຊຸ່ມຊື່ນເພີ່ມຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/