ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ກຳລັງປະ​ເຊີນ​ກັບ​ຄວາມ​ຮ້ອນ​ ແລະ​ ມົນ​ລະ​ພິດ​ທາງ​ອາກາດຢ່າງໜັກໜ່ວງ


ຫຼາຍ​ເມືອງ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ປະເຊີນ​ກັບ​ອຸນຫະພູມ​ທີ່​ຮ້ອນອົບ​ເອົ້າ​ໃນ​ໄລຍະທ້າຍ​ອາທິດທີ່ຜ່ານມາ. ໂດຍມີບາງພຶ້ນທີ່ອຸນຫະພູມໄດ້ເເຕະລະດັບສູງສຸດເປັນ​ສະຖິຕິ​ໃໝ່ໃນປະຫວັດສາດ. ຍ້ອນ​ການ​ປ່ຽນ​ແປງ​ຂອງສະພາບດິນ​ຟ້າ​ອາ​ກາດ​ທົ່ວ​ໂລກເຮັດໃຫ້​ຄື້ນ​ຄວາມ​ຮ້ອນ ​ແລະ​ ມົນ​ລະ​ພິດ​ທາງ​ອາ​ກາດ​ເພີ່ມທະວີຄວາມຮຸນເເຮງ​ຂຶ້ນ​ຢູ່​ໃນ​ພູມີພາກ.

ອຸນຫະພູມໃນເມືອງ Tương Dương ປະເທດຫວຽດນາມ ເພີ່ມສູງຂຶ້ນເປັນປະຫວັດສາດທີ່ 44,2 ອົງສາ ໃນວັນອາທິດທີ່ຜ່ານມາ ຕາມການລາຍງານຂອງສູນພະຍາກອນອຸທົກກະສາດແຫ່ງຊາດຫວຽດນາມ, ຕົວເມືອງຫຼວງພະບາງ ປະເທດລາວ ມີອຸນຫະພູມສູງສຸດເປັນຫວັດສາດທີ່ 43.5 ອົງສາໃນວັນເສົາທີ່ຜ່ານມາ, ເມືອງຫຼວງຂອງປະເທດໄທກໍໄດ້ປະເຊີນກັບອຸນຫະພູມທີ່ສູງສຸດເຖິງ 41 ອົງສາ ໃນທ້າຍອາທິດທີ່ຜ່ານມາເຊັ່ນກັນ. ນອກຈາກນີ້ສຳນັກງານສິ່ງເເວດລ້ອມເເຫ່ງຊາດຍັງໄດ້ລະບຸວ່າ ສິງກະໂປມີອຸູນຫະພູມສູງເຖິງ 37 ອົງສາ ເມື່ອວັນເສົາທີ່ຜ່ານມາ ເຊິ່ງທຽບເທົ່າກັບສະຖິຕິສູງສຸດໃນປະຫວັດສາດທີ່ບັນທຶກໄວ້ເມື່ອ 40 ປີກ່ອນ.

ອາຊີຕາເວັນອອກສຽງໃຕ້ ເປັນໜຶ່ງໃນພູມີພາກທີ່ມີຄວາມສ່ຽງທີ່ສຸດຕໍ່ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງເຮັດໃຫ້ເກີດຄື້ນຄວາມຮ້ອນຢູ່ຫຼາຍຄັ້ງ ແລະ ເພິ່ມທະວີຄວາມຮຸນແຮງຂຶ້ນ, ​ ພ້ອມທັງຍັງເຮັດໃຫ້​ມົນ​ລະ​ພິດ​ທາງ​ອາກາດ​ໃນ​ພູມີພາກມີຄວາມຮຸນເເຮງຂຶ້ນ, ການ​ປະສົມປະສານກັນ​ຂອງ​ຄວາມ​ຮ້ອນ​ທີ່​ຮ້າຍ​ແຮງ ​ແລະ ລະດັບ​ໝອກ​ຄວັນ​ສູງ​ໃນພູມີພາກ ​ເຮັດ​ໃຫ້​ເກີດ​ພະຍາດ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ຮ້ອນ ເຊັ່ນ: ບັນຫາລະບົບຫາຍໃຈ, ຫຼອດເລືອດ ແລະ ຫົວໃຈ.

ອຸນ​ຫະ​ພູມ​ທີ່​ຮ້ອນ​ອົບເອົ້າໃນ​ປີ​ນີ້​ສາ​ມາດ​ເຊື່ອມ​ໂຍງກັບ​ບັນ​ຫາຫຼາຍຢ່າງ​, ຈາກປະລິມານນໍ້າຝົນທີ່ລົດລົງໃນລະດູໜາວທີ່ຜ່ານມາ ແລະ ປາກົດການ El Niño ນີ້​ແມ່ນ​ຮູບ​ແບບສະພາບອາ​ກາດ​ໂດຍ​ທົ່ວ​ໄປທີ່ຈະ​​ນໍາ​ເອົາ​ສະ​ພາບອາກາດທີ່​ຮ້ອນ ​ແລະ​ ແຫ້ງ​ແລ້ງ​ມາສູ່ພູມີພາກ.

ຢ່າງໃດກໍຕາມ, ວາລະສານ “Communications Earth & Environment” ໃນປີ 2022 ໄດ້ເຕືອນວ່າລະດັບອັນຕະລາຍຂອງຄວາມຮ້ອນຈະເກີດຂຶ້ນເລື້ອຍໆລະຫວ່າງ 3 ຫາ 10 ເທົ່າພາຍໃນທ້າຍສະຕະວັດນີ້. ພູມີພາກເຂດຮ້ອນ ລວມ​ທັງພື້ນທີ່ສ່ວນໃຫຍ່ຂອງ​ອາ​ຊີ​ ອາດຈະປະເຊີນກັບມື້ທີ່ມີອາກາດຮ້ອນຂຶ້ນເປັນສອງເທົ່າ ແລະ ປະເຊີນກັບໄພອັນຕະລາຍຈາກໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ພາຍຸໄຕ້ຝຸ່ນ ນອກເໜືອໄປຈາກຄວາມຮ້ອນ ແລະ ຄວາມຊຸ່ມຊື່ນເພີ່ມຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/