Louis Vuitton ຈາກເດັກກຳພ້າບໍ່ມີບ້ານ ກາຍມາເປັນເຈົ້າຂອງແບຣນມູນຄ່າສູງລະດັບໂລກ


ຖ້າເວົ້າເຖິງແບຣນ Louis Vuitton ແລ້ວ ຫຼາຍຄົນຄົງຮູ້ຈັກ ແລະ ຄຸ້ນເຄີຍ ເພາະເປັນແບຣນທີ່ດັງລະດັບດັບໂລກ ມີປະຫວັດຄວາມເປັນມາທີ່ຍາວນານ, ໂດຍສະເພາະປະຫວັດຜູ້ສ້າງແບຣນນີ້ຂຶ້ນມາ ແລະ ພິເສດທີ່ສຸດ ແມ່ນຜູ້ສ້າງມີປະຫວັດທີ່ໜ້າສົນໃຈ ເພາະເປັນບຸກຄົນທີ່ກຳເນີດມາໃນຖະນາທີ່ທຸກຍາກ ເປັນພຽງລູກຊາວນາ ເປັນຄົນບໍ່ມີທີ່ຢູ່ອາໄສ ຕ້ອງໄດ້ຂໍເຂົ້າຄົນອື່ນກິນ.

Louis Vuitton ເກີດຈາກລູກຊາວນາທຸກຍາກ ແມ່ຂອງລາວເສຍຊີວິດຕັ້ງແຕ່ຍັງນ້ອຍ ສ່ວນພໍ່ຂອງລາວກໍໄດ້ສ້າງຄອບຄົວໃໝ່ ຖືກແມ່ລ້ຽງໃຈດຳປະຕິບັດກັບລາວແບບບໍ່ຫວັງດີ ຈົນເຮັດໃຫ້ Louis ກາຍເປັນຄົນບໍ່ມີເຮືອນ ຕ້ອງໄດ້ໄປຂໍເຂົ້າກິນຕາມເຂດໃກ້ເຮືອນຄຽງ ແລະ ຂໍເຮັດວຽກນຳຄົນໃນບ້ານ. ຫຼາຍຄົນທີ່ເຫັນກໍຄົງຄິດວ່າບຸກຄົນແບບນີ້ອາດຈະບໍ່ປະສົບຜົນສຳເລັດ.

ຈົນມີມື້ໜຶ່ງ Louis ໄດ້ມີໂອກາດ ເຮັດວຽກໃຫ້ກັບຊ່າງຫີບເກັບເຄື່ອງ ທີ່ມີຊື່ສຽງໃນກຸງປາຣີສ. ເພາະລາວເປັນຄົນບໍ່ມີເຮືອນຢູ່ ເລີຍເຮັດໃຫ້ລາວຖືກກົດຄ່າແຮງ ແລະ ໄດ້ເຮັດວຽກໜັກກວ່າຄົນອື່ນອີກ. ແຕ່ລາວກັບເບິ່ງໂລກໃນແງ່ດີ ລາວເຮັດວຽກຢ່າງຕັ້ງໃຈ ເຖິງຈະຖືກເອົາປຽບກໍຕາມ ແລະ ສິ່ງທີ່ລາວເຮັດນັ້ນ ກາຍເປັນຈຸດເລີ່ມຕົ້ນສູ່ການປ່ຽນແປງຊີວິດຂອງລາວໄປຕະຫຼອດການ.

Louis Vuitton ເປັນຄົນທີ່ບໍ່ໄດ້ເຮັດວຽກໄປວັນໆ ແຕ່ລາວເປັນຄົນທີ່ມີຄວາມດຸໝັ່ນມີຄວາມກະຕືລືລົ້ນ ມັກສັງເກດ ແລະ ສຶກສາວ່າຊ່າງຄົນອື່ນເຂົາມີວິທີການເຮັດຫີບແນວໃດ ມີເທັກນິກແນວໃດແດ່ ດ້ວຍຄວາມທີ່ລາວເຮັດວຽກຫຼາຍກວ່າຄົນອື່ນຢູ່ແລ້ວ ມັນເລີຍເຮັດໃຫ້ສີມືຂອງລາວມີຄວາມພັດທະນາຂຶ້ນແບບກ້າວກະໂດດຂັ້ນ.

ຫຼັງຈາກລາວເຮັດຢູ່ໃນໄລຍະໜຶ່ງ ແລ້ວກໍເຮັດໃຫ້ລາວຮູ້ສຶກວ່າ “ຫີບ” ໃບນັ້ນອອກແບບບໍ່ໄດ້ມາດຕະຖານ ແລະ ລາວຈຶ່ງຄົ້ນພົບວ່າ “ຫີບ” ທີ່ຖືກຕ້ອງນັ້ນຕ້ອງເປັນແບບໃດ. ລາວຈຶ່ງໃຊ້ເງິນທັງໝົດທີ່ລາວມີນັ້ນ ອອກມາເປີດຮ້ານເປັນຂອງຕົນເອງ ໂດຍກົນລະຍຸດທຳອິດຂອງ Louis Vuitton ຄືລາວຮູ້ວ່າ “ຖ້າຈະປະສົບຜົນສຳເລັດທຸລະກິດນີ້ ຕ້ອງມີສິນຄ້າທີ່ແຕກຕ່າງຈາກຄົນອື່ນ”.

ຖ້າຢ້ອນກັບໄປໃນຍຸກນັ້ນ ແມ່ນຈະເດີນທາງດ້ວຍການໃຊ້ມ້າເປັນຍານພາຫະນະ ຫີບໃນຍຸກນັ້ນ ເລີຍເພພັງໄດ້ງ່າຍ, ລາວກໍເລີຍເບິ່ງວ່າ ຖ້າຫີບມັນເພງ່າຍເປັນຫຍັງບໍ່ເອົາເຫຼັກມາເປັນສ່ວນປະກອບ ເພື່ອເສີມຄວາມແຂງແຮງ ກໍປ່ຽນວັດສະດຸຈາກໄມ້ເປັນເຫຼັກມາເສີມຂອບ ເພື່ອເສີມຄວາມແຂງແຮງ ປ່ຽນວັດສະດຸໄມ້ເປັນແພແຄນວາສ ເພື່ອລົດນ້ຳໜັກລົງ. ເຊິ່ງ Louis Vuitton ໃສ່ໃຈລາຍລະອຽດໃນທຸກດີເທລໃນການອອກແບບກ່ອງຂອງລາວ ໂດຍໄດ້ແບ່ງຊ່ອງໃນຫີບຊ່ອງໃດເອົາໄວ້ໃສ່ເສື້ອຜ້າ ຊ່ອງໃດເອົາໄວ້ໃສ່ເຄື່ອງປະດັບ; ລາວກໍເລີຍຄິດວ່າເປັນຫຍັງບໍ່ອອກແແບບໃຫ້ຝາໃຫ້ມັນເປັນຝາແບນ ເພື່ອທີ່ຈະສາມາດວາງຊ້ອນຕໍ່ໆກັນໄດ້ ເຮັດໃຫ້ເວລາຂົນສາມາດຂົນໄດ້ຫຼາຍໃບ ໂດຍໃຊ້ລົດມ້າພຽງຄັນດຽວ ຖ້າເວົ້າໃນຍຸກນັ້ນຖືວ່າລ້ຳສຸດໆແລ້ວ.

ນອກຈາກນີ້ ການຕະຫຼາດກໍດັງໄປໄກ ແລະ ໄດ້ສັງເກດຕະຫຼອດວ່າ ຜູ້ຄົນຕ້ອງການແບບໃດ. ໃນໄລຍະນັັ້ນ ຈະມີໂຈນຫຼາຍພໍສົມຄວນ ລາວກໍໄດ້ຄິດຄົ້ນອອກແບບມາອີກ ວ່າຈະບໍ່ໃຫ້ໂຈນປາດກະເປົາໄດ້ແນວໃດ ລາວຈຶ່ງອອກແບບອັນລັອກແບບພິເສດຂຶ້ນມາ ແລະ ຕິດຕັ້ງໄວ້ກັບຫີບ. ຫຼັງຈາກນັ້ນ ກໍໃຫ້ໜັງສືພິມປະກາດທ້ານັກມາຍາກົນທີ່ດັງທີ່ສຸດໃນໂລກ ໃຜກໍຕາມທີ່ປົດລັອກຫີບໄດ້ ແມ່ນຈະໄດ້ເງິນຮາງວັນ. ມາຍາກົນມາເຫັນຫີບແລ້ວເຖິງກັບທໍ້ ແລ້ວກໍຖອນຕົວຈາກການແຂ່ງຂັນໄຂຫີບ ເລື່ອງລາວການທ້າທາຍຄັ້ງນັ້ນ ໄດ້ສ້າງຊື່ສຽງໃຫ້ກັບ Louis Vuitton ຈົນຜູ້ຄົນຫັນມາໃຊ້ກະເປົາ Louis Vuitton ກັນຈົນໝົດ ແລະ ນີ້ກໍຄືຕຳນານມາຮອດປັດຈຸບັນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/