ອະຫິວາໝູອາຟຣິກາ ລະບາດ 7 ແຂວງ ສູນເສຍກວ່າ 58 ຕື້, ລັດເລັ່ງອອກນະໂຍບາຍ ຜູ້ລ້ຽງໝູ
ພະຍາດອະຫິວາໝູອາຟຣິກາ ພວມແຜ່ລະບາດໜັກໃນ 7 ແຂວງທົ່ວປະເທດ ສ້າງຄວາມເສຍຫາຍແລ້ວກວ່າ 58 ຕື້ກີບ ໂດຍກະທົບໜັກທີ່ສຸດຕໍ່ກຸ່ມຜູ້ລ້ຽງໝູແບບຄອບຄົວ. ຂະນະທີ່ລັດຖະບານເລັ່ງງັດມາດຕະການແບ່ງເຂດຄວບຄຸມເດັດຂາດ ແລະ ຮີບຮ້ອນຄົ້ນຄວ້ານະໂຍບາຍຊົດເຊີຍເພື່ອຍ່ຽວຍາຜູ້ປະສົບໄພຢ່າງຮີບດ່ວນ.
ປັດຈຸບັນ ສະຖານະການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ຂະຫຍາຍເປັນວົງກວ້າງກວມເອົາ 91 ເມືອງ ໃນແຂວງຜົ້ງສາລີ, ໄຊຍະບູລີ, ໄຊສົມບູນ, ຫົວພັນ, ອຸດົມໄຊ, ຫລວງພະບາງ ແລະ ນະຄອນຫລວງວຽງຈັນ. ຂໍ້ມູນເບື້ອງຕົ້ນພົບວ່າມີໝູຕາຍແລ້ວເຖິງ 14.002 ໂຕ ເຊິ່ງເປັນການຕາຍຍ້ອນຕິດເຊື້ອ 10.041 ໂຕ ແລະ ຖືກຂ້າທຳລາຍຕາມຫຼັກວິຊາການເພື່ອຕັດວົງຈອນພະຍາດອີກ 3.961 ໂຕ. ຕາມການລາຍງານຂອງຂ່າວສານປະເທດລາວ.
ສິ່ງທີ່ໜ້າເປັນຫ່ວງຄື ຜົນກະທົບອັນໜັກໜ່ວງນີ້ໄດ້ຕົກໄປຢູ່ກັບຊາວກະສິກອນຜູ້ລ້ຽງໝູແບບຄອບຄົວທີ່ກວມເອົາອັດຕາການຕາຍເຖິງ 79,2% ເນື່ອງຈາກຂາດລະບົບປ້ອງກັນພະຍາດທາງຊີວະພາບທີ່ໄດ້ມາດຕະຖານ ເມື່ອທຽບກັບການລ້ຽງແບບເປັນຟາມ.
ທ່ານ ບົວຫົງ ຄຳຫາ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ຊີ້ແຈງໃນວັນທີ 24 ກັນຍາ 2026 ວ່າ ຍ້ອນພະຍາດນີ້ຍັງບໍ່ມີຢາປິ່ນປົວ ແລະ ວັກຊີນທີ່ມີປະສິດທິພາບ ການຮັບມືຈຶ່ງຕ້ອງອາໄສການຄວບຄຸມການເຄື່ອນຍ້າຍຢ່າງເຂັ້ມງວດ.
ເພື່ອຫຼຸດຜ່ອນຜົນກະທົບທາງເສດຖະກິດ ທາງການໄດ້ກຳນົດການແບ່ງເຂດຄຸ້ມຄອງຢ່າງຊັດເຈນ ໂດຍເຂດສີແດງແມ່ນຫ້າມເຄື່ອນຍ້າຍ ແລະ ນຳເຂົ້າເດັດຂາດ, ສ່ວນເຂດສີເຫລືອງທີ່ມີຄວາມສ່ຽງ ຍັງອະນຸຍາດໃຫ້ຟາມລະບົບປິດສາມາດເຄື່ອນຍ້າຍໝູໄດ້ເປັນກໍລະນີພິເສດ ແຕ່ຕ້ອງຜ່ານການກວດກາສຸຂະພາບສັດ 14 ວັນ ເພື່ອໃຫ້ທຸລະກິດຍັງເດີນໜ້າຕໍ່ໄດ້ ໃນຂະນະທີ່ເຂດສີຂຽວໃຫ້ສືບຕໍ່ເຝົ້າລະວັງຢ່າງຮັດກຸມ.
ພ້ອມກັນນັ້ນ ທ່ານຍັງເນັ້ນຢໍ້າໃຫ້ປະຊາຊົນຢ່າແຕກຕື່ນ ເພາະພະຍາດນີ້ບໍ່ຕິດຕໍ່ສູ່ຄົນ ແລະ ຍັງບໍລິໂພກຊີ້ນໝູໄດ້ຕາມປົກກະຕິ ແຕ່ຕ້ອງເລືອກຊື້ຈາກແຫລ່ງທີ່ເຊື່ອຖືໄດ້ ເພື່ອບໍ່ໃຫ້ກາຍເປັນພາຫະນະນຳເຊື້ອ.
ຈາກວິກິດການດັ່ງກ່າວ ເລື່ອງນີ້ໄດ້ກາຍເປັນວາລະເຄັ່ງຮ້ອນໃນກອງປະຊຸມລັດຖະບານປະຈຳເດືອນກັນຍາຜ່ານມາ ເຊິ່ງລັດຖະບານໄດ້ອອກຄຳສັ່ງດ່ວນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງລົງເລິກຊອກຫາສາເຫດຕົວຈິງ ເພື່ອສະກັດກັ້ນບໍ່ໃຫ້ລຸກລາມໄປຕື່ມ.
ພ້ອມກັນນັ້ນ ກໍໄດ້ຊີ້ນຳໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍຊ່ວຍເຫຼືອ ແລະ ຊົດເຊີຍແກ່ຜູ້ປະກອບການ ລວມເຖິງຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບ ເພື່ອແບ່ງເບົາພາລະ ແລະ ຟື້ນຟູອາຊີບການລ້ຽງໝູໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ.
#LaoX #ຂ່າວລາວ #ອະຫິວາໝູອາຟຣິກາ #ພະຍາດໝູ #ກະຊວງກະສິກຳ #ຊ່ວຍເຫລືອຊາວກະສິກອນ #ເສດຖະກິດລາວ


