ສຳນັກງານນາຍົກລັດຖະມົນຕີ

ໃນວັນທີ 28 ກໍລະກົດ 2022 ນີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບ ໃບຢັ້ງຢືນໃຫ້ບັນດາຄະນະພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ແລະ ບັນດາໜ່ວຍພັກຮາກຖານ (12 ໜ່ວຍພັກ) ທີ່ຂຶ້ນກັບ ອົງຄະນະພັກ ຫສນຍ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021, ພ້ອມທັງເປີດຂະບວນການແຂ່ງຂັນ ປະຈຳປີ 2022.

ໃຫ້ກຽດມອບໃບຢັ້ງຢືນໂດຍສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫສນຍ, ລັດຖະມົນຕີ, ຫົວໜ້າ ຫສນຍ ໂດຍມີບັນດາສະມາຊິກພັກ ຈາກບັນດາໜ່ວຍພັກອ້ອມຂ້າງ ຫສນຍ ເຂົ້າຮ່ວມ.

ສຳນັກງານນາຍົກລັດຖະມົນຕີ

ສະຫາຍ ນາງ ບຸນໜັກ ດາລາງາແກ້ວ ຄະນະບໍລິຫານງານພັກ ຫສນຍ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ລາຍງານໃຫ້ຮູ້ວ່າ: ໃນປີ 2021 ຜ່ານມາ, ອົງຄະນະພັກ ຫສນຍ ໄດ້ເປີດຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ລວມ ທັງໝົດ 2 ຄະນະພັກຮາກຖານ ແລະ ມີ 13 ໜ່ວຍພັກ ໃນນັ້ນ, ມີ 7 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ແລະ 6 ໜ່ວຍພັກຮາກຖານ ຂຶ້ນກັບອົງຄະນະພັກ ຫສນຍ, ມີສະມາຊິກພັກເຂົ້າຮ່ວມ ທັງໝົດ 312 ສະຫາຍ, ຍິງ 110 ສະຫາຍ ໃນນີ້, ມີສະມາຊິກພັກສົມບູນ 289 ສະຫາຍ, ຍິງ 103 ສະຫາຍ, ສະມາຊິກພັກສໍາຮອງ 23 ສະຫາຍ, ຍິງ 7 ສະຫາຍ, ສາມາດປະເມີນຜົນ ແລະ ຈັດປະເພດສະມາຊິກພັກ ໄດ້ 225 ສະຫາຍ, ຍິງ 82 ສະຫາຍ, ໃນນີ້ ປະເພດແຂງ 224 ສະຫາຍ ກວມເອົາ 99,55% ຂອງສະມາຊິກພັກທັງໝົດ, ຍິງ 81 ສະຫາຍ, ປະເພດກາງ 1 ສະຫາຍ, ຍິງ 1 ສະຫາຍ ກວມເອົາ 0,45% ຂອງສະມາຊິກພັກທັງໝົດ. ຜ່ານການປະເມີນຜົນ ແລະ ການຕົກລົງເຫັນດີຂອງຄະນະປະເມີນຜົນ ແລະ ຄະນະປະຈໍາພັກ ເຫັນດີຮັບຮອງ ແລະ ສະເໜີຄະນະຈັດຕັ້ງສູນກາງພັກ ຮັບຮອງເອົາ 12 ໜ່ວຍພັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ  ແໜ້ນ ປະຈໍາປີ 2021.

ສຳນັກງານນາຍົກລັດຖະມົນຕີ

ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາໜ່ວຍພັກອ້ອມຂ້າງ ຫສນຍ ທີ່ສາມາດຍາດໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ຂອງບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານໃນບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ວຍຜົນ ສຳເລັດ, ພ້ອມທັງເນັ້ນໃຫ້ບັນດາໜ່ວຍພັກອ້ອມຂ້າງ ຫສນຍ ສືບຕໍ່ເອົາໃຈໃສ່ ປັບປຸງ, ສ້າງໜ່ວຍພັກ ຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອຍາດໄດ້ຜົນສຳເລັດ ອັນໃຫຍ່ຫຼວງຂຶ້ນໄປເລື້ອຍໆໃນທຸກໆປີ.

ສຳນັກງານນາຍົກລັດຖະມົນຕີ

ໃນໂອກາດດຽວກັນ, ບັນດາໜ່ວຍພັກອ້ອມຂ້າງ ຫສນຍ ກໍໄດ້ຂຶ້ນຈັບມືເປີດຂະບວນການແຂ່ງຂັນ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂຶ້ນ ໂດຍບັນດາໜ່ວຍພັກອ້ອມຂ້າງ ຫສນຍ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນສູ້ຊົນ, ສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ດີ ແລະ ຫຼາຍກວ່າເກົ່າ ທັງດ້ານປະລິມານ ແລະ ຄຸນະພາບໃນຕໍ່ໜ້າ.

ຂໍ້ມູນຈາກ: https://cutt.ly/SZzZFTX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ