ສຸລິສາ

ສຸລິສາ ຫຼື ລິສາ ໄວໜຸ່ມຜູ້ທີ່ມີຄວາມສົນໃຈ ແລະ ຄວາມສາມາດດ້ານສິລະປະໃນການແຕ້ມຮູບ ມັກໃນການແຕ້ມຮູບມາແຕ່ຍັງນ້ອຍ ຍ້ອນເຫັນເອື້ອຍຂອງຕົນເອງແຕ້ມຮູບໃນການອອກແບບ ຈຶ່ງສົນໃຈ ແລະ ຮຽນຮູ້ແຕ່ມື້ນັ້ນມາ ຈົນສາມາດນຳມາປະກອບເປັນອາຊີບໄດ້.

ນອກຈາກນີ້ ກໍຍັງເປັນໄວໜຸ່ມທີ່ສົນໃຈໃນການຮ່ຳຮຽນ ເວົ້າໄດ້ທັງພາສາຍີ່ປຸ່ນ, ພາສາອັງກິດກໍສື່ສານໄດ້ ຄືກັບເວົ້າພາສາລາວ. ປັດຈຸບັນ ກໍກຳລັງສຶກສາພາສາສະເປນ ເຊິ່ງແຕ່ນ້ອຍຈົນໃຫຍ່ກໍເປັນຄົນທີ່ຕັ້ງໃຈໃນການຮ່ຳຮຽນ ຊອກຮຽນຮູ້ຫາສິ່ງໃໝ່ໆຕະຫຼອດ. ເວລາວ່າງກໍໃຊ້ໃຫ້ເປັນປະໂຫຍດ ຕາມຫາສິ່ງທີ່ຕົນເອງມັກຈົນກາຍມາເປັນຄວາມຖະໜັດ.

ພິເສດສຸດກໍເປັນອີກບຸກຄົນໜຶ່ງທີ່ຢູ່ເບື້ອງຫຼັງຂອງເພຈຊື່ດັງຢ່າງ Jipnoii Review ເຊິ່ງເປັນເພຈໜຶ່ງທີ່ມີຜູ້ຕິດຕາມຫຼາຍພໍສົມຄວນ ແລະ ໄດ້ຮັບຄວາມສົນໃຈຫຼາຍເຊັ່ນດຽວກັນ.

ມື້ນີ້ເຮົາຈະພາມາຮູ້ຈັກກັບສາວນ້ອຍຄົນນີ້ ທີ່ມີຫຼາຍດ້ານທີ່ໜ້າສົນໃຈຫຼາຍ ບໍ່ວ່າຈະເປັນການສຶກສາ ແລະ ຄວາມສາມາດໃນດ້ານສິລະປະ.

ສຸລິສາ

ສຸລິສາ ມີຊື່ຫຼິ້ນແມ່ນ ນົກປີດ ຫຼື ລິສາ ອາຍຸ 18 ປີ ເຊິ່ງຕອນນີ້ກໍກຳລັງກະກຽມຈະໄປຮຽນທີ່ຕ່າງປະເທດ, ໃນການຈະໄປຮຽນຕໍ່ທີ່ຕ່າງປະເທດຄັ້ງນີ້ ກໍເສັງເອົາທຶນດ້ວຍຕົນເອງ ຈົນສາມາດຍາດທຶນນັ້ນມາໄດ້. ທີ່ຜ່ານມາກໍເຄີຍເສັງທຶນຕ່າງໆ ໄດ້ປະສົບການໃນດ້ານເສັງທຶນກໍຫຼາຍພໍສົມຄວນ, ມີບາງຄັ້ງທີ່ບໍ່ຜ່ານໃນຂັ້ນຕອນການສຳພາດ ແຕ່ນ້ອງ ລິສາ ກໍບໍ່ຍອມທໍ້ຖອຍ ເສັງເອົາທຶນມາເລື້ອຍໆ ຈົນຄັ້ງນີ້ກໍປະສົບຜົນສຳເລັດຈົນໄດ້.

ນອກຈາກນີ້ ກໍຍັງໄດ້ເຄີຍໄປແລກປ່ຽນທີ່ປະເທດຍີ່ປຸ່ນ ໂດຍໃຊ້ເວລາປະມານ 6 ເດືອນ. ໃນການແລກປ່ຽນຄັ້ງນັ້ນ, ສະໄໝ ມ.5 ກໍໄດ້ໄປປະເທດຈີນ ເຊິ່ງເປັນທຶນທາງລັດຖະບານຈີນ, ພ້ອມກັນນີ້ ກໍໄດ້ໄປອາເມຣິກາ ໂດຍເປັນການໄປແບບສ່ວນຕົວ. ໃນເລື່ອງການມີສ່ວນຮ່ວມຕ່າງໆ ກໍໄດ້ຮ່ວມຫຼາຍໂຄງການເຊັ່ນດຽວກັນ ບໍ່ວ່າຈະເປັນໂຄງການມະໂຫລານປຶ້ມ ໄດ້ຮັບຜິດຊອບເຮັດກຣາຟຟິກ ເຊິ່ງເປັນຝ່າຍມີເດຍ ແລະ ຂຽນຄອນເທັ້ນ ໃຫ້ກັບງານໃນຕອນນັ້ນ ແລະ ກໍເຄີຍຮ່ວມເປັນອາສາສະໝັກຊ່ວຍເຫຼືອໄພນ້ຳຖ້ວມ-ເຂື່ອນແຕກ ຢູ່ລາວເຮົາອີກດ້ວຍ.

ສຸລິສາ

ໃນດ້ານຄວາມສາມາດ ແລະ ຄວາມຖະໜັດຂອງນ້ອງ ກໍມີຄວາມໜ້າສົນໃຈຫຼາຍພໍສົມຄວນ ເພາະເປັນໄວໜຸ່ມຄົນໜຶ່ງທີ່ມັກໃນການແຕ້ມ ສະໄໝປະຖົມຈະເຫັນເອື້ອຍເປັນຕົວຢ່າງ ຈຶ່ງລອງແຕ້ມດ້ວຍຕົນເອງແຕ້ມມາເລື້ອຍໆຈົນໃຫຍ່, ຜົນງານທີ່ຜ່ານມາກໍໄດ້ແຕ້ມຮູບຕາມຝາໃນຮ້ານຕ່າງໆ. ສິ່ງທີ່ຖະໜັດໃນການແຕ້ມທີ່ສຸດກໍຈະເປັນພາບຕຶກ, ກາຕູນ, ຮູບບັນຍາກາດ ແລະ ອື່ນໆ. ຜົນງານຄັ້ງທຳອິດແມ່ນຈະແຕ້ມໃຫ້ກັບຄົນຮູ້ຈັກ ແລ້ວກໍຕາມດ້ວຍແຕ້ມໃຫ້ຮ້ານອື່ນໆ ຜົນຕອບຮັບກໍດີພໍສົມຄວນ. ນອກຈາກນີ້ ກໍຈະແຕ້ມເປັນພາບສີລະບາຍນ້ຳເປັນສ່ວນໃຫຍ່, ຜົນງານຂອງນ້ອງໄດ້ຄຳຍ້ອງຍໍຈາກຄົນອ້ອມຂ້າງ ແລະ ຜູ້ຄົນທີ່ເບິ່ງເຫັນເປັນຈຳນວນຫຼາຍ. ພ້ອມກັນນີ້ ຍັງສາມາດສ້າງລາຍໄດ້ຈາກການຖ່າຍພາບນຳອີກດ້ວຍ ເພາະຄວາມມັກ ແລະ ຮັກ ຈຶ່ງສາມາດເຮັດສິ່ງຕ່າງໆເຫຼົ່ານີ້ໄດ້.

ສຸລິສາ

ພິເສດສຸດ ນ້ອງລິສາ ຍັງເປັນອີກຄົນໜຶ່ງທີ່ຢຸ່ເບື້ອງຫຼັງ ເພຈ “Jipnoii ຣີວິວ” ເພຈທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍພໍສົມຄວນ ແລະ ໄດ້ຄວາມນິຍົມຫຼາຍເຊັ່ນດຽວກັນ ເພາະເປັນເພຈທີ່ສົມຊື່ກັບຣີວິວ ບໍ່ວ່າຈະເປັນຮ້ານຄາເຟ່, ແຫຼ່ງທ່ອງທ່ຽວ ຫຼື ສະຖານທີ່ຕ່າງໆທີ່ໜ້າສົນໃຈໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ທາງ Jipnoii ກໍໄດ້ຣີວິວ. ຖືໄດ້ວ່າເປັນເພຈທີ່ເຮັດໃຫ້ເຮົາໄດ້ຂໍ້ມູນທີ່ຖືກຕ້ອງ ແລະ ຖ້າຄິດບໍ່ອອກວ່າຈະໄປໃສ ກໍສາມາດເບິ່ງໃນເພຈດັ່ງກ່າວໄດ້.

ສຸລິສາ

ບົດສຳພາດໂດຍ: ສຸລິສາ ຫຼື ລິສາ

ສາມາດຕິດຕາມນ້ອງໄດ້ທີ່: https://cutt.ly/FLZfNpG

ສາມາດຕິດຕາມເພຈ Jipnoii ຣີວິວ ໄດ້ທີ່: https://jipnoii.com/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ