ຄິມ ຈອງອຶນ

ເຖິງແມ່ນວ່າ ເກົາຫຼີໃຕ້ ແລະ ເກົາຫຼີເໜືອຈະຢຸດເຮັດສົງຄາມກັນມາຮອດ 69 ປີ ແລ້ວ ແຕ່ເບິ່ງຄືວ່າ ທັງສອງຝ່າຍ ລວມເຖິງພັນທະມິດຂອງເກົາຫຼີໃຕ້ຢ່າງ ສະຫະລັດອາເມຣິກາ ຈະປ່ຽນກັນກ່າວໂຈມຕີກັນໄປກັນມາຢ່າງດຸເດືອດຢູ່ຕະຫຼອດ ເຊິ່ງຫຼ້າສຸດເປັນທາງ ເກົາຫຼີເໜືອ ທີ່ອອກມາກ່າວໂຈມຕີ ແລະ ປ່າວປະກາດເຖິງຄວາມພ້ອມຂອງຕົນ ຕໍ່ສະຖານະການຄວາມເຄັ່ງຕຶງໃນປັດຈຸບັນ.

ເມື່ອວັນທີ 27 ກໍລະກົດ 2022 ທີ່ຜ່ານມາ ຄິມ ຈອງອຶນ (Kim Jong-un) ຜູ້ນຳສູງສຸດຂອງເກົາຫຼີິເໜືອ ໄດ້ຂຶ້ນກ່າວຄຳປາໄສ ເນື່ອງໃນໂອກາດວັນຄົບຮອບ 69 ປີຂອງການສິ້ນສຸດສົງຄາມເກົາຫຼີ ແລະ ໄດ້ກ່າວວ່າເກົາຫຼີເໜືອພ້ອມເອົາອາວຸດນິວເຄຼຍອອກມາໃຊ້ສຳລັບຄວາມຂັດແຍ້ງທາງທະຫານທີ່ອາດເກີດຂຶ້ນກັບ ອາເມຣິກາ.

ຄິມ ຈອງອຶນ

ໂດຍຄິມຈອງອຶນ ກ່າວວ່າ: “ກອງທັບຂອງເຮົາມີຄວາມພ້ອມຢ່າງເຕັມທີ່ໃນການຕອບໂຕ້ສະຖານະການຕ່າງໆ ແລະ ອາວຸດນິວເຄຼຍຂອງພວກເຮົາກໍຢູ່ໃນຄວາມພ້ອມຢ່າງເຕັມທີ່ ໃນການລະດົມມາເພື່ອປະຕິບັດພາລະກິດຢ່າງເຂັ້ມແຂງ ແລະ ທັນເວລາ”.

ຄິມ ຈອງອຶນ

ນອກຈາກນີ້ ຜູ້ນຳເກົາຫຼີເໜືອ ຍັງບອກອີກວ່າ ສະຫະລັດອາເມຣິກາ ນັ້ນຮ່ວມມືກັບທາງເກົາຫຼີໃຕ້ໃນການເຮັດສິ່ງຕ່າງໆທີ່ອັນຕະລາຍ ແລະ ໂຫດຮ້າຍຜິດກົດໝາຍ ຕໍ່ເກົາຫຼີເໜືອ ແລະ ພະຍາຍາມອ້າງຄວາມດີໃຫ້ຕົນເອງໂດຍການໃສ່ຮ້າຍປ້າຍສີ ເກົາຫຼືເໜືອ ໃຫ້ເບິ່ງຄືເປັນຜູ້ຮ້າຍ. ໂດຍກ່າວວ່າ:

ຄິມ ຈອງອຶນ

“ການທີ່ ສະຫະລັດອາເມຣິກາ ເຮັດຕົວແບບ 2 ມາດຕະຖານ ໂດຍການປະນາມກິດຈະກຳທຸກຢ່າງຂອງກອງທັບເກົາຫຼີເໜືອວ່າເປັນໄພຄຸກຄາມ ແຕ່ຂະນະດຽວກັນ ຕົນເອງຍັງເຮັດການຊ້ອມຮົບກັບເກົາຫຼີໃຕ້ຢູ່ ເຊິ່ງຖືເປັນການຄຸກຄາມຄວາມໝັ້ນຄົງຂອງເຮົາ”.

ຄິມ ຈອງອຶນ

ຍາງ ມູຈິນ (Yang Moo-jin) ສາສະດາຈານ ຈາກມະຫາວິທະຍາໄລແຫ່ງຊາດເກົາຫຼີເໜືອ ກ່າວວ່າ ຄຳປາໄສອັນດຸເດືອດຂອງ ຜູ້ນຳສູງສຸດຂອງເກົາຫຼີເໜືອຄັ້ງນີ້ ກໍເພື່ອເນັ້ນຍໍ້າວ່າກອງທັບເກົາຫຼີເໜືອມີສິດໃນການພັດທະນາອາວຸດນິວເຄຼຍ ແລະ ຍັງເປັນການເຕືອນໄປຫາ ອາເມຣິກາ ແລະ ເກົາຫຼີໃຕ້ ວ່າກອງທັບເກົາຫຼີເໜືອ ມີຄວາມພ້ອມຫຼາຍປານໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ