ວັນຕໍ່ຕ້ານການຄ້າມະນຸດສາກົນ

ວັນທີ 30 ກໍລະກົດ ຂອງທຸກໆປີ ອົງການສະຫະປະຊາຊາດໄດ້ກຳນົດໃຫ້ເປັນວັນຕໍ່ຕ້ານການຄ້າມະນຸດສາກົນ ຫຼື World Day Against Trafficking in Persons.

UNODC ຫຼື United Nations Convention against Transnational Organized Crime ຜູ້ພິທັກອະນຸສັນຍາສະຫະປະຊາຊາດວ່າດ້ວຍອົງກອນຕໍ່ຕ້ານອາຊະຍາກຳຂ້າມຊາດ ພະຍາຍາມໃຊ້ພິທີສານ ແລະ ກົດໝາຍເພື່ອປາບປາມ ແລະ ລົງໂທດການຄ້າມະນຸດ ຖືວ່າເປັນອາຊະຍາກຳຮ້າຍແຮງ ແລະ ເປັນການລະເມີດສິດທິມະນຸດຢ່າງຮ້າຍແຮງ ຄົນຫຼາຍພັນຄົນໃນແຕ່ລະປີຕົກເປັນເຫຍື່ອຂອງການຄ້າມະນຸດທັງໃນປະເທດຕົນເອງ ແລະ ໃນຕ່າງປະເທດ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ