ສປປ ລາວ ກໍເປັນອີກປະເທດໜຶ່ງທີ່ມີແຫຼ່ງທ່ອງທ່ຽວຫຼາກຫຼາຍ ບໍ່ວ່າຈະເປັນທາງດ້ານວັດທະນະທຳ ທີ່ມີເອກະລັກສະເພາະຕົວ, ມີແຫຼ່ງທ່ອງທ່ຽວທີ່ທຳມະຊາດສ້າງຂຶ້ນມາເອງ ທີ່ໜ້າສົນໃຈຫຼາຍແຫ່ງໃນປະເທດລາວ. ພ້ອມກັນນີ້ ຍັງມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດທີ່ໜ້າຄົ້ນຫາ ແລະ ຮຽນຮູ້. ນອກຈາກນີ້ ກໍຍັງມີລົດໄຟລາວ-ຈີນ ທີ່ສາມາດດຶງດູດເອົານັກທ່ອງທ່ຽວຈາກຫຼາຍໆປະເທດ ໂດຍສະເພາະປະເທດເພື່ອນມິດທີ່ຢູ່ໃກ້ໄປມາຫາສູ່ກັນໄດ້ງ່າຍ ເຊັ່ນ: ຈີນ ແລະ ໄທ.

ພາຍໃນ 9 ເດືອນທີ່ຜ່ານມາ ສປປ ລາວ ເຮົາສາມາດດຶງດູດເອົາບັນດານັກທ່ອງທ່ຽວຫຼາຍປະເທດ ເປັນຕົ້ນແມ່ນ: ຈີນ, ໄທ, ເກົາຫຼີໃຕ້, ກຳປູເຈຍ ແລະ ສະຫະລັດອາເມຣິກາ. ນັກທ່ອງທ່ຽວຈາກປະເທດໄທ ຈໍານວນ 364,515 ຄົນ, ຈີນ 18,902 ຄົນ, ເກົາຫຼີໃຕ້ 9,885 ຄົນ, ສະຫະລັດອາເມຣິກາ 6,695 ຄົນ ແລະ ຈາກປະເທດກໍາປູເຈຍ 6,379 ຄົນ.

ນັກທ່ອງທ່ຽວລະຫວ່າງເດືອນມັງກອນ ແລະ ເດືອນກັນຍາ ມີຄົນຕ່າງປະເທດ 644,756 ຄົນ ແລະ ຄົນລາວ 1,037,050 ຄົນ. ຈໍານວນຄົນລາວ ທີ່ເດີນທາງໃນທົ່ວປະເທດເພີ່ມຂຶ້ນ 39% ເມື່ອທຽບກັບ 9 ເດືອນທໍາອິດຂອງປີ 2021. ລາຍຮັບທີ່ສ້າງຂຶ້ນໂດຍ ນັກທ່ອງທ່ຽວພາຍໃນ ສ້າງລາຍຮັບກວ່າ 117 ລ້ານໂດລາສະຫະລັດ, ໃນຂະນະທີ່ ລາຍຮັບທີ່ສ້າງຂຶ້ນໂດຍ ຈໍານວນນັກທ່ອງທ່ຽວຕ່າງປະເທດ ຫຼາຍກວ່າ 100 ລ້ານໂດລາສະຫະລັດ. ນັກທ່ອງທ່ຽວຕ່າງປະເທດຈໍານວນ 644,756 ຄົນ ແລະ ນັກທ່ອງທ່ຽວ 578,876 ຄົນ ຈາກປະເທດອາຊຽນອື່ນໆ ກວມ 89% ຂອງຈໍານວນທັງໝົດ. ນັກທ່ອງທ່ຽວ9,812 ຄົນ ຈາກ ສະຫະລັດອາເມຣິກາ ກວມເອົາ 1.52% ແລະ ຈາກ ອາຟຣິກາ ແລະ ຕາເວັນອອກກາງ, ກວມເອົາ 0.41 % ໃນ 3 ເດືອນທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ: https://cutt.ly/pMAOzoJ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/