STS73 (ຊື່ນາມນັກຮ້ອງ) ຊື່ແທ້ແມ່ນ ທ້າວ ສຸລິ ນັນທະວົງ ເປັນອີກໄວໜຸ່ມຄົນໜຶ່ງ ທີ່ມີຄວາມສາມາດໃນດ້ານດົນຕີ ຮ້ອງເອງ-ແຕ່ງເອງ, ທີ່ສຳຄັນສຸດໆ ຄືມີສຽງຮ້ອງທີ່ໂດດເດັ່ນເປັນເອກະລັກ ເມື່ອຄົນຟັງກໍຈະຈື່ສຽງທີ່ມີເອກະລັກສະເພາະຕົວນັ້ນໄດ້. ເພງທີ່ນ້ອງຮ້ອງ ທຸກເພງທີ່ປ່ອຍອອກມາໃນ YouTube ຍອດວິວລະດັບ 1 ລ້ານຂຶ້ນໄປ ແລະ ມີເພງທີ່ຍອດວິວສູງເຖິງ 31 ລ້ານປາຍວິວ ແລະ ອາດຈະສູງຂຶ້ນເລື້ອຍໆ.

ເພງຂອງ ສຸລິ ຈະມີຄົນນິຍົມຟັງກັນຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຄົນລາວ ຫຼື ຄົນໄທ. ຖ້າເວົ້າເລື່ອງ VDO ຖ່າຍທຳແລ້ວ ຕອນນັ້ນນ້ອງຈະຖ່າຍບໍ່ແຈ້ງປານໃດ ນັ້ນຄືການຖ່າຍບົດເພງ “ວັນຈັນ Monday” ເຊິ່ງເປັນເພງທຳອິດທີ່ນ້ອງປ່ອຍອອກມາ ໃນປີ 2021, ປັດຈຸບັນຍອດວິວສູງເຖິງ 34 ລ້ານແລ້ວ.

ຕໍ່ມາກໍໄດ້ປ່ອຍເພງ “ໂສມງາມ” ເປັນເພງທີ 2 ຂອງ STS73 ເຊິ່ງຈະມີຫຼາຍພາກສ່ວນມີສ່ວນຮ່ວມເຊັ່ນ: Emon74, TA J, ແມງງອດ Studio, ໂທນີ້ສະຕິຕືດ ແລະ Zamio P. ຍອດວິວເພງນີ້ກໍບໍ່ທຳມະດາ ປັດຈຸບັນຮອດ 22 ລ້ານປາຍວິວແລ້ວ.

ນອກຈາກນີ້ ກໍຍັງມີເພງທີ່ມີເນື້ອຫາດີເຊັ່ນດຽວກັນ ຟັງແລ້ວຮູ້ສຶຶຶກໄດ້ເຖິງກຳລັງໃຈຂຶ້ນມາ ກໍຄືເພງ “ຕົ້ນທຶນຊີວິດຕ່າງກັນ” ເປັນເພງສື່ເຖິງໄວໜຸ່ມທີ່ມີຄວາມຝັນ ບໍ່ທໍ້ຖອຍໃຫ້ກັບອຸປະສັກ ອະດີດເປັນແນວໃດກໍໃຫ້ປ່ອຍໄປຕາມການເວລາ ແລະ ຍັງມີເນື້ອຫາທີ່ສ່ອງແສງເຖິງການ Bully ອີກດ້ວຍ ຄວາມໝາຍດີໂດຍບໍ່ມີຄຳຫຍາບຄາຍ ສົມແລ້ວທີ່ຫຼາຍຄົນນິຍົມຟັງກັນ.ໂດຍເພງດັ່ງກ່າວກໍມີຍອດວິວຮອດ 31 ລ້ານປາຍແລ້ວ ໂດຍເປັນເພງທີສອງທີ່ວິວສູງທີ່ສຸດ.
ຍັງບໍ່ໝົດພຽງເທົ່ານີ້ ຍັງມີເພງທີ່ບົ່ງບອກເຖິງຄວາມຮູ້ບຸນຄຸນຕໍ່ພໍ່ແມ່ອີກພ້ອມເຊັ່ນເພງ “ຄຳສອນຂອງແມ່” ຄວາມໝາຍດີເຊັ່ນດຽວກັນ ເຊິ່ງນ້ອງ ສຸລິ ກໍໄດ້ສະແດງ MV ເອງ ແລະ ພິເສດສຸດ ມີ “ຢຸດ ສາລະວັນ” ຮ່ວມຮ້ອງນຳກັນ ເມື່ອທັງສອງມາຮ່ວມງານກັນແລ້ວ ກໍເຮັດໃຫ້ເພງມ່ວນຂຶ້ນໄປຕື່ມອີກ.

ຫຼ້າສຸດ ເພງໃໝ່ທີ່ປ່ອຍອອກມາ ກໍແມ່ນເພງ “ໄວລຸ້ນທຳຊົງ” ເພງຫາກໍປ່ອຍອອກມາພຽງແຕ່ 2 ເດືອນປາຍ ຍອດວິວກໍກ້າວໄປຮອດ 11 ລ້ານປາຍວິວແລ້ວໃນປັດຈຸບັນ. ເພງນີ້ ທ່ອນແຣັບກໍດີທ່ອນຮຸກກໍເດັ່ນ ມີສະເໜ່ປະສົມຄວາມເທ້ເຂົ້າໄປຕື່ມ. 9 ເພງທີ່ປ່ອຍອອກມາ ຍອດວິວລະດັບ 2 ລ້ານຂຶ້ນໄປ ມີແຕ່ເພງດັງພງມ່ວນ ດົນຕີກໍດີມີເອກະລັກ.
ພິເສດສຸດ ສິ່ງທີ່ໜ້າດີໃຈ ແລະ ປະທັບໃຈໄປກັບນ້ອງ ສຸລິ ຫຼື STS73 ກໍຄືການສາມາດສ້າງລາຍໄດ້ໃຫ້ກັບຄອບຄົວ ແລະ ຕົນເອງ. ຫຼາຍນັກຮ້ອງ-ຄົນດັງ ກໍຢາກຈະຮ່ວມງານນຳນ້ອງ ແລະ ກໍມີບາງຄົນໄດ້ຮ່ວມງານນຳແລ້ວ. ສ່ວນໃນເລື່ອງຂອງການອອກງານໃນຮ້ານອາຫານກໍມີມາເລື້ອຍໆ ແລະ ອະນາຄົດກໍອາດຈະຫຼາຍຂຶ້ນອີກ.

ສາມາດຟັງເພງໄດ້ທີ່: https://cutt.ly/GXU5yA1
ສາມາດຕິດຕາມນ້ອງໄດ້ທີ່: https://cutt.ly/SXIqzRB
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment