ສຸລິ ນັນທະວົງ ໄວໜຸ່ມລາວຜູ້ທີ່ມີສຽງເປັນເອກະລັກ ເຈົ້າຂອງບົດເພງ ທີ່ມີຍອດວິວຫຼາຍກວ່າ 30 ລ້ານ

ສຸລິ ນັນທະວົງ

STS73 (ຊື່ນາມນັກຮ້ອງ) ຊື່ແທ້ແມ່ນ ທ້າວ ສຸລິ ນັນທະວົງ ເປັນອີກໄວໜຸ່ມຄົນໜຶ່ງ ທີ່ມີຄວາມສາມາດໃນດ້ານດົນຕີ ຮ້ອງເອງ-ແຕ່ງເອງ, ທີ່ສຳຄັນສຸດໆ ຄືມີສຽງຮ້ອງທີ່ໂດດເດັ່ນເປັນເອກະລັກ ເມື່ອຄົນຟັງກໍຈະຈື່ສຽງທີ່ມີເອກະລັກສະເພາະຕົວນັ້ນໄດ້. ເພງທີ່ນ້ອງຮ້ອງ ທຸກເພງທີ່ປ່ອຍອອກມາໃນ YouTube ຍອດວິວລະດັບ 1 ລ້ານຂຶ້ນໄປ ແລະ ມີເພງທີ່ຍອດວິວສູງເຖິງ 31 ລ້ານປາຍວິວ ແລະ ອາດຈະສູງຂຶ້ນເລື້ອຍໆ.

ສຸລິ ນັນທະວົງ

ເພງຂອງ ສຸລິ ຈະມີຄົນນິຍົມຟັງກັນຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຄົນລາວ ຫຼື ຄົນໄທ. ຖ້າເວົ້າເລື່ອງ VDO ຖ່າຍທຳແລ້ວ ຕອນນັ້ນນ້ອງຈະຖ່າຍບໍ່ແຈ້ງປານໃດ ນັ້ນຄືການຖ່າຍບົດເພງ “ວັນຈັນ Monday” ເຊິ່ງເປັນເພງທຳອິດທີ່ນ້ອງປ່ອຍອອກມາ ໃນປີ 2021, ປັດຈຸບັນຍອດວິວສູງເຖິງ 34 ລ້ານແລ້ວ.

STS37

ຕໍ່ມາກໍໄດ້ປ່ອຍເພງ “ໂສມງາມ” ເປັນເພງທີ 2 ຂອງ STS73 ເຊິ່ງຈະມີຫຼາຍພາກສ່ວນມີສ່ວນຮ່ວມເຊັ່ນ: Emon74, TA J, ແມງງອດ Studio, ໂທນີ້ສະຕິຕືດ ແລະ Zamio P. ຍອດວິວເພງນີ້ກໍບໍ່ທຳມະດາ ປັດຈຸບັນຮອດ 22 ລ້ານປາຍວິວແລ້ວ.

ສຸລິ ນັນທະວົງ

ນອກຈາກນີ້ ກໍຍັງມີເພງທີ່ມີເນື້ອຫາດີເຊັ່ນດຽວກັນ ຟັງແລ້ວຮູ້ສຶຶຶກໄດ້ເຖິງກຳລັງໃຈຂຶ້ນມາ ກໍຄືເພງ “ຕົ້ນທຶນຊີວິດຕ່າງກັນ” ເປັນເພງສື່ເຖິງໄວໜຸ່ມທີ່ມີຄວາມຝັນ ບໍ່ທໍ້ຖອຍໃຫ້ກັບອຸປະສັກ ອະດີດເປັນແນວໃດກໍໃຫ້ປ່ອຍໄປຕາມການເວລາ ແລະ ຍັງມີເນື້ອຫາທີ່ສ່ອງແສງເຖິງການ Bully ອີກດ້ວຍ ຄວາມໝາຍດີໂດຍບໍ່ມີຄຳຫຍາບຄາຍ ສົມແລ້ວທີ່ຫຼາຍຄົນນິຍົມຟັງກັນ.ໂດຍເພງດັ່ງກ່າວກໍມີຍອດວິວຮອດ 31 ລ້ານປາຍແລ້ວ ໂດຍເປັນເພງທີສອງທີ່ວິວສູງທີ່ສຸດ.

ຍັງບໍ່ໝົດພຽງເທົ່ານີ້ ຍັງມີເພງທີ່ບົ່ງບອກເຖິງຄວາມຮູ້ບຸນຄຸນຕໍ່ພໍ່ແມ່ອີກພ້ອມເຊັ່ນເພງ “ຄຳສອນຂອງແມ່” ຄວາມໝາຍດີເຊັ່ນດຽວກັນ ເຊິ່ງນ້ອງ ສຸລິ ກໍໄດ້ສະແດງ MV ເອງ ແລະ ພິເສດສຸດ ມີ “ຢຸດ ສາລະວັນ” ຮ່ວມຮ້ອງນຳກັນ ເມື່ອທັງສອງມາຮ່ວມງານກັນແລ້ວ ກໍເຮັດໃຫ້ເພງມ່ວນຂຶ້ນໄປຕື່ມອີກ.

ສຸລິ ນັນທະວົງ

ຫຼ້າສຸດ ເພງໃໝ່ທີ່ປ່ອຍອອກມາ ກໍແມ່ນເພງ “ໄວລຸ້ນທຳຊົງ” ເພງຫາກໍປ່ອຍອອກມາພຽງແຕ່ 2​ ເດືອນປາຍ ຍອດວິວກໍກ້າວໄປຮອດ 11 ລ້ານປາຍວິວແລ້ວໃນປັດຈຸບັນ. ເພງນີ້ ທ່ອນແຣັບກໍດີທ່ອນຮຸກກໍເດັ່ນ ມີສະເໜ່ປະສົມຄວາມເທ້ເຂົ້າໄປຕື່ມ. 9 ເພງທີ່ປ່ອຍອອກມາ ຍອດວິວລະດັບ 2 ລ້ານຂຶ້ນໄປ ມີແຕ່ເພງດັງພງມ່ວນ ດົນຕີກໍດີມີເອກະລັກ.

ພິເສດສຸດ ສິ່ງທີ່ໜ້າດີໃຈ ແລະ ປະທັບໃຈໄປກັບນ້ອງ ສຸລິ ຫຼື STS73 ກໍຄືການສາມາດສ້າງລາຍໄດ້ໃຫ້ກັບຄອບຄົວ ແລະ ຕົນເອງ. ຫຼາຍນັກຮ້ອງ-ຄົນດັງ ກໍຢາກຈະຮ່ວມງານນຳນ້ອງ ແລະ ກໍມີບາງຄົນໄດ້ຮ່ວມງານນຳແລ້ວ. ສ່ວນໃນເລື່ອງຂອງການອອກງານໃນຮ້ານອາຫານກໍມີມາເລື້ອຍໆ ແລະ ອະນາຄົດກໍອາດຈະຫຼາຍຂຶ້ນອີກ.

ສຸລິ ນັນທະວົງ

ສາມາດຟັງເພງໄດ້ທີ່: https://cutt.ly/GXU5yA1

ສາມາດຕິດຕາມນ້ອງໄດ້ທີ່: https://cutt.ly/SXIqzRB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply