ຜົນອອກມາແລ້ວ! ບໍ່ພົບສານເສບຕິດໃນຮ່າງກາຍຂອງ ຊານນາ ມາຣິນ ນາຍົກຟິນແລນ

ນາຍົກຟິນແລນ

ເມື່ອທ້າຍອາທິດທີ່ຜ່ານມາ ໄດ້ເກີດປະເດັນທີ່ມີຄລິບຫຼຸດການເຕັ້ນສຸດມ່ວນຊື່ນຂອງ ຊານນາ ມາຣິນ ນາຍົກລັດຖະມົນຕີຟິນແລນ ໃນງານລ້ຽງສັງສັນສ່ວນຕົວກັບໝູ່ເພື່ອນ ເຊິ່ງໄດ້ສ້າງສຽງກະແສວິພາກວິຈານໄປຢ່າງກວ້າງຂວາງ ແລະ ຖືກກ່າວຫາວ່າໃຊ້ສານເສບຕິດ ຈົນເປັນເຫດໃຫ້ ຊານນາ ຕ້ອງໄດ້ອອກມາພິສູດຄວາມບໍລິສຸດໃຈໂດຍການກວດສອບຮ່າງກາຍຫາສານເສບຕິດ.

ນາຍົກຟິນແລນ

ແລະຫຼ້າສຸດນີ້ (22 ສິງຫາ) ທາງການຂອງຟິນແລນໄດ້ລາຍງານວ່າ ຊານນາ ມາຣິນ ນາຍົກລັດຖະມົນຕີຍິງຂອງຟິນແລນຜ່ານການທົດສອບຮ່າງກາຍແລ້ວ ແລະບໍ່ພົບສານເສບຕິດ. ນອກນີ້ຍັງມີການລາຍງານວ່າ ຊານນາ ຜູ້ນຳຍິງຟິນແລນແມ່ນເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນການທົດສອບດ້ວຍຕົນເອງ ເຊິ່ງເປັນການທົດສອບຫາສານເສບຕິດຢ່າງ ໂຄເຄນ, ແອມເຟຕາມີນ (Amphetamine), ກັນຊາ ແລະ ສານໃນກຸ່ມໂອປີອອຍ (Opioids).

ນາຍົກຟິນແລນ

ກ່ອນໜ້ານີ້  ຊານນາ ມາຣິນ ຜູ້ນຳຟິນແລນໃນໄວ 36 ປີ ເຄີຍໃຫ້ສຳພາດກັບສື່ແລ້ວວ່າ ໃນຊີວິດຂອງຕົນເອງ ຕັ້ງແຕ່ຕອນທີ່ຍັງເປັນໄວໜຸ່ມຈົນມາຮອດປັດຈຸບັນ ຕົນເອງບໍ່ເຄີຍໃຊ້ສານເສບຕິດຜິດກົດໝາຍແມ່ນແຕ່ຄັ້ງດຽວເລີຍ ແຕ່ຍອມຮັບວ່າໃນງານລ້ຽງສັງສັນທີ່ເປັນປະເດັນແມ່ນໄດ້ດື່ມແອລກໍຮໍແທ້.

ຢ່າງໃດກໍຕາມ ເຖິງຈະມີຄໍາຕໍາໜິ ແລະ ສຽງວິພາກວິຈານຢ່າງຫຼວງຫຼາຍຈາກເຫດການດັ່ງກ່າວ ແຕ່ ຊານນາ ມາຣິນ ກໍໄດ້ບອກວ່າຜູ້ນຳປະເທດກໍສາມາດໃຊ້ເວລາສ່ວນຕົວສັງສັນກັບໝູ່ເພື່ອນໄດ້ ແລະຍັງເບິ່ງວ່າສິ່ງທີ່ເກີດຂຶ້ນແມ່ນບໍ່ກະທົບຕໍ່ຄວາມສາມາດໃນການບໍລິຫານປະເທດຂອງຕົນເອງແຕ່ຢ່າງໃດ ເຖິງວ່າຈະມີຄົນຈໍານວນຫຼາຍຕັ້ງຄໍາຖາມເຖິງພາບລັກທີ່ເໝາະສົມກໍຕາມ.

ນາຍົກຟິນແລນ

ອີກດ້ານໜຶ່ງຍິງສາວຫຼາຍຄົນຈາກທົ່ວໂລກກໍໄດ້ອອກມາຕິດ hashtag ຕ່າງໆ ພ້ອມກັບອັບໂຫຼດວິດີໂອການເຕັ້ນຂອງຕົນເອງລົງໂຊຊຽວມີເດຍ ເພື່ອເປັນການສະໜັບສະໜູນ ຊານນາ ມາຣິນ ແລະ ເປັນກະບອກສຽງໃຫ້ສັງຄົມຮັບຮູ້ວ່າ ບໍ່ວ່າແມ່ນໃຜກໍມີສິດເຮັດໃນສິ່ງທີ່ຕົນມັກໃນເວລາສ່ວນຕົວຂອງຕົນເອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ