ນັກວິໄຈຈາກມະຫາວິທະຍາໄລໃນບຣາຊິລ ໄດ້ທົດລອງໃຫ້ໜູດື່ມນ້ຳອັດລົມຕໍ່ເນື່ອງ 2 ເດືອນຜົນປາກົດວ່າພວກມັນສະຫຼາດໜ້ອຍລົງ

ນ້ຳອັດລົມ

ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ນ້ຳອັດລົມ ນັ້ນຖ້າດື່ມໃນປະລິມານຫຼາຍເກີນກໍານົດອາດສົ່ງຜົນເສຍຕໍ່ຮ່າງກາຍ ແລະ ກໍ່ໃຫ້ເກີດບັນຫາດ້ານສຸຂະພາບເຊັ່ນ: ໂຣກເບົາຫວານ, ຄວາມດັນ, ໄຂມັນ ຫຼື ແມ່ນແຕ່ກໍ່ໃຫ້ເກີດໂຣກຫົວໃຈ ແຕ່ເຖິງຈະເປັນແນວນັ້ນເຮົາກໍຍັງເຫັນຫຼາຍໆຄົນນິຍົມດື່ມຢູ່ ຢ່າງໃດກໍຕາມຜົນວິໄຈຕໍ່ໄປນີ້ອາດເຮັດໃຫ້ຫຼາຍຄົນປ່ຽນໃຈບໍ່ຢາກດື່ມນ້ຳອັດລົມຕໍ່ໄປເລີຍກໍໄດ້.

ນ້ຳອັດລົມ

ເພາະເມື່ອບໍ່ດົນມານີ້ ໄດ້ມີຜົນວິໄຈຂອງນັກວິໄຈຈາກມະຫາວິທະຍາໄລ Espirito Santo ໃນບຣາຊິລ ໄດ້ຕີພິມລົງເວັບໄຊ ScienceDirect (ເວັບໄຊຕີພິມບົດຄວາມວິຊາການທາງດ້ານວິທະຍາສາດຊື່ດັງ) ໂດຍລະບຸວ່າ ພວກເຂົາໄດ້ທົດລອງໂດຍໃຫ້ໜູດື່ມນ້ຳອັດລົມຕິດຕໍ່ກັນເປັນເວລາ 2 ເດືອນ ຜົນປາກົດວ່າພວກມັນສະຫຼາດນ້ອຍລົງ.

ນ້ຳອັດລົມ

ທີມນັກວິໄຈໄດ້ເຮັດການທົດລອງກັບໜູທີ່ມີອາຍຸແຕກຕ່າງກັນອອກໄປ 3 ໄລຍະ ໄດ້ແກ່ ໜູອາຍຸ 2 ເດືອນ, 8 ເດືອນ ແລະ 14 ເດືອນ ໂດຍແບ່ງພວກມັນອອກເປັນ 2 ກຸ່ມ ກຸ່ມໜຶ່ງແມ່ນໃຫ້ດື່ມນ້ຳອັດລົມ ແລະ ອີກກຸ່ມແມ່ນໄດ້ດື່ມນ້ຳລ້າ ເຊິ່ງເວລາການທົດລອງກໍຜ່ານໄປເກືອບ 2 ເດືອນ ພວກເຂົາກໍໄດ້ເຮັດການທົດສອບພວກມັນໃນດ້ານພຶດຕິກໍາ ໂດຍຈັບພວກມັນເອົາໄປແລ່ນໃນເຂົາວົງກົດເປັນເວລາອີກ 10 ມື້ ກ່ອນທີ່ຈະມາກວດສອບສະໝອງຂອງພວກມັນ.

ນ້ຳອັດລົມ

ຈາກການກວດສະໝອງພວກເຂົາພົບວ່າກຸ່ມໜູທີ່ໄດ້ດື່ມນ້ຳລ້ານັ້ນ ສະໝອງແມ່ນຍັງໃຊ້ງານໄດ້ປົກກະຕິດີ ແຕ່ໃນສ່ວນຂອງໜູທີ່ໄດ້ດື່ມນ້ຳອັດລົມມີສະໝອງບາງພາກສ່ວນໄດ້ຮັບຄວາມເສຍຫາຍ ໂດຍສະເພາະໜູທີ່ມີອາຍຸ 2 ເດືອນ ແລະ 8 ເດືອນ ຂະນະທີ່ໜູອາຍຸ 14 ເດືອນ ເຊິ່ງມີສະໝອງທີ່ເຕີບໃຫຍ່ເຕັມທີ່ເກືອບຈະບໍ່ມີຄວາມເສຍຫາຍຫຍັງເກີດຂຶ້ນ.

ນ້ຳອັດລົມ

ພ້ອມກັນນີ້ ນັກວິໄຈຍັງພົບວ່າໜູທີ່ດື່ມນ້ຳອັດລົມມີບັນຫາກ່ຽວກັບສະໝອງຫຼາຍພາກສ່ວນ ເຊັ່ນ: ສະໝອງສ່ວນ Frontal Cortex ທີ່ມີໜ້າທີ່ຄວບຄຸມຄວາມຈໍາ, ສະມາທິ ແລະການຕັດສິນໃຈ ຫຼື ສະໝອງສ່ວນຮິບໂປແຄມປັສ (hippocampus) ທີ່ເຮັດວຽກດ້ານຄວາມຈໍາ ແລະ ການຮຽນຮູ້ ກ່ອນຈະສະຫຼຸບວ່າການດື່ມນໍ້າອັດລົມແມ່ນມີຜົນກະທົບຕໍ່ສະໝອງໜູ.

ທັງນີ້ ຜົນການທົດລອງດັ່ງກ່າວ ເປັນການທົດລອງໃນໜູບໍ່ແມ່ນມະນຸດເຮົາ. ແຕ່ຖ້າຫາກມະນຸດມີການທົດລອງແບບດຽວກັນກັບໜູ ຜົນທີ່ໄດ້ຮັບແມ່ນອາດຈະແຕກຕ່າງກັນກັບໜູກໍເປັນໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ