ເມືອງນອງ ແຂວງສະຫວັນນະເຂດ ມີແຜນພັດທະນາເສດຖະກິດ-ສັງຄົມ ຈະສູ້ຊົນໃຫ້ບັນລຸ 297.69 ຕື້ກີບ

ແຂວງສະຫວັນນະເຂດ

ໃນວັນທີ 17 ສິງຫາ 2022 ນີ້ ເມືອງນອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ອົງການປົກຄອງເມືອງ ຂຶ້ນໂດຍການເປັນປະທານ ຂອງທ່ານ ລຳແກ້ວ ແສງໜູທອງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ເມືອງນອງ, ມີກຳມະການປະຈຳພັກເມືອງ, ຫົວໜ້າ-ຄະນະຫ້ອງການ, ຈຸດສຸມ, ກຸ່ມບ້ານ, ພະນັກງານອາວຸໂສ-ບຳນານ, ກຳລັງ ປກສ, ປກຊ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງຜົນງານການຈັດຕັ້ງປະຕິບັດຕະຫຼອດໄລຍະ 6 ເດືອນຕົ້ນປີ 2022 ຈາກ ທ່ານ ແພງມາ ຈັນທິລະນອງ ຫົວໜ້າຫ້ອງວ່າການປົກຄອງເມືອງນອງ ເຊິ່ງກໍເຫັນວ່າ ມີວຽກງານທີ່ພົ້ນເດັ່ນຫຼາຍໆດ້ານ ເຊິ່ງໃນ 6 ເດືອນຜ່ານມາ ມີມູນຄ່າການລົງທຶນທັງໝົດ 2.34 ຕື້ກີບ ໃນນັ້ນ: ການລົງທຶນຂອງລັດ 707.14 ລ້ານກີບ ກວມເອົາ 30.21%, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ 984.35 ລ້ານກີບ ກວມເອົາ 42.35%, ທຶນກູ້ຢືມທະນາຄານນະໂຍບາຍມູນຄ່າ 645 ລ້ານກີບ ກວມເອົາ 27.56%; ແຫຼ່ງທຶນດັ່ງກ່າວແມ່ນໄດ້ສຸມໃສ່ພັດທະນາກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນໂດຍເນັ້ນໃສ່ຂົງເຂດເສດຖະກິດ 1.05 ຕື້ກີບ ກວມ 44.79%, ຂົງເຂດວັດທະນະທຳ-ສັງຄົມ 960.68 ລ້ານກີບ ກວມ 41.45% ແລະຂົງເຂດ ອືີ່ນໆ 321.5 ລ້ານກີບ ກວມ 13.76%. ດ້ານວຽກງານກະສິກຳ ແລະ ປ່າໄມ້ ໃນປີ 2022 ປະຊາຊົນປູກມັນຕົ້ນສຳເລັດແລ້ວ 3,540 ເຮັກຕາ ເພີີ່ມຂຶ້ນ 2,426 ເຮັກຕາ ເກີນແຜນການປີ 1,426 ເຮັກຕາ, ປູກກ້ວຍໄດ້ 5,500 ເຮັກຕາ ເພີີ່ມຂຶ້ນ 156 ເຮັກຕາ ,ວຽກງານອຸດສາຫະກຳ ແລະ ການຄ້າໄດ້ສ້າງຕັ້ງກຸ່ມຕໍ່າແຜ່ນແພສິ້ນ ເຜົ່າມັງກອງ-ເຜົ່າຕະໂອ໊ຍ ເພີີ່ມອີກ 3 ກຸ່ມ ສາມາດຜະລິດໄດ້ 30-50 ຜືນຕໍ່ກຸ່ມ ຕໍ່ເດືອນ ຂາຍໄດ້ 50-70 ຜືນໃນລາຄາ 250,000-500,000 ກີບ, ໄດ້ຄົ້ນຄວ້າຫາສິນຄ້າທີີ່ ເປັນທ່າແຮງພາຍໃນເມືອງ ເພືີ່ອກຳນົດເອົາຜະລິດຕະພັນດັງກ່າວມາສົ່ງເສີມ ແລະ ພັດທະນາໃຫ້ໄດ້ຮັບກາໝາຍໂອດັອບໃນປີ 2022 ມີ 2 ລາຍການຄື : ການຕໍ່າແຜ່ນແພ-ສິ້ນເຜົ່າມັງກອງ, ເຜົ່າຕະໂອ໊ຍ ແລະ ເຫຼົ້າຂາວພື້ນບ້ານ.

ແຂວງສະຫວັນນະເຂດ

ຈາກນັ້ນ ກໍໄດ້ຜ່ານແຜນພັດທະນາເສດຖະກິດ-ສັງຄົມທ້າຍສະໄໝທີ XI ແຕ່ປີ 2020 ຫາ 2024 ໂດຍຈະສຸມໃສ່ ພັດທະນາຊັບພະຍາກອນມະນຸດ, ສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນຳພາໃຫ້ໜັກແໜ້ນ; ສືບຕໍ່ລົງຮາກຖານການເມືອງ ຕິດພັນກັບການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຢ່າງສະໜິດແໜ້ນ; ສົົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP), ພັດທະນາພື້ນຖານໂຄງລ່າງຊົນນະບົດໃຫ້ເຊືິ່ອມຈອດກັບຕົວເມືອງ ແລະ ເຂດການຜະລິດກັບການຈໍາໜ່າຍ; ເພີ່ມທະວີການເຕີບໂຕຂອງເສດຖະກິດບໍໍ່ໃຫ້ລົດ 6.5% ຜະລິດຕະພັນພາຍໃນ (GDP) ປີ 2024 ໃຫ້ບັນລຸ 297.69 ຕື້ກີບ ສະເລ່ຍໃສ່ຫົວຄົນໄດ້ປະມານ 7.76 ລ້ານກີບ ຫຼື ເທົ່າກັບ 924 ໂດລາຕໍໍ່ຄົນຕໍ່ປີ.

ແຂວງສະຫວັນນະເຂດ

ຂໍ້ມູນຈາກ: https://cutt.ly/dXAsGUx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ