ກະຊວງສຶກສາ ເນັ້ນໜັກໃຫ້ພາກເອກະຊົນສຸມໃສ່ນັກສີມື-ວິຊາຊີບ ປັບປຸງໃຫ້ມີຫຼາຍວິຊາຮຽນ

ວິຊາຊີບ

ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ເນັ້ນໜັກໃຫ້ຜູ້ປະກອບການ ແລະ ຜູ້ບໍລິຫານສະຖານການສຶກສາພາກເອກະຊົນທົ່ວປະເທດເອົາໃຈໃສ່ຫຼາຍດ້ານ ເປັນຕົ້ນແມ່ນໃຫ້ມີການຮ່ວມມືກັນຫຼາຍຂຶ້ນ, ໂດຍການຮ່ວມມືແມ່ນລະຫວ່າງສະຖານການສຶກສາເອກະຊົນນໍາກັນ, ຮ່ວມມືລະຫວ່າງສະຖານການສຶກສາເອກະຊົນ ກັບ ສະຖານການສຶກສາຂອງລັດ, ຮ່ວມມືລະຫວ່າງສະຖານການສຶກສາເອກະຊົນ ກັບພາກທຸລະກິດ-ຜູ້ປະກອບການ ທັງຢູ່ສູນກາງ ແລະ ບັນດາແຂວງ, ໃຫ້ຮັກສາຄຸນະພາບ, ຄວາມໜ້າເຊື່ອຖື, ຄວາມໄວ້ວາງໃຈຈາກສັງຄົມ, ປັບປຸງໃຫ້ມີຄວາມຫຼາກຫຼາຍຂອງວິຊາຮຽນ ຕອບສະໜອງໄດ້ຕາມການຈ້າງງານຕົວຈິງໃນແຕ່ລະໄລຍະ.

ເມື່ອວັນທີ 19 ສິງຫາ ທີ່ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ສະມາຄົມການສຶກສາພາກເອກະຊົນ ໄດ້ຈັດກອງປະຊຸມຮັບຟັງການໂອ້ລົມຂອງທ່ານ ຮສ.ປອ ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຄຳແສນ ສີສະວົງ ປະທານສະມາຄົມການສຶກສາພາກເອກະຊົນ, ພ້ອມດ້ວຍບັນດາຫົວໜ້າຫ້ອງການ, ກົມ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງໃນນະຄອນຫຼວງວຽງຈັນ, ຄະນະບໍລິຫານສະມາຄົມການສຶກສາພາກເອກະຊົນ ທັງຢູ່ຕ່າງແຂວງ ແລະ 7 ຕົວເມືອງໃນນະຄອນຫຼວງວຽງຈັນ, ຕະຫຼອດຮອດຜູ້ປະກອບການ, ຜູ້ອຳນວຍການໂຮງຮຽນພາກເອກະຊົນ ທັງເປັນສະມາຊິກ ແລະ ບໍ່ທັນໄດ້ເຂົ້າເປັນສະມາຊິກຂອງສະມາຄົມການສຶກສາພາກເອກະຊົນ ໂດຍຜ່ານທາງໄກ ແລະ ແບບເຊິ່ງໜ້າ.

ວິຊາຊີບ

ໃນພິທີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ແລກປ່ຽນຄຳຄິດເຫັນຕໍ່ຜູ້ເຂົ້າຮ່ວມ ວ່າ: ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ໂດຍສະເພາະແມ່ນໄລຍະທີ່ກໍາລັງຫ້າງຫາກະກຽມເພື່ອເປີດສົກຮຽນ 2022–2023 ເຊິ່ງການສຶກສາພາກເອກະຊົນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ, ອີງຕາມກົດໝາຍການສຶກສາສະບັບປັບປຸງປີ 2015 ໃນມາດຕາ 62–63 ໄດ້ລະບຸແຈ້ງກ່ຽວກັບການລົງທຶນຂອງພາກເອກະຊົນຕໍໍ່ການສຶກສາ, ການສຶກສາພາກເອກະຊົນຍັງໄດ້ປະກອບສ່ວນສ້າງວຽກເຮັດງານທໍາ, ລົດຜ່ອນແບ່ງເບົາການລົງທຶນຂອງພາກລັດ ໂດຍສະເພາະໃນຕົວເມືອງໃຫຍ່, ສິ່ງສໍາຄັນແມ່ນໄດ້ຊ່ວຍຊຸກຍູ້ໃຫ້ມີການປັບປຸງຄຸນະພາບຂອງການຮຽນການສອນ ແລະ ຄຸນະພາບຂອງການສຶກສາຢູ່ໃນການສຶກສາກ່ອນໄວຮຽນ ແລະ ການສຶກສາຂັັ້ນປະຖົມສຶກສາ. ຄຽງຄູ່ກັບຜົນສໍາເລັດຂອງການສຶກສາພາກເອກະຊົນນັ້ນ ເຫັນວ່າຍັງມີສິ່ງທ້າທາຍ ແລະ ມີຫຼາຍດ້ານທີ່ຈະຕ້ອງທົບທວນຄືນໃນຕໍໍ່ໜ້າ ເປັນຕົ້ນແມ່ນໄດ້ລົງທຶນຫຼາຍແຕ່ຜົນຕອບແທນບໍ່ສົມຄູ່ (ຖ້າທຽບໃສ່ການປະກອບກິດຈະການອື່ນໆ); ສະພາບການແຂ່ງຂັນທາງດ້ານໃຫ້ບໍລິການດ້ານການສຶກສາເພີ່ມຂຶ້ນ ໂດຍສະເພາະສະຖານການສຶກສາເພີ່ມຂຶ້ນ, ລູກຫຼານພາກັນຫຼັ່ງໄຫຼໄປຮຽນຕ່າງປະເທດ ເຮັດໃຫ້ທ່າອ່ຽງຈໍານວນນັກສຶກສາວິທະຍາໄລ ແລະ ສະຖາບັນການສຶກສາຊັັ້ນສູງລົດລົງ; ທາງດ້ານນິຕິກໍາແມ່ນເຫັນວ່າຍັງບໍໍ່ທັນເອື້ອອໍານວຍກັບສະພາບປັດຈຸບັນ.

ວິຊາຊີບ

ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ມີບາງຄໍາຄິດຄໍາເຫັນຕໍ່ກັບທິດທາງໃນຕໍ່ໜ້າຂອງການສຶກສາເອກະຊົນອີກວ່າ: ຈະໄດ້ພ້ອມກັນປັບປຸງບັນດານິຕິກໍາ, ລະບຽບການຄຸ້ມຄອງການສຶກສາພາກເອກະຊົນ; ຮຽກຮ້ອງໃຫ້ມີການຮ່ວມມືກັນຫຼາຍຂຶ້ນ, ເຊິ່ງການຮ່ວມມືແມ່ນລະຫວ່າງສະຖານການສຶກສາເອກະຊົນນໍາກັນ, ຮ່ວມມືລະຫວ່າງສະຖານການສຶກສາເອກະຊົນ ກັບ ສະຖານການສຶກສາຂອງລັດ, ຮ່ວມມືລະຫວ່າງສະຖານການສຶກສາເອກະຊົນ ກັບ ພາກທຸລະກິດ-ຜູ້ປະກອບການ ທັງຢູ່ສູນກາງ ແລະ ບັນດາແຂວງ; ໃຫ້ຮັກສາຄຸນະພາບ, ຄວາມໜ້າເຊື່ອຖື, ຄວາມໄວ້ວາງໃຈຈາກສັງຄົມ; ປັບປຸງໃຫ້ມີຄວາມຫຼາກຫຼາຍຂອງວິຊາຮຽນຕອບສະໜອງໄດ້ຂອງການຈ້າງງານຕົວຈິງໃນແຕ່ລະໄລຍະ; ຂໍຄວາມຊ່ວຍເຫຼືອນໍາບັນດາພາກສ່ວນທີ່ກ່ຽວຂ້ອງໃນການຂະຫຍາຍການສຶກສາກ່ອນໄວຮຽນ ແລະ ການສຶກສາຂັ້ນພື້ນຖານໄປເຂດຊານເມືອງ ແລະ ຊົນນະບົດຕື່ມ ໂດຍອາດຈະຮ່ວມມືກັນກັບຊຸມຊົນ ເພື່ອໃຫ້ສາມາດດໍາເນີນການຈັດການຮຽນການສອນໄດ້; ວິທະຍາໄລໃຫ້ສຸມໃສ່ສ້າງນັກສີມື-ວິຊາຊີບ ຕອບສະໜອງຄວາມຕ້ອງການຂອງທຸລະກິດໃໝ່ທີ່ຈະເກີດຂຶ້ນໃນອະນາຄົດ; ໃຫ້ເກັບກໍາຜົນງານຂອງຄູສອນທີ່ດີເດັ່ນ ເພື່ອສະເໜີນາມມະຍົດຄູຕາມລະບຽບການ; ຍົກສູງຄຸນະພາບຊີວິດ ແລະ ການເບິ່ງແຍງຄູການສຶກສາພາກເອກະຊົນ ຄວນສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງກອງທຶນຄູ ການສຶກສາພາກເອກະຊົນ; ສະໜັບສະໜູນໃນແນວຄວາມຄິດທີ່ຈະສ້າງມະຫາວິທະຍາໄລຂອງພາກເອກະຊົນແຫ່ງທໍາອິດຢູ່ ສປປ ລາວ ໃຫ້ບັນດາທ່ານເຮັດບົດວິພາກລະອຽດ ແລະ ມີເປົ້າໝາຍທີ່ຊັດເຈນ ເຊິ່ງບໍ່ໃຫ້ຄິດພຽງແຕ່ວ່າກຸ່ມເປົ້າໝາຍສະເພາະພາຍໃນປະເທດເທົ່ານັ້ນ ໂດຍໃຫ້ເບິ່ງນັກຮຽນປະເທດໃກ້ຄຽງ ແລະ ປະເທດອື່ນໆອີກຕື່ມ.

ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບ ແລະ ລາຍງານສະພາບຂອງສະມາຄົມການສຶກສາພາກເອກະຊົນອີກດ້ວຍ.

ຂໍ້ມູນຈາກ: https://cutt.ly/eXAJdNj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ