ສຸດດາລາ ສີລາວົງ ນາງງາມຜົ້ງສາລີ ຖືກແຕ່ງຕັ້ງເປັນຮອງອັນດັບ 2 Miss World Laos 2021

ສຸດດາລາ ສີລາວົງ

ຖະແຫຼງການຢ່າງເປັນທາງການແລ້ວ ໃນວັນທີ 8 ເມສາ 2021, ທ່ານ ສາຍແກ້ວ ສີດາວົງ ປະທານໂຄງການກອງປະກວດ Miss World Laos ໄດ້ແຈ້ງໃຫ້ຮູ້ວ່າ: ນາງ ສຸດດາລາ ສີລາວົງ ໄດ້ຖືກແຕ່ງຕັ້ງເປັນທາງການ ໃຫ້ເປັນຮອງອັນດັບ 2 Miss World Laos 2021.

ສຸດດາລາ ສີລາວົງ ເປັນຄົນບ້ານພູຟ້າ ເມືອງຜົ້ງສາລີ ແຂວງຜົ້ງສາລີ ປັດຈຸບັນອາໄສຢູ່ບ້ານ ສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ອາຍຸ 20 ປີ ເປັນນັກສຶກສາຢູ່ລາວ ແຕ່ກ່ອນແມ່ນໄດ້ໄປສຶກສາຮຽນຕໍ່ທີ່ ສປ ຈີນ ແຕ່ເນື່ອງຈາກວ່າມີການລະບາດຂອງໂຄວິດ-19 ຈຶ່ງໄດ້ມາສຶກສາຕໍ່ທີ່ ສປປ ລາວຕໍ່.

ຄວາມສາມາດແມ່ນ ຟ້ອນ ແລະ ຫຼິ້ນກິລາຕີບານໄດ້. ກິດຈະກຳໃນຍາມວ່າງແມ່ນມັກອອກກຳລັງກາຍ, ອ່ານໜັງສື, ອ່ານປຶ້ມ ນອກຈາກນີ້ ກໍຍັງເປັນຄົນທີ່ມີລັກສະນະນິໄສເປັນຄົນຕະຫຼົກ, ອາລົມດີ, ມັກຢອກ ແລະ ເຮັດໃຫ້ຄົນອ້ອມຂ້າງນັ້ນມີຄວາມສຸກໄປຕາມໆກັນ. ໃນໄລຍະທີ່ຜ່ານມາ ສຸດດາລາ ກໍໄດ້ຊະນະກອງປະກວດຕ່າງໆ ມາໂດຍຕະຫຼອດ.

ສຸດດາລາ ມັກຮັກໃນວົງການບັນເທີງມາຕັ້ງແຕ່ນ້ອຍແລ້ວ ແລະ ກໍໄດ້ເຂົ້າວົງການບັນເທີງຢ່າງທີ່ຕົນຫວັງ ແລະ ຝັນມາຕັ້ງແຕ່ນ້ອຍ, ປັດຈຸບັນກໍພ້ອມທີ່ຈະພັດທະນາຕົນເອງຢູ່ສະເໝີ ພ້ອມຮັບການຖ່າຍແບບ ຖ່າຍໜັງ-ຊີຣີ ຮູບເງົາ ອື່ນໆ. ນອກຈາກນີ້ ສຸດດາລາ ຍັງເປັນນ້ອງໃໝ່ໃນວົງການບັນເທີງ ນາງແບບ, ນັກສະແດງ ໃນຄ້າຍ VL Modeling Agency LNT.

ຂອບໃຈຂໍ້ມູນຈາກ:
https://sportsupdate.org/2020/13251?fbclid=IwAR3CA4F_W45N29M1QTIc1VdLmVW2-5GcFe38ZUasXhSNhjuNTnlWE9deX9E
http://khumkomlao.com/2021/14202?fbclid=IwAR0GGGDqU1uMOyf8Q3IrNjZ2TgeRZKj5j2nFFOpfcTaXYFPBk1a4fPWzUZg

ຂ່າວທັງໝົດຈາກ LaoX: https://laox.la/all-posts/