TikTok ເປີດລາຍງານຄວາມໂປ່ງໃສ ລຶບວີດີໂອທີ່ບໍ່ເໝາະສົມ 89 ລ້ານວີດີໂອ

TikTok

TikTok ໄດ້ລາຍງານຄວາມໂປ່ງໃສ ເຜີຍການລົບວີດີໂອທີ່ມີເນື້ອຫາບໍ່ເໝາະສົມ 89 ລ້ານວີດີໂອທົ່ວໂລກ ຄິດເປັນເປີເຊັນໜ້ອຍກວ່າ 1% ຂອງຈຳນວນວີດີໂອທັງໝົດທີ່ຖືກອັບໂຫຼດລົງໃນແອັບພລິເຄຊັນ.

Tiktok ຄືແອັບພລິເຄຊັນທີ່ສ້າງສັນວີດີໂອສັ້ນທີ່ມີຊື່ສຽງ ໄດ້ເປີດເຜີຍ ລາຍງານປະຈຳເຄິ່ງປີຫຼັງຂອງປີ 2020 (ກໍລະກົດ-ທັນວາ) ທີ່ສະແດງໃຫ້ເຫັນເຖິງການເຄື່ອນໄຫວວຽກງານທາງດ້ານເທັກໂນໂລຢີຢ່າງມີຄວາມປອດໄພ ເຊິ່ງ TikTok ໃຫ້ຄວາມສຳຄັນຫຼາຍ ໂດຍໄດ້ເປີດເຜີຍຄື: ເລື່ອງຂໍ້ມູນດ້ານການຈັດການຄອນເທັນທີ່ບໍ່ມີຄວາມເໝາະສົມ, ຄອນເທັນທີ່ລະເມີດຕໍ່ແນວທາງປະຕິບັດສຳລັບຊຸມຊົມ, ບັນຊີຜູ້ທີ່ມີຄວາມສ່ຽງ ແລະ ການປ້ອງກັນການເຜີຍແຜ່ຄອນເທັນທີ່ບິດເບືອນຄວາມຈິງ.

ຂໍ້ມູນຈາກທົ່ວໂລກພົບວ່າ ມີຈຳນວນ 89,132,938 ວີດີໂອທີ່ຖືກລຶບອອກຈາກລະບົບ ເພາະມີເນື້ອຫາທີ່ບໍ່ເໝາະສົມ ແລະຂັດຕໍ່ຂໍ້ກຳນົດຂອງແອັບພລິເຄຊັນ ເຊິ່ງຈຳນວນນີ້ແມ່ນຈຳນວນທີ່ໜ້ອຍກວ່າ 1% ຂອງຈຳນວນວີດີໂອທັງໝົດທີ່ຖືກອັບໂຫຼດລົງໃນແອັບພຣິເຄຊັນແລ້ວ.

ໂດຍຈຳນວນວີດີໂອທີ່ຖືກລຶບ ມີ 92,4% ຖືກລຶບຍ້ອນມີຜູ້ໃຊ້ງານແຈ້ງລາຍງານຄວາມບໍ່ເໝາະສົມ, 83,3% ຖືກລຶບອອກກ່ອນຈະມີຄົນເບິ່ງ ແລະ 93,5% ແມ່ນຖືກລຶບໃນ 24 ຊົ່ວໂມງ ຫຼັງຈາກທີ່ໂພສວີດີໂອລົງ.

ນອກຈາກນີ້, ບັນຊີຜູ້ໃຊ້ງານຈຳນວນ 6,144,040 ບັນຊີຖືກລຶບ ເນື່ອງຈາກຂັດຕໍ່ແນວທາງປະຕິບັດຂອງແອັບພລິເຄຊັນ ແລະ ບັນຊີສະແປມຖືກລຶບອີກ 9,499,881 ບັນຊີ ໂດຍເປັນການລຶບອອກໄປພ້ອມກັບວີດີໂອສະແປມຈຳນວນ 5,225,800 ວີດີໂອ ທີ່ໂພສໃນບັນຊີເຫຼົ່ານັ້ນ ພ້ອມກັບມີການປິດກັ້ນບັນຊີທີ່ມີຄວາມສ່ຽງອີກຈຳນວນ 173,246,874 ບັນຊີ.

TikTok ຍັງລາຍງານອີກວ່າ ມີໂຄສະນາຈຳນວນ 3,501,477 ລາຍການຖືກລຶບ ເນື່ອງຈາກຂັດຕໍ່ແນວທາງຂອງແອັບພລິເຄຊັນ ແລະ ນະໂຍບາຍການໂຄສະນາອີກດ້ວຍ, ເພື່ອປ້ອງກັນຜູ້ໃຊ້ງານຈາກເນື້ອຫາທີ່ບໍ່ດີ ແລະ ສ້າງຄວາມເຂົ້າໃຈຜິດ.

ພາບ: thairath, Internet World Business
ທີ່ມາ: https://www.thairath.co.th/lifestyle/tech/2049615

ຂ່າວທັງໝົດຈາກ LaoX: https://laox.la/all-posts/