ປະຊາຊົນ 3 ບ້ານ ເມືອງຈັນທະບູລີ ແຕ່ກ່ອນໃຊ້ເສັ້ນທາງດິນແດງ ແຕ່ຕອນນີ້ກຳລັງຈະໄດ້ໃຊ້ເສັ້ນທາງປູຢາງແລ້ວ


ເສັ້ນທາງບ້ານບໍ່ນາງົວ ອອກໄປສູ່ເສັ້ນທາງບ້ານໜອງທາ ນະຄອນຫຼວງວຽງຈັນ ແຕ່ກ່ອນ ຫຼື ຫຼາຍປີທີ່ຜານມາ ໄດ້ພົບກັບບັນຫາຄວາມຫຍຸ້ງຍາກໃນການໄປການມາ ບໍ່ວ່າຈະລະດູໃດກໍພົບແຕ່ຄວາມລຳບາກໃນການໃຊ້ເສັ້ນທາງແກ່ພໍ່ແມ່ປະຊາຊົນ ລວມໄປເຖິງນ້ອງນັກຮຽນທີ່ໄດ້ສັນຈອນໄປມາ ໃນເສັ້ນທາງດັ່ງກ່າວ ໂດຍສະເພາະແມ່ນລະດູຝົນ ເຊິ່ງເຮັດໃຫ້ເສັ້ນທາງມີຄວາມມື່ນ, ເປື້ອນເປິ, ເປັນຂຸມ ແລະ ເປ່ເພ ອາດຈະກໍ່ໃຫ້ເກີດອຸບັດຕິເຫດໄດ້ ສ່ວນລະດູແລ້ງກໍເຮັດໃຫ້ມີຂີ້ຝຸ່ນລະອອງໃສ່ເຮືອນພໍ່ແມ່ປະຊາຊົນ.

ໂຄງການກໍ່ເສັ້ນທາງດັ່ງກ່າວ ແມ່ນຜ່ານບ້ານດອນແດງ, ບ້ານໜອງທາ, ບ້ານບໍ່ນາງົວ ໄປຈົນເຖິງສົ້ນຂົວສາຍນ້ຳບໍ່ ມີຄວາມຍາວທັງໝົດ 3,1 ກິໂລແມັດ ແລະ ໃນປັດຈຸບັນນີ້ເສັ້ນທາງດັ່ງກ່າວກຳລັງຈະປ່ຽນແປງມາເປັນທາງປູຢາງ ແລະ ຕອນນີ້ກໍກຳລັງກໍ່ສ້າງໃຫ້ສົມບູນ. ເຊິ່ງເປັນໂຄງການກໍ່ສ້າງງົບປະມານຈາກນະຄອນຫຼວງວຽງຈັນ ຮັບເໝົາກໍ່ສ້າງໂດຍບໍລິສັດ ເອສຊີກໍ່ສ້າງ ຈຳກັດ ແລະ ໄດ້ເລີ່ມກໍ່ສ້າງຕັ້ງແຕ່ທ້າຍເດືອນມີນາ 2021 ທີ່ຜ່ານມາ.

ປັດຈຸບັນໂຄງການແມ່ນຢູ່ໃນໄລຍະ ການປັບໜ້າດິນ, ຖົມດິນ, ກະກຽມວາງທໍ່ລະບາຍນ້ຳ ເຊິ່ງຈະເລີ່ມປູຢາງ 2 ຊັ້ນ ເປັນຂັ້ນຕອນຕໍ່ໄປ. ຄາດວ່າຈະເຮັດໃຫ້ສຳເລັດ ໃຫ້ພໍ່ແມ່ປະຊາຊົນ, ນ້ອງນັກຮຽນ ແລະ ຜູ້ສັນຈອນໄປມາໄດ້ໃຊ້ ກ່ອນໃນໄລຍະລະດູຝົນທີ່ຈະມາເຖິງນີ້.

ເຊິ່ງໃນໂຄງການນີ້ ພັກ-ລັດ ເພິ່ນກໍໄດ້ເຫັນເຖິງຄວາມສຳຄັນຂອງພໍ່ແມ່ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ. ໃນການກໍ່ສ້າງທີ່ພົບບັນຫານັ້ນແມ່ນເລື່ອງນ້ຳປະປາ  ທີ່ພົບເຫັນໃນການຈົກຮ່ອງໃນເຂດບ້ານດອນແດງ ເຊິ່ງມີຜົນກະທົບດ້ານນ້ຳປະປາ ທີ່ໄດ້ນອນຢູ່ໃນແຜນການ ແລະ ການເທເບຕົງທາງເຂົ້າເຮືອນ.

ການວາງທໍ່ໃນເຂດເສັ້ນທາງສ່ວນລວມ ແມ່ນຈະຢູ່ໃນການຮັບຜິດຊອບຂອງໂຄງການ ແຕ່ຢາກຈະຮຽກຮ້ອງເຖິງພໍ່ແມ່ປະຊາຊົນ 3 ບ້ານ ໃນທາງເຂົ້າເຮືອນ ແລະ ຄົວເຮືອນນັ້ນ ກໍໃຫ້ມີສ່ວນຮ່ວມໃນການວາງທໍ່ ແລະ ຢາກໃຫ້ແຕ່ລະຄອບຄົວນັ້ນວາງທໍ່ທີ່ໂຄງການໄດ້ກຳນົດ. ໂດຍລວມທີ່ໄດ້ເບິ່ງແລ້ວນັ້ນ ຈະໃຫ້ໃຊ້ທໍ່ ຟີ40 (Ø40) ເຊິ່ງໂດຍລວມແລ້ວແມ່ນງົບຂອງປະຊາຊົນເອງ ເນື່ອງຈາກວ່າ: ງົບຂອງຂັ້ນເທິງ ພັກ-ລັດ ສະເພາະໃນການກໍ່ສ້າງຈະບໍ່ສາມາດແບ່ງໃຫ້ໄດ້ ອາດຈະບໍ່ພຽງພໍຕໍ່ການກໍ່ສ້າງ.

“ສະນັ້ນ ຈຶ່ງຢາກຂໍໃຫ້ພໍ່ແມ່ປະຊາຊົນມີສ່ວນຮ່ວມເຂົ້າໃຈໃນຈຸດນີ້ ເພາະງົບປະມານກໍມີຈຳກັດ ແລະ ເປັນຄວາມຕ້ອງການອັນຮີບດ່ວນຂອງພໍ່ແມ່ປະຊາຊົນກັບທາງພັກ-ລັດ ຫວັງຢ່າງຍິ່ງວ່າຈະເຂົ້າໃຈ ແລະ ໃຫ້ການຮ່ວມມືຕໍ່ວຽກງານໃນດ້ານນີ້” ທ່ານ ຄຳສອນ ສູນດາຣາ ຫົວນ້າໂຄງການກໍ່ສ້າງໄດ້ກ່າວໄວ້.

ຂອບໃຈຂໍ້ມູນຈາກ: https://fb.watch/4Kh1wKI49t/