Hero ໃນຊີວິດຈິງ! ຊາຍຊາວເຄນຍາ ຍອມເສຍສະຫຼະຂັບລົດຫຼາຍຊົ່ວໂມງ ເພື່ອບັນທຸກນ້ຳມາໃຫ້ບັນດາສັດໃນພື້ນທີ່ແຫ້ງແລ້ງ

Hero ໃນຊີວິດຈິງ

ແອຟຣິກາ ເປັນທີ່ຮູ້ກັນດີເລື່ອງຄວາມຮ້ອນ ແລະ ແຫ້ງແລ້ງ ເຊິ່ງໃນປັດຈຸບັນ ບັນຫາການຂາດນ້ຳຂອງປະຊາຊົນໃນທະວີບດັ່ງກ່າວກໍຍັງເປັນບັນຫາໃຫຍ່ຢູ່ ແລະ ບໍ່ສະເພາະແຕ່ຄົນເທົ່ານັ້ນທີ່ຂາດນ້ຳ ແຕ່ບັນດາສັດສາວາສິ່ງທີ່ຕ້ອງອາໄສທຳມະຊາດກໍເຊັ່ນກັນ.

Patrick Kilonzo Mwalua ຜູ້ຊາຍໃຈດີ ຊາວເຄນຍາ ອາຍຸ 41 ປີ, ໃນປີ 2016 ລາວໄດ້ເຫັນບັນດາສັດຢູ່ທົ່ງຫຍ້າແຫ້ງແລ້ງຂອງອຸທະຍານແຫ່ງຊາດ Tsavo ປະເທດເຄນຍາ ກໍເກີດຄວາມອິດູສົງສານ ລາວຈຶ່ງຕັດສິນໃຈເຮັດບາງຢ່າງ ນັ້ນແມ່ນຍອມເສຍສະຫຼະເວລາຂອງຕົນເອງຫຼາຍຊົ່ວໂມງຕໍ່ມື້ ໃນການຂົນນໍ້າມາໃຫ້ແກ່ສັດປ່າທີ່ຫິວກະຫາຍນ້ຳເຫຼົ່ານີ້ ຈົນລາວໄດ້ສາຍາຈາກຄົນທົ່ວໂລກວ່າ: Water Man.

ປົກກະຕິແລ້ວ Patrick ມີອາຊີບເປັນຊາວກະສິກອນ ແຕ່ທຸກມື້ລາວຈະໃຊ້ເວລາຫຼາຍຊົ່ວໂມງໃນການຂັບລົດເພື່ອເອົານ້ຳມາຕື່ມລົງໃນໜອງນ້ຳທີ່ແຫ້ງ ເຊິ່ງເກີດຈາກພາວະໂລກຮ້ອນ. ເມື່ອລາວປ່ອຍນ້ຳລົງໜອງທີ່ແຫ້ງດັ່ງກ່າວ ບັນດາສັດນ້ອຍໃຫຍ່ທີ່ມີທັງຊ້າງ, ຄວາຍປ່າ, ມ້າລາຍ… ກໍຈະພາກັນມາຫຸ້ມກິນນ້ຳຢ່າງຄຶກຄື້ນ.

ລາວໄດ້ບອກວ່າ ປົກກະຕິໃນເວລານັ້ນ ເປັນໄລຍະທີ່ຝົນຕ້ອງຕົກ ແຕ່ເປັນຍ້ອນພາວະໂລກຮ້ອນ ເລີຍເຮັດໃຫ້ຟ້າຝົນມີການປ່ຽນແປງ. ດັ່ງນັ້ນ ລາວກໍເລີຍຂົນນ້ຳມາໃຫ້ພວກມັນ ເພາະລາວຄິດວ່າ ຖ້າລາວບໍ່ເຮັດແບບນີ້ ລາວຢ້ານພວກມັນຈະພາກັນລົ້ມຕາຍ ຍ້ອນນ້ຳເປັນສິ່ງທີ່ຈຳເປັນຫຼາຍສຳຫຼັບສັດປ່າ, ເຊິ່ງແອຟຣິກາເອງ ກໍໄດ້ມີຂ່າວວ່າມີສັດປ່າຕາຍຈາກສະພາວະແຫ້ງແລ້ງຢູ່ເລື້ອຍໆ.

“ມື້ຄືນວານ ຂ້ອຍເຫັນຄວາຍປ່າ 500 ກວ່າໂຕ ກຳລັງຖ້າຂ້ອຍຢູ່ທີ່ໜອງນ້ຳ ແລະ ເມື່ອພວກມັນເຫັນຂ້ອຍມາກັບນ້ຳ ພວກມັນກໍຕື່ນເຕັ້ນແຮງ…” Patrick Kilonzo Mwalua ກ່າວ.

ຈາກຄວາມຮັກທີ່ລາວມອບໃຫ້ສັດປ່າເຫຼົ່ານັ້ນ ເປັນແຮງບັນດານໃຈໃຫ້ແມ່ຍິງຊາວອາເມຣິກາຄົນໜຶ່ງ ເກີດແນວຄວາມຄິດຢາກຊ່ວຍເຫຼືອລາວຈາກໃຈຈິງ ຈຶ່ງໄດ້ສ້າງໂຄງການບໍລິຈາກຂຶ້ນມາທາງໂຊຊຽວມີເດຍ ເພື່ອເປັນອີກກ້ອນກຳລັງໜຶ່ງໃຫ້ Patrick Kilonzo Mwalua ແລະ Patrick ເອງກໍສັນຍາວ່າ ລາວຈະຊ່ວຍເຫຼືອສັດເຫຼົ່ານີ້ໄປເລື້ອຍໆ ເທົ່າທີ່ລາວຈະເຮັດໄດ້.

ຂອບໃຈຂໍ້ມູນຈາກ:

https://www.youtube.com/watch?v=kVR9FeaEsP8

https://www.lifegate.com/patrick-kilonzo-mwalua-interview

https://www.blockdit.com/posts/5e3e6ed3dca8720c9a287d89

ຕິດຕາມຂ່າວສານທັງໝົດຈາກ LaoX: https://laox.la/all-posts/