ທູດມຽນມາ ຖືກຍຶດສະຖານທູດ ຢູ່ໃຈກາງເມືອງລອນດອນ


ຈໍ ຊົວ ມິນ (Kyaw Zwar Minn) ເອກອັກຄະລັດຖະທູດມຽນມາປະຈຳອັງກິດ ຖືກປົດຕຳແໜ່ງ ພາຍຫຼັງທີ່ອອກຖະແຫຼງການວິຈານການຍຶດອຳນາດ ແລະ ຮຽກຮ້ອງໃຫ້ປ່ອຍຕົວ ນາງ ອອງຊານ ຊູຈີ ແລະ ປະທານາທິບໍດີ ວິນ ມິນ.

ສຳນັກຂ່າວເອເອຟພີ ແລະ ຣອຍເຕີ ໄດ້ລາຍງານວ່າ ເມື່ອວັນພຸດທີ 7 ເມສາ ຕາມເວລາໃນເມືອງລອນດອນ ໄດ້ເກີດຄວາມວຸ່ນວາຍຂຶ້ນຢູ່ທາງດ້ານໜ້າສະຖານທູດມຽນມາ ເມື່ອ ຈໍ ຊົວ ມິນ ເອກອັກຄະລັດຖະທູດມຽນມາ ຖືກບຸກຄົນພາຍໃນສະຖານທູດລັອກປະຕູ ເຮັດໃຫ້ບໍ່ສາມາດເຂົ້າໄປໃນສະຖານທູດໄດ້ ເປັນເຫດໃຫ້ຕຳຫຼວດອັງກິດຕ້ອງໄດ້ເຂົ້າກວດສອບ ແລະ ເຝົ້າລະວັງ.

ການຍຶດສະຖານທູດຄັ້ງນີ້ ເຮັດໃຫ້ຜູ້ຊຸມນຸມເກີດການປະທ້ວງຢູ່ທາງນອກຂອງສະຖານທູດໃນຕອນຄ່ຳຂອງວັນພຸດທີ່ຜ່ານມາ. ນອກຈາກນັ້ນ, ລາຍງານຈາກສຳນັກຂ່າວບີບີຊີ ຍັງກ່າວວ່າ “ຈໍ ຊົວ ມິນ ຕ້ອງໄດ້ນອນຄ້າງຄືນໃນລົດ ໃນຄ່ຳຄືນຂອງວັນພຸດ, ໃນຂະນະທີ່ ໂດມິນິກ ຣາບ ລັດຖະມົນຕີ ​ກະຊວງການຕ່າງປະເທດຂອງອັງກິດ ໄດ້ໃຊ້ທະວິດເຕີ ໂພສສະໜັບສະໜູນເອກອັກຄະລັດຖະທູດຜູ້ນີ້ວ່າເປັນຄົນທີ່ກ້າຫານ ແລະ ຮັກຊາດ”

ເຈົ້າໜ້າທີ່ຂອງລາຊະອານາຈັກອັງກິດ ຍັງຢູ່ໃນລະຫວ່າງການເຈລະຈາກັບຕົວແທນຈາກທັງສອງຝ່າຍ ໂດຍມີເປົ້າໝາຍ ເພື່ອແກ້ໄຂຂໍ້ຂັດແຍ່ງໃນສະຖານທູດ ໃຫ້ມີຄວາມສະຫງົບ ແລະ ໄວທີ່ສຸດ. ນອກຈາກນັ້ນ, ໂຄສົກຂອງກະຊວງການຕ່າງປະເທດອັງກິດຍັງກ່າວຕື່ມວ່າ “ທາງກະຊວງກຳລັງຂໍຄຳຊີ້ແຈງກ່ຽວກັບສະຖານະພາບປັດຈຸບັນ ຂອງເອກອັກຄະລັດຖະທູດມຽນມາປະຈຳລາຊະອານາຈັກອັງກິດ ຕາມພິທີການທາງການທູດວ່າຈະເປັນແນວໃດຕໍ່ໄປ”.

ພາບ: mgronline, Embassy of the Republic of the Union of Myanmar in London, Liputan6.com
ທີ່ມາ:
https://www.thaipost.net/main/detail/98796
https://mgronline.com/around/detail/9640000033422

ຂ່າວທັງໝົດຈາກ LaoX: https://laox.la/all-posts/