ສື່ຂ່າວຂອງລັດຖະບານຈີນ ໄດ້ກ່າວເຖິງການກຽມຕົວໃນຂັ້ນຕອນສຸດທ້າຍ ເພື່ອເປີດໃຫ້ສາມາດເທຣດ Crypto ໄດ້


ເມື່ອວັນທີ 23 ເດືອນພຶດສະພາທີ່ຜ່ານມາ, China Central Television (CCTV) ສະຖານີ​ໂທລະພາບ​ຂອງລັດຖະບານ​ຈີນ ໄດ້ມີການອອກອາກາດໃນຕອນໜຶ່ງກ່ຽວກັບການຍອມຮັບ Crypto ໃນຮ່ອງກົງ. ໂດຍໄດ້ມີການລາຍງານວ່າ ໜ່ວຍງານຄຸ້ມຄອງໃນຮ່ອງກົງ “ໄດ້ກຽມຂັ້ນຕອນສຸດທ້າຍ” ສຳລັບການເປີດໃຫ້ສາມາດເທຣດ Crypto ແລະ ຍັງຮອງຮັບເອົາແອັບພິເຄຊັນຕ່າງໆຈາກແພລັດຟອມການຊື້ຂາຍ Crypto ອີກດ້ວຍ.

CCTV ເປັນສື່ຂ່າວທີ່ໃຫຍ່ທີ່ສຸດຂອງຈີນ ດ້ວຍລາຍການຕ່າງໆທີ່ຮອງຮັບຜູ້ຊົມຫຼາຍກວ່າ 1 ຕື້ viewers, ເປັນທີ່ໜ້າສົນໃຈວ່າໃນຂະນະກຳລັງອອກອາກາດ ບໍ່ມີໃຜເວົ້າກ່ຽວກັບ Crypto ໃນແງ່ລົບ ໃນທາງກັບກັນກົດລະບຽບດ້ານ Crypto ໃນປະເທດຈິນໄດ້ມີຄວາມເຂັ້ມງວດຂຶ້ນ ລວມໄປເຖິງການຫ້າມບໍ່ໃຫ້ຂຸດຫຼຽນ Bitcoin ແລະ ການຊື້ຂາຍໃນ exchanges, ເຖິງແມ່ນວ່າການເປັນເຈົ້າຂອງ Crypto ຍັງໄດ້ຮັບການອະນຸຍາດກໍຕາມ.

Zhonghui Cai ເຈົ້າໜ້າທີ່ຈາກ Securities and Futures Commission (SFC) ຂອງຮ່ອງກົງໄດ້ອະທິບາຍວ່າ ກົດລະບຽບຂອງຜູ້ໃຫ້ບໍລິການສິນຊັບສະເໝືອນຈິງກຳລັງປະເຊີນກັບຄວາມທ້າທ້າຍຕ່າງໆ ບໍ່ວ່າຈະເປັນການຮັບມືກັບຄວາມປອດໄພທາງອິນເຕີເນັດ, ການຮັບປະກັນສິນຊັບຂອງຜູ້ໃຊ້ບໍລິການ ແລະ ຄວາມຂັດແຍ້ງລະຫວ່າງຜູ້ໃຫ້ບໍລິການທີ່ອາດຈະເກີດຂຶ້ນໄດ້.

ເຊິ່ງກ່ອນໜ້ານີ້ສຳນັກຂ່າວ Cointelegraph ໄດ້ມີລາຍງານວ່າ ຄໍາແນະນໍາດັ່ງກ່າວຈະມີຜົນບັງຄັບໃຊ້ໃນເດືອນກໍລະກົດ ໃນປີ 2023 ແຕ່ແພລັດຟອມການຊື້ຂາຍສິນຊັບສະເໝືອນຈິງນີ້ຍັງບໍ່ທັນໄດ້ຮັບການອະນຸມັດຈາກ SFC.

ນອກຈາກນີ້ ໃນຊຸມຊົນ Crypto ບາງຄົນຍັງໄດ້ກ່າວຍ້ອງຍໍໃນ Twitter ວ່າ Crypto ໄດ້ຖືກຍອມຮັບ ແລະ ມີການເວົ້າເຖິງໃນສື່ຂອງລັດຖະບານຈີນ. Changpeng Zhao CEO ຂອງ Binance ກໍໄດ້ອອກມາກ່າວໃນ Twitter ວ່າ “CCTV ທີ່ໄດ້ເວົ້າເຖິງ Crypto ທີ່ພວມອອກອາກາດໄປນັ້ນ, ຖືເປັນເລື່ອງໃຫຍ່ເຮັດໃຫ້ປະຊາຊົນຊາວຈີນມີຄວາມຕື່ນເຕັ້ນຫຼາຍ ແລະ ໃນອະດີດການລາຍງານທຳນອງນີ້ຈະນຳໄປສູ່ຂາຂຶ້ນຂອງຕະຫຼາດ”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/