Sony ປະກາດເປີດຕົວ Project Q ອຸປະກອນການຫຼິ້ນເກມແບບພົກພາທີ່ຮອງຮັບການສະຕຣີມເກມຈາກ PS5


ໃນງານສະແດງ PlayStation, ນອກເໜືອໄປຈາກເກມໃໝ່ສຳລັບ PS5 ແລະ PSVR2, ທາງຄ້າຍ Sony ຍັງໄດ້ເປີດຕົວອຸປະກອນເກມແບບພົກພາທີ່ມີຊື່ວ່າ “Project Q” ເຊິ່ງສາມາດຮອງຮັບການສຕຣີມເກມແບບ Remote Play ຈາກ PS5 ຜ່ານ Wi-Fi ໄດ້ໂດຍກົງ.

Jim Ryan CEO ຂອງ Sony Interactive Entertainment ໄດ້ອອກມາໃຫ້ຂໍ້ມູນພຽງເລັກນ້ອຍຜ່ານຄລິບວິດີໂອ ແລະ ໄດ້ປະກາດວ່າ ເຄື່ອງເກມແບບພົກພາ “Project Q” ຈະພ້ອມເປີດຕົວໃນທ້າຍປີນີ້, ສໍາ​ລັບ​ລາຍ​ລະ​ອຽດ​ສະ​ເປັກ​ຂອງ​ເຄື່ອງ​ນັ້ນຍັງບໍ່ທັນມີການເຜີຍແຜ່ຂໍ້ມູນທີ່ຊັດເຈນ.

Project Q ໄດ້ຖືກອອກແບບມາໃຫ້ມີຄວາມຄ້າຍຄືກັບ Nintendo Switch, ໂດຍຈະມາພ້ອມກັບໜ້າຈໍ HD 8 ນິ້ວ ແລະ ສ່ວນດ້າມຈັບຈອຍໃຊ້ຕົວຄວບຄຸມ PS5 DualSense ເປັນແຮງບັນດານໃຈໃນການອອກແບບພ້ອມກັບປຸ່ມຕ່າງໆ. ນອກຈາກນີ້ມາພ້ອມກັບຄຸນສົມບັດ DualSense ຢ່າງເຕັມທີ່.

ສຳລັບລາຄາຂອງ Project Q ແລະ ມື້ທີ່ຈະວາງຂາຍນັ້ນຍັງບໍ່ທັນມີການປະກາດໃດໆ ພວກເຮົາຕ້ອງຕິດຕາມກັນຕໍ່ໄປ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/