“Epic OneWater Brew” ເບຍກະປ໋ອງທີ່ນຳເອົານ້ຳທີ່ໃຊ້ເເລ້ວມາຣີໄຊເຄິນ ເພື່ອລົດຜ່ອນບັນຫາສິ່ງເເວດລ້ອມ


ໂຄງການ “Epic OneWater Brew” ເບຍກະປ໋ອງທີ່ເປັນມິດກັບສິ່ງເເວດລ້ອມ ເກີດຂຶ້ນຈາກການແນມເຫັນເຖິງບັນຫາຄວາມເເຫ້ງເເລ້ງໃນລັດແຄລິຟໍເນຍທີ່ມີມາຢ່າງຍາວນານ ເເລະ ເພື່ອທີ່ຈະໃຊ້ນ້ຳໃຫ້ເປັນປະໂຫຍດສູງສຸດ ຈຶ່ງໄດ້ເກີດໄອເດຍໃນການຜະລິດເບຍຈາກນ້ຳເສຍນີ້ຂຶ້ນ.

ບໍລິສັດ Epic Cleantec ເເມ່ນບໍລິສັດຣີໄຊເຄິນນ້ຳໃນ San Francisco ໄດ້ຮ່ວມມືກັບບໍລິສັດເບຍຂອງແຄລິຟໍເນຍ Devil’s Canyon Brewing Company, ໂດຍຈະນໍາເອົານໍ້າເປື້ອນຈາກການຊັກເຄື່ອງ, ລ້າງຈານ ແລະ ອາບນໍ້າຈາກອາພາດເມັນ 40 ຊັ້ນໃນຊານຟຣານຊິສໂກ ມາຜ່ານຂະບວນການຣີໄຊເຄິນເພື່ອນຳມາໃຊ້ໃໝ່ອີກຄັ້ງ ຈົນໄດ້ກາຍມາເປັນເບຍທີ່ບັນຈຸຢູ່ໃນກະປ໋ອງ ເຊິ່ງມີນ້ຳສີທອງໃສ ຂົມໜ້ອຍໜຶ່ງ ຟອງໜ້ອຍໃນເເບບຂອງ Kölsch ເພື່ອເອົາໃຈຫຼາຍໆຄົນທີ່ຖືກປາກກັບຣົດສໍາຜັດນີ້.

Two men stand next to water treatment equipment.

ແນ່ນອນວ່າ ຫຼາຍຄົນອາດຈະຍັງກັງວົນໃນເລື່ອງຂອງຄວາມສະອາດ ແຕ່ທາງຜູ້ຜະລິດຢືນຢັນວ່າ ເຄື່ອງດື່ມເຫຼົ່ານີ້ຜ່ານການທົດສອບໂດຍຜ່ານຂະບວນການຕ່າງໆມາເເລ້ວຫຼາຍຕໍ່ຫຼາຍຄັ້ງ ຈົນໝັ້ນໃຈໄດ້ວ່າຈະໄດ້ນ້ຳສະອາດທີ່ເເທ້ຈິງ, ຫຼັງຈາກນັ້ນກໍຖືກສົ່ງໄປຫາໂຮງງານຜະລິດເບຍເພື່ອສືບຕໍ່ການຜະລິດຈົນກວ່າມັນກາຍເປັນ Epic OneWater Brew ທີ່ສາມາດດື່ມໄດ້ຢ່າງສະບາຍໃຈ.

Matthew Cantor ນັກຂຽນຈາກ The Guardian ກໍໄດ້ຊີມຣົດຊາດຂອງ Epic OneWater Brew ເເລ້ວກໍໃຫ້ຄວາມຄິດເຫັນວ່າ “ເປັນທີ່ໜ້າພໍໃຈ, ສົດຊື່ນ ສາມາດດື່ມໄດ້ ເເລະ ບໍ່ມີກິ່ນເເປກປອມຫຍັງເລີຍ”

ໃນຂະນະດຽວກັນ, Epic Cleantec ກໍໄດ້ແກ້ໄຂບັນຫາເລື່ອງນໍ້າດ້ວຍວິທີການອື່ນໆໄປນຳ. ເນື່ອງຈາກອາຄານໃນ San Francisco ຖືກກໍ່ສ້າງຕັ້ງແຕ່ວັນທີ 1 ເດືອນມັງກອນ ປີ 2022 ເປັນຕົ້ນມາ ຈະຕ້ອງຕິດຕັ້ງລະບົບບໍາບັດນໍ້າເສຍຂອງບໍລິສັດ ເຊິ່ງລະບົບການຈັດການນໍ້າທີ່ຕິດຕັ້ງໄວ້ຢູ່ໃນຕຶກອາພາດເມັນ 40 ຊັ້ນໃນເຂດ SoMa ສາມາດຣີໄຊເຄິນນໍ້າທີ່ໃຊ້ແລ້ວໄດ້ 7.500 ແກລອນຕໍ່ມື້ ຫຼື 2,5 ລ້ານແກລອນຕໍ່ປີ.

ຢ່າງໃດກໍຕາມ, ເນື່ອງຈາກມີກົດລະບຽບໃນການຫ້າມການໂຄສະນານໍ້າດື່ມທີ່ນໍາມາໃຊ້ໃໝ່ໃນສະຫະລັດທີ່ມາສະກັດກັ້ນໄວ້ ເຮັດໃຫ້ Epic OneWater Brew ເປັນພຽງແຕ່ “ຜະລິດຕະພັນຕົວຢ່າງ” ເທົ່ານັ້ນ, ດັ່ງນັ້ນພວກເຮົາຈະບໍ່ສາມາດຊື້ເຄື່ອງດື່ມກະປ໋ອງເຫຼົ່ານີ້ໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/