ສິ່ງທີ່ຄວນຮູ້ສຳລັບມືໃໝ່ກ່ອນທີ່ຈະຕັດສິນໃຈກ້າວເຂົ້າສູ່ໂລກຂອງການລົງທຶນໃນຕະຫຼາດຮຸ້ນ


ທຸກໆຄົນບໍ່ວ່າໃຜຕ່າງກໍຮູ້ດີວ່າໃນໂລກຂອງການເງິນມັກຈະມີສິ່ງໜຶ່ງທີ່ເອີ້ນວ່າ “ເງິນເຟີ້” ເຊິ່ງມັນຈະກັດກິນ ແລະ ເຮັດໃຫ້ມູນຄ່າຂອງເງິນຫຼຸດລົງຕາມການເວລາ. ດັ່ງນັ້ນ, ນັກລົງທຶນສ່ວນໃຫຍ່ມັກທີ່ຈະຫາຊ່ອງທາງໃນການລົງທຶນເພື່ອສ້າງກຳໄລ ແລະ ໃຫ້ໄດ້ຜົນຕອບແທນຫຼາຍທີ່ສຸດເພື່ອທີ່ຈະເອົາຊະນະໄພເງິນເຟີ້.

ນອກຈາກນີ້, ການລົງທຶນຍັງຊ່ວຍໃຫ້ເຮົາສາມາດເຂົ້າໃກ້ເປົ້າໝາຍທາງດ້ານການເງິນທີ່ເຮົາວາງໄວ້ໄດ້ໄວຂຶ້ນ, ຍ້ອນວ່າການລົງທຶນແມ່ນການທີ່ເຮົາເອົາເງິນໄປເຮັດວຽກແທນເຮົາ ກໍຄືການເອົາເງິນໄປຕໍ່ຍອດເງິນຂອງເຮົາເພື່ອໃຫ້ໄດ້ຜົນຕອບແທນທີ່ຫຼາຍກວ່າ ແລະ ການລົງທຶນໃນຮຸ້ນກໍແມ່ນໜຶ່ງໃນວິທີທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ. ໂດຍໃນມື້ນີ້ເຮົາຈະມາແນະນຳກ່ຽວກັບສິ່ງທີ່ທ່ານຄວນຮູ້ກ່ອນທີ່ຈະຕັດສິນໃຈເຂົ້າລົງທຶນໃນຕະຫຼາດຮຸ້ນ.

  1. ຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຫຼັກຊັບ

ຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຫຼັກຊັບຈະຊ່ວຍໃຫ້ນັກລົງທຶນສາມາດຕັດສິນໃຈໄດ້ຢ່າງສະຫຼາດ, ຫຼຸດຜ່ອນຄວາມສ່ຽງ ແລະ ເພິ່ມໂອກາດທີ່ຈະປະສົບຄວາມສຳເລັດ.

  • ປະເພດຂອງຮຸ້ນ: ຄວາມເຂົ້າໃຈຄວາມແຕກຕ່າງຂອງຮຸ້ນສາມັນ, ຮຸ້ນບູລິມະສິດ ແລະ ເອກະສານສຳຄັນໃນການສະແດງສິດທິ
  • ຕະຫຼາດຫຼັກຊັບ: ສຶກສາກ່ຽວກັບຕະຫຼາດຮຸ້ນ, ກົນໄກຊື້ຂາຍ ແລະ ດັດຊະນີຕະຫຼາດ
  • ການວິເຄາະຮຸ້ນ: ຮຽນຮູ້ວິທີການວິເຄາະພື້ນຖານ ແລະ ເຕັກນິກ.
  • ກົນລະຍຸດໃນການລົງທຶນ: ເລືອກກົນລະຍຸດທີ່ເໝາະສົມກັບເປົ້າໝາຍຂອງທ່ານ ແລະ ຄວາມສ່ຽງທີ່ຍອມຮັບໄດ້.
  1. ການປະເມີນຄວາມສ່ຽງ

ການປະເມີນຄວາມສ່ຽງຊ່ວຍໃຫ້ພວກເຮົາເຂົ້າໃຈສະຖານະການ ແລະ ສາມາດເຮັດການຕັດສິນໄດ້ຢ່າງສະຫຼາດ ເພື່ອເພີ່ມໂອກາດໃນການເຮັດກຳໄລ.

  • ຄວາມຜັນຜວນ: ຕະຫຼາດຫຼັກຊັບມີຄວາມຜັນຜວນສູງ ການປະເມີນຄວາມສ່ຽງຈະຊ່ວຍໃຫ້ທ່ານຫຼຸດຜ່ອນການສູນເສຍ ຫຼື ໄດ້ຮັບກຳໄລຫຼາຍຂຶ້ນ
  • ສະພາບຄ່ອງ: ບາງຮຸ້ນມີສະພາບຄ່ອງຕໍ່າ, ເຮັດໃຫ້ການຊື້ຂາຍມີຄວາມຫຍຸ້ງຍາກ.
  • ຄວາມສ່ຽງສະເພາະຂອງບໍລິສັດ: ສຶກສາຄວາມສ່ຽງທາງທຸລະກິດ, ຄູ່ແຂ່ງ ແລະ ສະຖານະພາບທາງດ້ານການເງິນຂອງບໍລິສັດ.
  1. ຕັ້ງເປົ້າໝາຍໃນການລົງທຶນ

ການຕັ້ງເປົ້າໝາຍໃນການລົງທຶນ ເປັນຈຸດເລີ່ມຕົ້ນທີ່ສໍາຄັນທີ່ຈະຊ່ວຍໃຫ້ນັກລົງທຶນບັນລຸເປົ້າໝາຍທາງດ້ານການເງິນ.

  •  ໄລຍະເວລາ: ກໍານົດໄລຍະເວລາການລົງທຶນ, ໄລຍະສັ້ນ, ໄລຍະກາງ ຫຼື ໄລຍະຍາວ.
  • ຜົນຕອບແທນ: ກໍານົດເປົ້າໝາຍທີ່ຄາດວ່າຈະກັບຄືນມາ.
  • ຄວາມສ່ຽງ: ກໍານົດລະດັບຄວາມສ່ຽງທີ່ຍອມຮັບໄດ້.
  1. ການວາງແຜນໃນການລົງທຶນ

ການວາງແຜນໃນການລົງທຶນເປັນເຄື່ອງມືທີ່ສໍາຄັນ ທີ່ຈະຊ່ວຍໃຫ້ນັກລົງທຶນສາມາດບັນລຸເປົ້າໝາຍທາງດ້ານການເງິນ, ຊ່ວຍໃຫ້ເຮົາມີວິໄນຫຼາຍຂຶ້ນ, ເພີ່ມໂອກາດໃນການທີ່ຈະປະສົບຜົນສຳເລັດ ແລະ ກະກຽມຄວາມພ້ອມສໍາລັບອະນາຄົດ

  • ກະຈາຍຄວາມສ່ຽງ: ລົງທຶນໃນຮຸ້ນຫຼາຍຕົວ ແລະ ຫຼາຍກຸ່ມທຸລະກິດ
  • ເງິນທຶນສຳຮອງ: ກະກຽມເງິນທຶນສໍາຮອງໃນກໍລະນີສຸກເສີນ.
  • ທົບທວນແຜນການລົງທຶນ: ທົບທວນຄືນ ແລະ ປັບແຜນການລົງທຶນຂອງທ່ານຕາມສະຖານະການ
  1. ເລືອກຊ່ອງທາງການລົງທຶນ

ການເລືອກຊ່ອງທາງການລົງທຶນ ແມ່ນສິ່ງສໍາຄັນທີ່ຊ່ວຍໃຫ້ນັກລົງທຶນສາມາດບັນລຸເປົ້າໝາຍ, ເພີ່ມໂອກາດທີ່ຈະປະສົບຜົນສໍາເລັດ ແລະ ​ກະຈາຍ​ຄວາມ​ສ່ຽງ​.

  • ໂບກເກີ: ເລືອກໂບກເກີທີ່ເຊື່ອຖືໄດ້ ແລະ ມີຄ່າທໍານຽມທີ່ເໝາະສົມ.
  • ບັນຊີການຊື້ຂາຍ: ເລືອກປະເພດບັນຊີທີ່ເໝາະສົມສໍາລັບການລົງທຶນຂອງທ່ານ.
  • ເຄື່ອງມືໃນການລົງທຶນ: ສຶກສາເຄື່ອງມືການລົງທຶນເຊັ່ນ: ແພລັດຟອມການຊື້ຂາຍ ແລະ algorithms.
  1. ສຶກສາຂໍ້ມູນ

ການສຶກສາຂໍ້ມູນແມ່ນສິ່ງສໍາຄັນທີ່ຈະຊ່ວຍໃຫ້ນັກລົງທຶນຕັດສິນໃຈຢ່າງສະຫຼາດ, ຫຼຸດຜ່ອນຄວາມສ່ຽງ ແລະ ເພີ່ມໂອກາດທີ່ຈະປະສົບຜົນສໍາເລັດ. ຄວນກວດສອບຄວາມຖືກຕ້ອງຂອງຂໍ້ມູນ, ຄົບຖ້ວນ, ທັນສະໄໝ ແລະ ຄວາມໜ້າເຊື່ອຖືຂອງແຫຼ່ງທີ່ມາ ກ່ອນທີ່ຈະນຳມາປັບໃຊ້.

  • ງົບທາງດ້ານການເງິນ: ວິເຄາະລາຍງານງົບການເງິນຂອງບໍລິສັດ.
  • ບົດວິເຄາະ: ອ່ານການວິເຄາະຈາກໂບກເກີ້າ.
  • ຂ່າວສານ: ຕິດຕາມຂ່າວສານກ່ຽວກັບຕະຫຼາດຮຸ້ນ, ເສດຖະກິດ ແລະ ບໍລິສັດທີ່ລົງທຶນ.
  1. ການກະກຽມໃນລົງທຶນ

ການ​ກະ​ກຽມໃນການລົງທຶນ​ທີ່​ດີ​ ຈະເຮັດໃຫ້ນັກລົງທຶນມີຈຸດເລີ່ມຕົ້ນທີ່ໝັ້ນຄົງ, ເພີ່ມໂອກາດທີ່ຈະປະສົບຜົນສຳເລັດ, ສາມາດບັນລຸເປົ້າໝາຍທາງດ້ານການເງິນ ແລະ ຫຼຸດຜ່ອນຄວາມສ່ຽງ

  • ເງິນລົງທຶນ: ເລີ່ມຕົ້ນດ້ວຍເງິນຈຳນວນໜ້ອຍ.
  • ຮຽນຮູ້ ແລະ ເຝິກຝົນ: ເຝິກຝົນການຊື້ຂາຍໃນບັນຊີຈຳລອງ.
  • ລົງທຶນຢ່າງມີສະຕິ: ຄວບຄຸມອາລົມ, ໃຈເຢັນ ແລະ ຢ່າຕັດສິນໃຈລົງທຶນຢ່າງຮີບດ່ວນ.
  1. ປຶກສາຜູ້ຊ່ຽວຊານ

ການປຶກສາຫາລືຜູ້ຊ່ຽວຊານ ປຽບສະເໝືອນເຂັມທິດທີ່ຈະນໍາທາງໄປສູ່ຄວາມສຳເລັດ ເຊິ່ງຈະຊ່ວຍໃຫ້ເຮົາມີຄວາມຮອບຄອບຍິ່ງຂຶ້ນ, ຫຼຸດຜ່ອນຄວາມສ່ຽງ ແລະ ເພີ່ມໂອກາດທີ່ຈະປະສົບຜົນສໍາເລັດອີກດ້ວຍ.

  • ນັກວາງແຜນການເງິນ: ປຶກສາຜູ້ວາງແຜນການເງິນເພື່ອຈັດລະບຽບການລົງທຶນຂອງເຮົາ.
  • ໂບກເກີ: ປຶກສາໂບເກີ້ກ່ຽວກັບຮຸ້ນ ແລະ ຍຸດທະສາດການລົງທຶນ.

ການລົງທຶນໃນຮຸ້ນມີທັງຄວາມສ່ຽງ ແລະ ຜົນຕອບແທນ ຄວນສຶກສາຂໍ້ມູນ ແລະ ທຳຄວາມເຂົ້າໃຈກັບຄວາມສ່ຽງ. ການວາງແຜນການລົງທຶນຢ່າງລະມັດລະວັງ ມັນຈະຊ່ວຍເພີ່ມໂອກາດຂອງທ່ານທີ່ຈະປະສົບຜົນສໍາເລັດໃນການລົງທຶນ.

ທີ່ມາ:

youtube

investree

bankrate

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/