ຄົນປ່ອຍຂ່າວລື Nam Joo-hyuk ໃຊ້ຄວາມຮຸນແຮງໃນໂຮງຮຽນ ຈະຖືກດຳເນີນຄະດີ


ຫຼັງຈາກກ່ອນໜ້ານີ້ມີຂ່າວລືວ່າ Nam Joo-hyuk ໃຊ້ຄວາມຮຸນແຮງສະໄໝເປັນນັກຮຽນ ທາງຕົ້ນສັງກັດກໍໄດ້ອອກມາປະຕິເສດແບບໜັກແໜ້ນ ພ້ອມດຳເນີນທາງກົດໝາຍຢ່າງຈິງຈັງ ແລະ ຫຼ້າສຸດຜູ້ເຜີຍແຜ່ ແລະ ນັກຂ່າວທີ່ນຳສະເໜີຂ່າວທີ່ບໍ່ເປັນຈິງ ຈະໄດ້ຖືກດຳເນີນຄະດີໃນຂໍ້ຫາໝິ່ນປະໝາດ.

ທາງສຳນັກໄອຍະການ ຈະດຳເນີນຄະດີກັບ ນັກຂ່າວ ແລະ ຜູ້ໃຫ້ຂໍ້ມູນນິລະນາມ ທີ່ຕັ້ງຂໍ້ສົງໄສປະເດັນການໃຊ້ຄວາມຮຸນແຮງໃນໂຮງຮຽນຂອງນັກສະແດງ Nam Joo-hyuk ເຊິ່ງບໍ່ມີມູນຄວາມຈິງແຕ່ຢ່າງໃດ ຕາມລາຍງານໄດ້ລະບຸວ່າ ເປັນການຟ້ອງຮ້ອງທີ່ໄອຍະການຈະຮ້ອງຕໍ່ສານເພື່ອລົງໂທດເປັນຄ່າປັບແທນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/