ຜູ້ປ່ວຍໄລຍະສຸດທ້າຍໃນເອກວາດໍ ຮຽກຮ້ອງໃຫ້ສານອະນຸມັດ “ການກາລຸນຍະຄາດຖືກກົດໝາຍ” ໄດ້ສຳເລັດ


Euthanasia ຫຼື ການກາລຸນຍະຄາດ ເປັນການທີ່ຕັດສິນໃຈຈົບຊີວິດຕົນເອງ ໂດຍດຳເນີນການໂດຍແພດ, ແຕ່ວິທີນີ້ ຖືກຖົກຖຽງກັນມາຫຼາຍປີແລ້ວ ໃນດ້ານສິນທຳ ແຕ່ກໍມີຫຼາຍປະເທດທີ່ການກາລຸນຍະຄາດນັ້ນຖືກກົດໝາຍ.

ໃນວັນທີ 8 ກຸມພາທີ່ຜ່ານມາ ລັດຖະທຳມະນູນເອກວາດໍ ອະນຸຍາດໃຫ້ການກາລຸນຍະຄາດຖືກກົດໝາຍ ແລະ ອະນຸຍາດໃຫ້ຄົນປ່ວຍຈາກໄປໂດຍບໍ່ມີຄວາມຜິດ ແລະ ທາງແພດເອງກໍບໍ່ມີຄວາມຜິດໃນຂໍ້ຫາຄາຕະກຳ ບໍ່ຜິດຈັນຍາບັນແພດ.

ເພົາລາ ໂຣລດານ (Paola Roldan) ບຸກຄົນທີ່ສ້າງປະຫວັດສາດກົດໝາຍນີ້ໃນເອກວາດໍ ເປັນແມ່ຍິງທີ່ປ່ວຍໄລຍະສຸດທ້າຍຈາກໂຣກກ້າມຊີ້ນອ່ອນແຮງ ລາວຕ້ອງປະເຊີນກັບຄວາມເຈັບປວດແສນສາຫັດ.

ສານໄດ້ກ່າວວ່າ: ມະນຸດທຸກຄົນສາມາດຕັດສິນໃຈໄດ້ຢ່າງອິດສະຫຼະ ລວມທັງການຍຸຕິຄວາມທຸກທໍລະມານທີ່ບໍ່ສາມາດປິ່ນປົວໄດ້ນີ້… ຫຼັງຈາກຟັງຄຳຕັດສິນຈາກສານ ພໍ່ຂອງເພົາລາເປີດເຜີຍວ່າ ມີຫຼາຍຄວາມຮູ້ສຶກຕີກັນໃນໃຈຂອງລາວ ເພາະລູກສາວຂອງລາວໄດ້ສ້າງປະຫວັດສາດໃຫ້ປະເທດ ເຖິງຈະເຈັບປວດທີ່ຕ້ອງສູນເສຍຄົນທີ່ຮັກ ແຕ່ກໍຈະສະໜັບສະໜູນການຕັດສິນໃຈຂອງລູກສາວເຕັມທີ່.

ເອກວາດໍ ຈຶ່ງກາຍເປັນປະເທດທີສອງໃນລາຕິນອາເມຣິກາ ທີ່ມີການອະນຸຍາດໃຫ້ການກາລຸນຍະຄາດນັ້ນ ຖືກກົດໝາຍ.


ປະເທດທີ່ການກາລຸນຍະຄາດຖືກກົດໝາຍໄດ້ແກ່:

  • ປະເທດສະວິດເຊີແລນ
  • ປະເທດເນເທີແລນ
  • ປະເທດລັກເຊັມເບີກ
  • ປະເທດອອສເຕຣເລຍ
  • ປະເທດເບວຢຽມ
  • ປະເທດແຄນາດາ
  • ປະເທດໂຄລອມເບຍ
  • ປະເທດເອກວາດໍ

ທີ່ມາ:
https://thematter.co/brief/222153/222153

https://www.thairath.co.th/lifestyle/life/2761775

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/