ສິງກະໂປຢືນຢັນແລ້ວພົບຜູ້ປ່ວຍໂຣກໝາກສຸກລີງຄົນທຳອິດພາຍໃນປະເທດ


ໃນວັນທີ 21 ມິຖຸນາທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ກະຊວງສາທາລະນະສຸກຂອງສິງກະໂປຢືນຢັນ ພົບຜູ້ປ່ວຍໂຣກໝາກສຸກລີງຄົນທໍາອິດຂອງປະເທດແລ້ວ ແລະນັບເປັນຄົນທຳອິດໃນຊາດອາຊຽນ ໂດຍຜູ້ປ່ວຍຄົນນີ້ເປັນຊາຍຊາວອັງກິດອາຍຸ 42 ປີ ເຮັດວຽກເປັນພະນັກງານຕ້ອນຮັບເທິງເຮືອບິນ ເຊິ່ງມີໜ້າທີ່ດູແລຖ້ຽວບິນເຂົ້າ-ອອກ ສິງກະໂປໃນໄລຍະກາງເດືອນທີ່ຜ່ານມາ ກ່ອນທີ່ຈະກວດພົບເຊື້ອໂຣກໝາກສຸກລີງໃນວັນທີ 20 ມິຖຸນາ.

ເບື້ອງຕົ້ນ ຜູ້ປ່ວຍຄົນດັ່ງກ່າວແມ່ນມີອາການຄົງທີ່ແລະ ພັກປິ່ນປົວຢູ່ທີ່ສູນປ້ອງກັນແລະຄວບຄຸມໂຣກລະບາດແຫ່ງຊາດສິງກະໂປ. ທັງນີ້ ມີການລາຍງານອີກວ່າມີຜູ້ສຳຜັດໃກ້ຊິດກັບລາວຈໍານວນ 13 ຄົນ ແລະຈະຕ້ອງເຂົ້າຮັບການກັກຕົວເພື່ອສັງເກດອາການເປັນເວລາ 21 ມື້ ນັບຕັ້ງແຕ່ມື້ທີ່ໃກ້ຊິດກັບຜູ້ປ່ວຍເປັນຄັ້ງສຸດທ້າຍ.

ໂດຍຄັ້ງຫຼ້າສຸດທີ່ປະເທດໃນຂົງເຂດອາຊຽນເຄີຍກວດພົບລາຍງານຜູ້ປ່ວຍໂຣກໝາກສຸກລີງແມ່ນປະມານ 3 ປີກ່ອນ ເຊິ່ງໃນຂະນະດຽວກັນເກົາຫຼີໃຕ້ເປັນອີກໜຶ່ງປະເທດໃນເອເຊຍທີ່ລາຍງານເຖິງຜູ້ປ່ວຍກໍລະນີທໍາອິດທີ່ໄດ້ຮັບການຢືນຢັນແລ້ວວ່າປ່ວຍເປັນໂຣກໝາກສຸກລີງຈໍານວນ 2 ຄົນ ແລະໃນຂະນະນີ້ຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອກໍຢູ່ໃນລະຫວ່າງການກັກຕົວເພື່ອສັງເກດອາການ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/