ລົດໄຟລາວ-ຈີນ ເພີ່ມຖ້ຽວລົດໄຟ ຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ


ບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ໄດ້ແຈ້ງເຖິງບັນດາທ່ານຜູ້ໂດຍສານທີ່ຕ້ອງການເດີນທາງໂດຍລົດໄຟ, ເມື່ອບໍ່ດົນມານີ້ວ່າ: ບໍລິສັດລົດໄຟລາວ-ຈີນ ຈະເພີ່ມຖ້ຽວບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໃນວັນທີ 24-26 ມີຖຸນາ 2022 ນີ້.

ໃນນັ້ນ, ລົດໄຟຖ້ຽວ C92 ອອກຈາກສະຖານີນະຄອນຫຼວງວຽງຈັນ ເວລາ 8:30 ແລະ ຮອດສະຖານີຫຼວງພະບາງ ເວລາ 10:20 ໂມງ ແລະ ລົດໄຟຖ້ຽວ C91 ອອກຈາກຫຼວງພະບາງ ເວລາ 10:50 ແລະ ຮອດສະຖານີນະຄອນຫຼວງວຽງຈັນມາຮອດ 13:05 ໂມງ.

ນັບແຕ່ມື້ເປີດການນຳໃຊ້ເສັ້ນທາງລົດໄຟລາວ-ຈີນເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຕາມເສັ້ນທາງລົດໄຟລາວ-ຈີນໄດ້ມີສະພາບການຝົດຟື້ນ ແລະ ປະຊາຊົນກໍໄດ້ເຂົ້າມາບໍລິການຢ່າງຫຼວງຫຼາຍ ໃນການເດີນທາງ ໂດຍລົດໄຟ, ສະນັ້ນ ບໍລິສັດ ລົດໄຟລາວ-ຈີນ ໄດ້ນໍາໃຊ້ຫຼາຍມາດຕະການ ເພື່ອຍົກສູງຄຸນນະພາບການບໍລິການຜູ້ໂດຍສານໃຫ້ສູງຂຶ້ນ ເປັນຕົ້ນ ເພີ່ມຖ້ຽວຂະບວນລົດໄຟ, ເພີ່ມເວລາຂາຍປີ້ລ່ວງໜ້າ, ເພິ່ມບໍລິການການຂາຍປີ້ຢູ່ຕ່າງຖິ່ນ, ປັບປຸງຈຳນວນການຂາຍປີ້, ຕັ້ງຈຸດຂາຍປີ້ຢູ່ໃນຕົວເມືອງ ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ: https://cutt.ly/TKneKiO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/