ສະຖານທູດອາເມຣິກາ ເປີດໃຫ້ ສະໝັກຂໍທຶນຊ່ວຍເຫຼືອຂະໜາດນ້ອຍ ມູນຄ່າ 1,000 ຫາ 20,000 ໂດລາ


ສະຖານທູດສະຫະລັດອາເມຣິກາ ເປີດຮັບຄຳຮ້ອງສຳລັບໂຄງການທຶນຊ່ວຍເຫຼືອຂະໜາດນ້ອຍທີ່ມີມູນຄ່າ 1,000 – 20,000 ໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການໃນ ສປປ ລາວ ເຊິ່ງຕ້ອງເປັນໂຄງການທີ່ສ້າງຜົນກະທົບທາງບວກແກ່ຊຸມຊົນ ເຊັ່ນວ່າ: ບັນດາໂຄງການທີ່ສົ່ງເສີມວຽກງານການສຶກສາ, ສຸຂະພາບ, ໄວໜຸ່ມ, ພະລັງ ຫຼື ບົດບາດຂອງແມ່ຍິງ, ອາສາສະໝັກ, ການເປັນຜູ້ປະກອບການ, ການປົກປັກຮັກສາວັດທະນະທຳ ແລະ ອື່ນໆ ທີ່ສ້າງຄວາມເຂັ້ມແຂງໃຫ້ສາຍພົວພັນລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ.

ສຳລັບບຸກຄົນ ຫຼື ອົງກອນໃດ ທີ່ມີໂຄງການໃນໃຈແລ້ວຢາກນຳສະເໜີຂໍທຶນດັ່ງກ່າວຮີບຟ້າວສະໝັກເດີ້ ປິດຮັບສະໝັກວັນທີ 15 ກໍລະກົດ 2022 ນີ້. ລາຍລະອຽດ ແລະ ຂໍ້ມູນເພີ່ມຕື່ມຕ່າງໆ: https://cutt.ly/cKcWOFn

ຂອບໃຈຂໍ້ມູນຈາກ: https://cutt.ly/YKcWHkt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/