ປະທານປະເທດ ລົງຢ້ຽມຢາມ ພ້ອມຊຸກຍູ້ ແລະ ຊີ້​ນຳຜູ້ປະກອບການທຸລະກິດ ຢູ່ເມືອງໄຊທານີ


ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາ ຜູ້ປະກອບການທຸລະກິດ ຜະລິດສິນຄ້າຂອງ ບໍລິສັດ ມິດຕະພາບກະສິກຳ ຈຳກັດ ແລະ ບໍລິສັດ ກຣີນຟິດ ລາວ ຈຳກັດ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໃນວັນທີ 22 ມິຖຸນາ 2022 , ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນຫຼວງ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.

ການລົງເຄື່ອນໄຫວຊຸກຍູ້ການຜະລິດເປັນສິນຄ້າໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຮັບຟັງການລາຍງານຜົນການດຳເນີນທຸລະກິດ ຂອງຜູ້ປະກອບການທັງສອງບໍລິສັດ ໃນນັ້ນ ບໍລິສັດ ມິດຕະພາບ ກະສິກຳ ຈຳກັດ ໄດ້ເລີ່ມດຳເນີນການຜະລິດມາແຕ່ປີ 2017, ຜະລິດຕະພັນສ່ວນໜຶ່ງແມ່ນສົ່ງເຂົ້າສູ່ຕະຫຼາດພາຍໃນ ແລະ ຈຳນວນໜຶ່ງແມ່ນສົ່ງອອກຕ່າງປະເທດ ເປັນຕົ້ນແມ່ນຜະລິດຕະພັນຈາກໝາກຕາວ, ຜັກທຽມດອງ, ແຈ່ວໝາກເຜັດ ແລະ ປະເພດນ້ຳໝາກໄມ້; ສ່ວນໂຮງງານຜະລິດຫົວອາຫານສັດ ຂອງບໍລິສັດ ກຣີນຟິດ ລາວ ຈຳກັດ ມີກຳລັງການຜະລິດ 3 ລ້ານໂຕນຕໍ່ປີ, 20 ໂຕນຕໍ່ຊົ່ວໂມງ, ໃນນັ້ນ ມີຫົວອາຫານໝູ, ໄກ່, ເປັດ, ປາ, ງົວ, ນົກກະທາ ແລະ ກົບ ເຊິ່ງໄລຍະທຳອິດປີ 2020 ສາມາດຜະລິດໄດ້ 40 ພັນໂຕນ, ປີ 2021 ຜະລິດໄດ້ 28 ພັນໂຕນ ແລະ ປີນີ້ ວາງຄາດໝາຍໄວ້ແມ່ນ 40 ພັນໂຕນ, ໂດຍວັດຖຸດິບທີ່ໃຊ້ເຂົ້າໃນການຜະລິດ 90% ແມ່ນທັນຍາພືດ ຄື: ສາລີ, ເຂົ້າບາເລ ແລະ ມັນຕົ້ນ. ພ້ອມດຽວກັນນັ້ນ, ທັງສອງບໍລິສັດກໍຍັງປະສົບຄວາມຫຍຸ້ງຍາກຕ່າງໆ ເປັນຕົ້ນການແຂ່ງຂັນດ້ານລາຄາຈາກສິນຄ້າປະເພດດຽວກັນ, ບັນຫາການເຂົ້າເຖິງແຫຼ່ງທຶນ, ການຂາດແຄນເງິນຕາ, ຂາດແຄນນໍ້າມັນຂົນສົ່ງ, ບັນຫາວັດຖຸດິບ ແລະ ອື່ນໆ.

ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ຊົມເຊີຍ ແລະ ມີບາງຄຳເຫັນເນັ້ນໜັກ ເພື່ອເປັນທິດຊີ້ນຳແກ່ສອງບໍລິສັດ ເປັນຕົ້ນແມ່ນໃຫ້ທັງສອງບໍລິສັດ ຫັນມາສົ່ງເສີມປະຊາຊົນ ພ້ອມທັງແນະນຳເຕັກນິກໃນການຜະລິດ ເພື່ອໃຫ້ໄດ້ວັດຖຸດິບທີ່ມີຄຸນະພາບເຂົ້າມາປ້ອນໂຮງງານ, ທັງເປັນການລົດຜ່ອນຕົ້ນທຶນຂອງການນຳເຂົ້າວັດຖຸດິບຈາກຕ່າງປະເທດ, ເນື່ອງຈາກລາວເຮົາມີທ່າແຮງໃນການຜະລິດວັດຖຸດິບຢູ່ແລ້ວ, ພ້ອມນັ້ນ ກໍເນັ້ນໃຫ້ບໍລິສັດຜະລິດສົ່ງອອກໃຫ້ຫຼາຍ ເພາະຈະເປັນການຊຸກຍູ້ສົ່ງເສີມປະຊາຊົນໃຫ້ກ້າວເຂົ້າສູ່ການຜະລິດໃຫ້ຫຼາຍຂຶ້ນ, ການຜະລິດ, ການສ້າງຜະລິດຕະພັນ ຕ້ອງສາມາດແຂ່ງຂັນໄດ້ທັງຄຸນະພາບ, ການໂຄສະນາ, ການບໍລິການ ແລະ ລາຄາ ຖ້າເຮັດໄດ້ລາວເຮົາກໍຈະລົດຜ່ອນການນຳເຂົ້າໃນອະນາຄົດ, ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ, ສາມາດຕອບສະໜອງການຊົມໃຊ້ ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ເພື່ອດຶງເອົາເງິນຕາເຂົ້າປະເທດ, ປະກອບສ່ວນສໍາຄັນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ໃນປັດຈຸບັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດແຫ່ງຊາດໃນຕໍ່ໜ້າ.

ຂອບໃຈຂໍ້ມູນຈາກ: https://cutt.ly/RKnHhLB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/