ບ່ອນດຽວໃນປະເທດລາວ! ກັບການແຂ່ງຂັນລົດ ເພື່ອມອບທຶນການສຶກສາໃຫ້ແກ່ນັກຮຽນດ້ອຍໂອກາດ ແລະ ຂາດເຂີນ


ສະຫະພັນກິລາ ອ໊ອບໂຣດ ນະຄອນຫຼວງວຽງຈັນ (Lao Offroad) ຜ່ານມາໄດ້ມີກິດຈຳຕ່າງໆ ໃນການຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດ ຊ່ວຍເຫຼືອໃນດ້ານທຶນການສຶກສາຂອງນ້ອງໆນັກຮຽນທີ່ຫ່າງໄກສອກຫຼີກຢູ່ສະເໝີ, ກິດຈະກຳແຂ່ງຂັນລົດ ເປັນອີກກິດຈະກຳໜຶ່ງທີ່ພົ້ນເດັ່ນ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ຄົນຫຼາຍພໍສົມຄວນ ໂດຍສະເພາະສາຍແຂ່ງລົດ, ນັກທຸລະກິດໄວໜຸ່ມ ຫຼື ພາກສ່ວນຕ່າງໆ ກໍໄດ້ເຂົ້າຮ່ວມໃນການແຂ່ງຂັນເຊັ່ນດຽວກັນ.

ກິດຈະກຳນີ້ ເປັນທີ່ດຽວໃນປະເທດລາວເລີຍກໍວ່າໄດ້ ເພາະຍັງບໍ່ເຫັນມີພາກສ່ວນໃດທີ່ມີກິດຈະກຳໃນການແຂ່ງຂັນລົດ ເພື່ອປະກອບສ່ວນເຂົ້າທຶນການສຶກສາຂອງນ້ອງນັກຮຽນທີ່ຢູ່ຫ່າງໄກສອກຫຼີກທີ່ຂາດເຂີນ. ພິເສດໄປກວ່ານີ້ ທາງສະຫະພັນຍັງໄດ້ຈັດກິດຈະກຳຊ່ວຍເຫຼືອເກືອບທຸກຄັ້ງທີ່ມີຍາມວິກິດໃນປະເທດ ເຊັ່ນ: ເຂື່ອນແຕກ ທີ່ຜ່ານມາກໍໄດ້ປະກອບສ່ວນບໍລິຈາກເຄື່ອງອຸປະໂພກ-ບໍລິໂພກ ເຂົ້າໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ, ໄພນ້ຳຖ້ວມ ກໍໄດ້ຊ່ວຍເຫຼືອປະຊາຊົນຢູ່ສະເໝີ ແລະ ຈະມີກິດຈະກຳແຈກເຄື່ອງນຸ່ງຫົ່ມໃຫ້ແກ່ເດັກນ້ອຍທີ່ຂາດເຂີນ ແຖວຫ່າງໄກສອກຫຼີກໃນລະດູໜາວ.

ຖືໄດ້ວ່າເປັນສະຫະພັນກິລາໜຶ່ງ ທີ່ຊ່ວຍເຫຼືອປະຊາຊົນຢູ່ສະເໝີ ຈັດກິດຈະກຳທີ່ໜ້າຕື່ນເຕັ້ນໃຫ້ໄດ້ຕິດຕາມຢູ່ເປັນປະຈຳ ແລະ ຫຼ້າສຸດ ກໍຈະໄດ້ຈັດງານແຂ່ງຂັນລົດ ຄັ້ງທີ 5 ເຊິ່ງໃນແຂ່ງຂັນຜ່ານມາໄດ້ມີຫຼາຍພາກສ່ວນທີ່ເຂົ້າຮ່ວມການແຂ່ງຂັນ ເຊິ່ງກໍໄດ້ຮັບອະນຸຍາດຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ມື້ງານຈະຈັດຂຶ້ນໃນວັນທີ 8-10 ກໍລະກົດ 2022 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16. ມ່ວນມັນກັນຢ່າງແນ່ນອນ ທຸກຄົນສາມາດໄປຮັບຊົມກັນໄດ້.

ແຫຼ່ງອ້າງອີງ: ສະຫະພັນກິລາ ອ໊ອບໂຣດ ນະຄອນຫຼວງວຽງຈັນ Lao Offroad

https://cutt.ly/AKxSE98

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/