ນໍ້າອັດລົມສູດຈືນໄກ່! Pepsi ອອກສູດໃໝ່ໃນຍີ່ປຸ່ນ ທີ່ຊ່ວຍຊູຣົດຊາດຂອງຈືນໄກ່ໃຫ້ແຊບຂຶ້ນ


ເຊື່ອໄດ້ວ່າ ຈືນໄກ່ ຫຼື ຂອງຈືນຕ່າງໆ ຄົງຈະເປັນອາຫານທີ່ຫຼາຍຄົນມັກກິນເປັນປະຈຳ ເຖິງຈະຮູ້ວ່າມັນບໍ່ຄ່ອຍດີຕໍ່ຮ່າງກາຍຂອງເຮົາກໍຕາມ ແລະ ຖ້າຈະເວົ້າເຖິງຈືນໄກ່ແລ້ວ ຂອງທີ່ມາຄູ່ກັນ ເຊິ່ງນອກຈາກນໍ້າຊອສ ແລ້ວ ກໍຄົງຈະແມ່ນນໍ້າອັດລົມ ທີ່ກິນຄູ່ກັນແລ້ວເຂົ້າກັນສຸດໆ. ແຕ່ຄວາມແຊບຈະເພີ່ມຂຶ້ນອີກເທົ່າໃດ ຖ້ານໍ້າອັດລົມດັ່ງກ່າວຖືກຜະລິດຂຶ້ນມາເພື່ອກິນຄູ່ກັບຈືນໄກ່ໂດຍສະເພາະ.

ປະເທດຍີ່ປຸ່ນ ເປັນອີກປະເທດໜຶ່ງທີ່ເຮົາມັກຈະເຫັນການນຳສະເໜີ ຜະລິດຕະພັນໃນຮູບແບບໃໝ່ໆ ແລະ ມັກຈະເຮັດໃຫ້ເຮົາຮູ້ສຶກຕື່ນເຕັ້ນໄດ້ຢູ່ສະເໝີ. ຫຼ້າສຸດ Pepsi ຍີ່ປຸ່ນ ກໍໄດ້ອອກຣົດຊາດໃໝ່ ໂດຍມີຈຸດຂາຍຢູ່ທີ່ ຖ້າຫາກວ່າດື່ມຄູ່ກັບການກິນຈືນໄກ່ ຈະເຮັດໃຫ້ເມນູນີ້ແຊບຍິ່ງຂຶ້ນ.

ແນ່ນອນວ່າ ຍີ່ປຸ່ນ ເປັນອີກປະເທດໜຶ່ງທີ່ມີເຄື່ອງດື່ມຂອງ Pepsi ວາງຂາຍຢູ່ທົ່ວໄປຄືກັບຫຼາຍໆປະເທດທົ່ວໂລກ. ແຕ່ Pepsi ຍີ່ປຸ່ນ ນັ້ນຂຶ້ນຊື່ເລື່ອງຄວາມຄິດສ້າງສັນ ໂດຍກ່ອນໜ້ານີ້ໄດ້ມີການຄິດຄົ້ນຣົດຊາດແປກໆອອກມາຢ່າງ: ຣົດຊາດ ຊາກຸລະ ແລະ ຣົດຊາດ ຄາຣາເມວ ເປັນຕົ້ນ.

ຫຼ້າສຸດກໍໄດ້ມີການຄິດຄົ້ນຣົດຊາດໃໝ່ອອກມາ ໂດຍໃສ່ຊື່ວ່າ “Pepsi Zero Karaage Senyo” ເຊິ່ງເປັນການປັບສູດໃຫ້ມີຄວາມຫວານໜ້ອຍລົງ, ຣົດໂຄລ່າ ທີ່ບໍ່ແຮງເກີນໄປ ແລະ ຍັງມີເສັ້ນໃຍໄຟເບີ້ ເຮັດໃຫ້ໄປຕັດຄວາມມັນ ຂອງນຳ້ມັນໃນຈືນໄກ່ໃຫ້ລົດລົງ ຈົນສາມາດຊູຣົດຊາດຂອງໄກ່ໃຫ້ແຊບຍິ່ງຂຶ້ນ. ກົງກັບຄອນເຊັບທີ່ວ່າ ຄິດຄົ້ນມາເປັນພິເສດເພື່ອໃຫ້ດື່ມຄູ່ກັບການກິນຈືນໄກ່ໂດຍສະເພາະ.

ໂດຍ Pepsi ຣົດຊາດໃໝ່ນີ້ ບັນຈຸຢູ່ໃນຕຸກພລາສຕິກ ຂະໜາດ 600 ml ແລະ ມີວາງຈຳໜ່າຍສະເພາະໃນ ຍີ່ປຸ່ນ ເທົ່ານັ້ນ ໂດຍເລີ່ມຂາຍມາຕັ້ງແຕ່ ວັນທີ 14 ມິຖຸນາ 2022 ທີ່ຜ່ານມາ ແຕ່ຈະວາງຂາຍໃນໄລຍະເວລາທີ່ກຳນົດ (ຍັງບໍ່ມີກຳນົດວ່າຈະຢຸດຈຳໜ່າຍມື້ໃດ). ເຊິ່ງຂາຍທີ່ລາຄາປະມານ 140 ເຢນ ຫຼືື ປະມານ 16,000 ກີບ ຕໍ່ ຕຸກ.

    ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/