ຊິເອົາແຕ່ແຊ້ມຫຍ້າງາມຫວາ! ແຟນ Man U ບໍ່ພໍໃຈ ຫຼັງຈາກສະໂມສອນໂພສຄລິບຕັດຫຍ້າ ຕ່າງກັບສະໂມສອນອື່ນທີ່ລົງຄລິບເປີດຕົວນັກເຕະໃໝ່


ລະດູການ 2021-22 ທີ່ຜ່ານມາ ຖືເປັນອີກໜຶ່ງລະດູການທີ່ໜ້າຜິດຫວັງຫຼາຍສຳລັບ ສະໂມສອນ ທີ່ມີປະຫວັດສາດອັນຍິ່ງໃຫຍ່ຢ່າງ ແມນເຊັສເຕີ້ ຢູໄນເຕັດ, ຫຼັງບໍ່ສາມາດຈົບອັນດັບ 4 ໄປຫຼິ້ນ ຢູຟ່າ ແຊມປ້ຽນລີກ ແລະ ຈົບລະດູການແບບມືເປົ່າ ຂະໜາດວ່າແຊ້ມຫຍ້າງາມ ປະຈຳລະດູການທີ່ ໄດ້ມາ 2 ສະໄໝຊ້ອນ ມາຮອດລະດູການນີ້ກໍຍັງເສຍແຊ້ມໃຫ້ ທັອດແນັມ ສະເປີ ໄປຢ່າງໜ້າເຈັບໃຈ.

ແຕ່ເມື່ອຈົບລະດູການ ແມນເຊັສເຕີ້ ຢູໄນເຕັດກໍໄດ້ແຕ່ງຕັ້ງຄູຝຶກຄົນໃໝ່ ຢ່າງ ເອຣິກ ເທັນຮາດ ເຂົ້າມາຮັບໜ້າທີ່ ໂດຍຄາດໝາຍໃຫ້ ເທັນຮາດ ເຂົ້າມາຊ່ວຍ ວາງລະບົບ, ວາງມາດຕະຖານ ແລະ ຟື້ນຊີວິດທີມໃຫ້ກັບມາຄືນມາຍິ່ງໃຫຍ່ດັ່ງທີ່ຄວນຈະເປັນ.

ມາຮອດປັດຈຸບັນ ນັບຕັ້ງແຕ່ ເທັນຮາດ ເຂົ້າມາຮັບຕຳແໜ່ງ ແມນຢູ ຍັງບໍ່ມີຂ່າວສຳລັບແນວທາງຂອງເລື່ອງໃນສະໜາມທີ່ຊັດເຈນຫຍັງເລີຍ ແລະ ຍັງບໍ່ສາມາດຊື້ຕົວຜູ້ຫຼິ້ນໃໝ່ໆເຂົ້າມາເສີມທີມໄດ້ຈັກຄົນ. ແຕ່ຄວາມເຄື່ອນໄຫວຫຼ້າສຸດຂອງສະໂມສອນແມ່ນ ການໂພສຄລິບ ການດູແລຫຍ້າໃນສະໜາມ Old Trafford ພ້ອມຂຽນກຳກັບວ່າ: “ການອອກແບບສະໜາມໃນລະດູຮ້ອນ”

ຢ່າງໃດກໍຕາມ ຫຼັງຈາກໂພສ ວິດີໂອ ດັ່ງກ່າວລົງ ເຫຼົ່າແຟນບານຈາກທົ່ວທຸກມຸມໂລກ ບໍ່ວ່າຈະເປັນແຟນ ແມນຢູ ເອງ ຫຼື ແຟນທີມອື່ນໆ ກໍພາກັນເຂົ້າ ຮ່ວມສະແດງຄວາມຄິດເຫັນຕ່າງໆນານາ ສ່ວນຫຼາຍກໍຈະຮຽກຮ້ອງໃຫ້ເຊັນສັນຍານັກເຕະເຂົ້າມາໃໝ່ ເພື່ອມາເສີມຄວາມເຂັ້ມແຂງໃຫ້ກັບທີມ, ບາງຄົນກໍຢອກວ່າ ອັນນີ້ແມ່ນເຮົາເຊັນສັນຍາຄົນຕັດຫຍ້າເຂົ້າມາໃໝ່ບໍ?, ບາງຄົນກໍຢອກວ່າ ລະດູການຊິມານີ້ ພວກເຮົາຕ້ອງຍາດແຊ້ມຫຍ້າງາມກັບຄືນມາໄດ້ຢ່າງແນ່ນອນ.

ໃນຂະນະທີ່ ແມນຢູ ກຳລັງດູແລ ເລື່ອງຫຍ້າຂອງສະໜາມຢູ່ນັ້ນ ທາງຝັ່ງຂອງ ລິເວີ້ພູລ ຄູ່ຮັກຄູ່ແຄ້ນ ແລະ ແມນຊິຕີ້ ຄູ່ແຂ່ງຮ່ວມເມືອງ ຕ່າງກໍພາກັນ ຊື້ນັກເຕະ ເຂົ້າມາເສີມທີມ ເພື່ອກຽມຄວາມພ້ອມສຳລັບການແຂ່ງຂັນໃນລະດູການໜ້າໄວ້ແລ້ວ ບໍ່ວ່າຈະເປັນ ເອີລິ້ງ ເບົາຮາແລນ ກອງໜ້າອະນາຄົດໄກ ທີ່ຍ້າຍເຂົ້າມາ ແມນຊິຕີ້ ຫຼືວ່າ ດາວິນ ນູນເຢສ ກອງໜ້າສະເໜ່ແຮງ ຊາວອຸຣູໄກວ ທີ່ຍ້າຍມາ ລິເວີ້ພູລ  ເມື່ອ 2 ອາທິດທີ່ຜ່ານມາ.

ດ້ວຍເຫດນີ້ ເຮັດໃຫ້ແຟນໆຂອງ ແມນຢູ ບໍ່ພໍໃຈວ່າທັ້ງໆ ທີ່ທີມຄູ່ແຂ່ງຫຼາຍໆທີມເສີມນັກເຕະໄປແລ້ວ ທີມລະ ໜຶ່ງຄົນ ສອງຄົນ ແຕ່ທີມທີ່ຕົນເອງເຊຍຢູ່ ຍັງບໍ່ທັນເຄື່ອນໄຫວຫຍັງເລີຍ ນອກຈາກການດູແລຫຍ້າໃນສະໜາມ.

ປັດຈຸບັນ ແມນຢູ ແມ່ນກຳລັງມີຂ່າວວ່າຈະຊື້ ແຟັງກີ້ ເດຢອງ ກອງກາງອາຍຸ 26 ປີ ຈາກ ບາເຊໂລນາ ແລະ ແອັນໂທນີ່ ປີກຈາກ ອາແຈັກ ອຳສະເຕີດຳ ແຕ່ກໍຍັງບໍ່ທັນມີຄວາມຄືບໜ້າໃດໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/