ລັດຖະບານໄຕ້ຫວັນ ບໍ່ພໍໃຈຢ່າງໜັກ ທີ່ປະເທດ ກາຕ້າ ໃສ່ຊື່ສັນຊາດໃນ FAN ID ວ່າ “CHINESE TAIPEI” ແທນທີ່ຈະໃສ່ວ່າ “TAIPEI” ລ້າໆ


ໄຕ້ຫວັນຍັງສືບຕໍ່ໃນການສະແດງຄວາມຕ້ອງການ ທີ່ຈະແຍກປະເທດອອກຈາກຈີນແບບເຕັມຕົວ ຫຼັງຈາກລັດຖະບານໄຕ້ຫວັນ ອອກມາສະແດງຄວາມບໍ່ພໍໃຈຕໍ່ປະເທດ ກາຕ້າ ເຊິ່ງເປັນປະເທດເຈົ້າພາບ ການແຂ່ງຂັນບານໂລກ 2022, ຫຼັງຈາກຝ່າຍຈັດການແຂ່ງຂັນລະບຸຊື່ສັນຊາດຂອງປະຊາຊົນໄຕ້ຫວັນໃນບັດ Hayya ເຊິ່ງປຽບເໝືອນ FAN ID ໃນການເຂົ້າເບິ່ງການແຂ່ງຂັນບານໂລກ ໂດຍຝ່າຍເຈົ້າພາບຂຽນໃສ່ວ່າ “CHINESE TAIPEI” ແທນທີ່ຈະໃສ່ວ່າ “TAIPEI” ລ້າໆ.

ປະເດັນດັ່ງກ່າວ ເກີດຂຶ້ນເມື່ອທາງ ກາຕ້າ ໄດ້ຕັດສິນໃຈລະບຸສັນຊາດຂອງ ແຟນຊາວໄຕ້ຫວັນທີ່ເດີນທາງເຂົ້າປະເທດໃນຕອນທຳອິດວ່າ “Taiwan, Province of China” ຫຼື “ໄຕ້ຫວັນ, ແຂວງໜຶ່ງຂອງຈີນ”  ເຊິ່ງໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບລັດຖະບານໄຕ້ຫວັນ ແລະ ປະຊາຊົນມາແລ້ວເຄິ່ງໜຶ່ງ ກ່ອນທີ່ຈະມາປ່ຽນຊື່ມາເປັນ TAIPEI ລ້າໆ ເຮັດໃຫ້ຄວາມຂັດແຍ້ງນີ້ເບົາບາງລົງໃນລະດັບໜຶ່ງ.

ແຕ່ຫຼ້າສຸດກໍຍັງປ່ຽນມາເປັນ “CHINESE TAIPEI” ອີກ ຈົນເຮັດໃຫ້ລັດຖະບານໄຕ້ຫວັນ ເກີດຄວາມບໍ່ພໍໃຈຢ່າງໜັກ ແລະ ກ່າວອ້າງວ່າ ຈີນເປັນຜູ້ຢູ່ເບື້ອງຫຼັງໃນການປ່ຽນແປງສັນຊາດນີ້ ແລະ ກ່າວປະນາມການເຄື່ອນໄຫວຂອງຝ່າຍຈັດງານຄັ້ງນີ້ວ່າ: “ຄວນປະຕິເສດການແຊກແຊງທາງການເມືອງຢ່າງເຄັ່ງຄັດ”

ຂະນະດຽວກັນທາງຝັ່ງຈີນ ກໍສະແດງຄວາມຊົມເຊີຍຕໍ່ລັດຖະບານ ກາຕ້າ ທີ່ຍຶດໝັ້ນໃນຫຼັກການ “ຈີນດຽວ” ແລະ ຈັດການເລື່ອງທີ່ກ່ຽວຂ້ອງຕາມແນວທາງປະຕິບັດຕາມປົກກະຕິຂອງການແຂ່ງຂັນກິລາລະດັບນານາຊາດ.

ປັດຈຸບັນ ຈີນ ແລະ ກາຕ້າ ຖືເປັນສອງປະເທດທີ່ມີຄວາມສຳພັນກັນຢ່າງແໜ້ນແຟ້ນ ທັງໃນເລື່ອງ ເສດຖະກິດ ແລະ ຄວາມໝັ້ນຄົງ. ດ້ວຍຄວາມທີ່ກາຕ້ານັ້ນ ຍອມຮັບເອົານະໂຍບາຍ “ຈີນດຽວ” ເຮັດໃຫ້ໄຕ້ຫວັນບໍ່ມີຄວາມສຳພັນທາງການທູດ ກັບ ກາຕ້າ ແລະ ກາຕ້າ ຈະດຳເນີນຄວາມສຳພັນຜ່ານຈີນແຜ່ນດິນໃຫຍ່ພຽງຢ່າງດຽວເທົ່ານັ້ນ.

ສຳລັບການແຂ່ງຂັນບານໂລກ 2022 ທີ່ຈະຈັດຂຶ້ນໃນປາຍປີນີ້ ທັງຈີນ ແລະ ໄຕ້ຫວັນ ບໍ່ໄດ້ຜ່ານເຂົ້າໄປຮອບ 32 ທີມສຸດທ້າຍ ແຕ່ຄາດວ່າ ຈະມີແຟນບານທັງຈີນ ແລະ ໄຕ້ຫວັນຈຳນວນຫຼາຍທີ່ຈະຫຼັ່ງໄຫຼເຂົ້າມາເບິ່ງການແຂ່ງຂັນໃນຄັ້ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/