ການຂ້າມໄປປະເທດໄທ ຈະງ່າຍຂຶ້ນກວ່າເກົ່າ! ລົດປະຈຳທາງລະຫວ່າງປະເທດໄດ້ເປີດໃຫ້ບໍລິການແລ້ວ


ຂ່າວດີຂອງຄົນທີ່ມັກຂ້າມໄປປະເທດໄທ ມາຮອດແລ້ວ! ເພາະໃນມື້ນີ້ (ວັນທີ 22 ມິຖຸນາ 2022) ສູນບໍລິການຂໍ້ມູນຂ່າວສານການທ່ອງທຽວຈັງຫວັດໜອງຄາຍ ໄດ້ໂພສຂໍ້ມູນ ຂອງການເປີດບໍລິການລົດປະຈຳທາງລະຫວ່າງປະເທດ ເສັ້ນທາງ ວຽງຈັນ-ໜອງຄາຍ ແລະ ໜອງຄາຍ-ວຽງຈັນ, ອຸດອນທານີ-ວຽງຈັນ ແລະ ວຽງຈັນ-ອຸດອນທານີ ໂດຍມີລາຍລະອຽດດັ່ງລຸ່ມນີ້:

ລົດປະຈຳທາງ:

⁃ ໜອງຄາຍ-ວຽງຈັນ ແມ່ນມີບໍລິການ 2 ຮອບຕໍ່ມື້ ຄື: ຮອບ 7:30 ແລະ ຮອບ 15:30.

⁃ ວຽງຈັນ-ໜອງຄາຍ ແມ່ນມີບໍລິການ 2 ຮອບຕໍ່ມື້ ຄື: ຮອບ 10:30 ແລະ 18:00.

⁃ ໂດຍມີຄ່າບໍລິການແມ່ນຄົນລະ 55 ບາດ.

⁃ ອຸດອນທານີ-ວຽງຈັນ ແມ່ນມີບໍລິການ 3 ຮອບຕໍ່ມື້ ຄື: ຮອບ 8:00/ 11:30 ແລະ 15:00.

⁃ ວຽງຈັນ-ອຸດອນທານີ ແມ່ນມີບໍລິການ 3 ຮອບຕໍ່ມື້ ຄື: ຮອບ 10:30/15:00 ແລະ 18:00.

⁃ ໂດຍມີຄ່າບໍລິການແມ່ນຄົນລະ 80 ບາດ.

• ໂດຍການຊື້ປີ້ ແມ່ນບໍ່ມີການຮັບຊື້ທາງອອນລາຍ ແລະ ບໍ່ສາມາດຊື້ປີ້ລ່ວງໜ້າໄດ້.

• ສາມາດຊື້ປີ້ໄດ້ມື້ຕໍ່ມື້ ແລະ ທຸກຄັ້ງທີ່ຊື້ປີ້ແມ່ນຕ້ອງມີການສະແດງພາສປອດ ຫຼື ບັດຜ່ານແດນກ່ອນສະເໝີ.

ທີ່ມາ: https://cutt.ly/gKxmvr0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/