ສາເຫດທີ່ມະນຸດຕົບແມງວັນບໍ່ທັນຈັກເທື່ອຍ້ອນພວກມັນມີສາຍຕາທີ່ໄວກວ່າມະນຸດເຖິງ 4 ເທົ່າ!

ແມງວັນ

ເປັນຫຍັງເຮົາຈຶ່ງຕົບແມງວັນບໍ່ທັນຈັກເທື່ອ? ມີຄົນຈຳນວນບໍ່ໜ້ອຍທີ່ແນມວ່າແມງວັນເປັນສັດຊະນິດໜຶ່ງທີ່ບໍ່ພຽງແຕ່ສ້າງຄວາມລຳຄານໃຫ້ກັບຄົນຈຳນວນບໍ່ໜ້ອຍ ແລະ ຍັງນຳພາເຊື້ອພະຍາດຕ່າງໆມາສູ່ຄົນອີກດ້ວຍ. ດັ່ງນັ້ນແລ້ວ,ຫຼາຍຄົນຈຶ່ງບໍ່ມັກປານໃດ ໂດຍສະເພາະໃຜທີ່ເຄີຍໄລ່ຕົບແມງວັນ ຈະຮູ້ວ່າມັນບໍ່ແມ່ນເລື່ອງງ່າຍເລີຍ ເພາະເບິ່ງຄືພວກມັນຈະຮູ້ຕົວແລ້ວບິນໜີທັນຕະຫຼອດ. ສະນັ້ນ, ແມງວັນມັນມີກົນໄກໃນຮ່າງກາຍອັນໃດຈຶ່ງສາມາດບິນໜີໄດ້ຢ່າງວ່ອງໄວ?

ແມງວັນ

ທີມນັກວິທະຍາສາດຈາກມະຫາວິທະຍາໄລ Cambridge ໃນປະເທດອັງກິດ ພະຍາຍາມຊອກຫາຄຳຕອບແລ້ວກໍພົບວ່າ ແມງວັນມັກຈະຫຼົບໜີການໂຈມຕີຂອງມະນຸດໄປໄດ້ເຖິງວ່າຈະມີຄວາມໄວບໍ່ເກີນ 8 ກິໂລແມັດຕໍ່ຊົ່ວໂມງກໍຕາມ. ນັ້ນກໍເພາະວ່າແມງວັນສ່ວນຫຼາຍມີສາຍຕາທີ່ໄວກວ່າມະນຸດເຖິງ 4 ເທົ່າ, ເຮັດໃຫ້ພວກມັນສາມາດເບິ່ງເຫັນໃນການເຄື່ອນໄຫວຊ້າໆ.

ແມງວັນ

ທາງດ້ານສາສະດາຈານ Roger Hardie ທີ່ເປັນໜຶ່ງໃນຜູ້ນຳທີມນັກວິໄຈ ພະແນກສະລິລະວິທະຍາ ຈາກມະຫາວິທະຍາໄລ Cambridge ໄດ້ບອກວ່າ: ໃນຕາຂອງແມງວັນມີຈຸລັງຮັບແສງ 2 ຊະນິດ,ຊະນິດໜຶ່ງຢູ່ໃນຕາຂອງແມງວັນທີ່ເອີ້ນວ່າຈຸລັງ microvillar photoreceptor ສ່ວນອີກຊະນິດໜຶ່ງຄືຈຸລັງຮັບແສງທີ່ມີຮູບທໍ່ແລະຮູບຈວຍເຊິ່ງພົບຢູ່ໃນສາຍຕາຂອງມະນຸດເຊັ່ນກັນ. ສາສະດາຈານ Roger Hardie ໄດ້ກ່າວໄວ້ອີກວ່າ ໂຄງປະກອບສ້າງ microvillar ຂອງແມງວັນ ມີຄວາມໄວໃນການຕອບສະໜອງຫຼາຍກວ່າມະນຸດ. ດັ່ງນັ້ນ, ເວລາທີ່ເຮົາພະຍາຍາມຕົບແມງວັນ ສາຍຕາທີ່ວ່ອງໄວຂອງມັນເຮັດໃຫ້ສາມາດແນມເຫັນເຮົາ ແລະ ບິນໜີໄປໄດ້ຢ່າງໄວວາ. 

ແມງວັນ

ໃຫ້ເຮົາລອງນຶກພາບວ່າຂະໜາດແມງວັນທຳມະດາຍັງຕົບຍາກແລ້ວຍັງມີແມງວັນນັກລ່າທີ່ສາມາດຈັບກິນແມງໄມ້ຊະນິດອື່ນໃນກາງອາກາດໄດ້ພາຍໃນເວລາບໍ່ຮອດ 1 ວິນາທີ ນັ້ນກໍຄືແມງວັນນັກຂ້າ . ທາງດ້ານສາສະດາຈານ Paloma Gonzales-Bellido ຈາກມະຫາວິທະຍາໄລ Cambridge ຍັງລະບຸອີກວ່າ ແມງວັນຊະນິດດັ່ງກ່າວມີຄວາມໄວສູງສຸດ 1.5 ແມັດ ຕໍ່ວິນາທີ ເຊິ່ງໄວກວ່າການພິບຕາ ເຊິ່ງສາຍຕາຂອງແມງວັນຊະນິດນີ້ມີຄວາມໄວກວ່າມະນຸດເຖິງ 6 ເທົ່າ ແລະ ໄວກວ່າບັນດາແມງໄມ້ທຸກຊະນິດອີກດ້ວຍ. 

ແມງວັນ

ຮຽບຮຽງໂດຍ: ນາງ ສຸພັດສອນ ພອນມະນີວັນ ນັກສຶກສາກົດໝາຍພາກວິຊາພົວພັນສາກົນປີ1

ທີ່ມາ: 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ