ສາວໆຟັງທາງນີ້!!! ໂຄຕະ ມິອຸຣະ ນັກມວຍໜຸ່ມຫຼໍ່ຈາກຍີ່ປຸ່ນ ເຜີຍມັກ “ຜູ້ຍິງຜົມຍາວ, ຮັກຄວາມສະອາດ ແລະ ມັກດູແລຕົນເອງ”

ໂຄຕະ ມິອຸຣະ

ໂຄຕະ ມິອຸຣະ ຫຼື ສາຍາໃນວົງການນັກມວຍເອີ້ນວ່າ “King Jr” ເປັນນັກກິລາມວຍໜຸ່ມຫຼໍ່ໄຟແຮງຈາກດິນແດນປາດິບ ແລະເມື່ອຕົ້ນປີກໍເຄີຍເປັນກະແສມາແລ້ວເພາະນອກຈາກ ຮອຍຍິ້ມ ແລະ ຄວາມຫຼໍ່ທີ່ປຽບເໝືອນຟ້າປະທານແລ້ວ ສີມືການຊົກມວຍກໍບໍ່ທຳມະດາ ເພາະມີຮາງວັນແຊັ້ມຈາກເວທີຕ່າງໆ ເປັນຕົວກາຣັນຕີຄວາມສາມາດ ເຮັດໃຫ້ບັນດາ ສາວນ້ອຍ, ສາວໃຫຍ່ ຫຼົງຮັກໄປຫຼາຍຄົນເລີຍ.

ໂຄຕະ ມິອຸຣະ

ແລະຫຼ້າສຸດນີ້ ໂຄຕະ ມິອຸຣະ ກໍໄດ້ກາຍເປັນກະແສອີກຄັ້ງເພາະເມື່ອ 2-3 ມື້ທີ່ຜ່ານມາ ໂຄຕະ ໄດ້ເດີນທາງມາທີ່ປະເທດໄທເພື່ອຂຶ້ນຊົກ ກັບນັກມວຍໄທຊື່ດັງຢ່າງ ບົວຂາວ ບັນຊາເມກ ໃນລາຍການ KAT Presents Legend of Rajadamnern: Buakaw vs Kota ໂດຍຈະຈັດຂຶ້ນໃນວັນ 19 ສິງຫາ 2022 ນີ້ ທີ່ເວທີມວຍຣາຊະດໍາເນີນ ປະເທດໄທ.

ໃນສ່ວນສາເຫດທີ່ກາຍເປັນກະແສກໍຍ້ອນວ່າໜ້າຕາທີ່ຫຼໍ່ ພ້ອມກັບຮ່າງກາຍທີ່ມາກັບຫຸ່ນທີ່ແໜ້ນ ແລະ ຮອຍຍິ້ມກະຊາກໃຈ ເຮັດໃຫ້ແຟນຄລັບຊາວໄທອົດໃຈບໍ່ໄຫວທີ່ຈະແຊຣ໌ຮູບ ຫຼື ຂໍ້ມູນຕ່າງໆ ແລະພ້ອມກັນສົ່ງກໍາລັງໃຈຢ່າງລົ້ນເຫຼືອໃຫ້ກັບໂຄຕະໃນການແຂ່ງຄັ້ງນີ້.

ໂຄຕະ ມິອຸຣະ

ແລະເມື່ອໃນວັນທີ 16 ສິງຫາ ທີ່ຜ່ານມາ ທາງ Rajadamnern World Series ເຊິ່ງເປັນຜູ້ຈັດການແຂ່ງຂັນຄັ້ງນີ້ກໍໄດ້ເຜີຍຄລິບວິດີໂອສຳພາດ ໂຄຕະ ອອກມາໃຫ້ແຟນໆໄດ້ເບິ່ງ ເຊິ່ງໃນວິດີໂອດັ່ງກ່າວມີຕອນທີ່ມີຄໍາຖາມວ່າ ໂຄຕະມັກຜູ້ຍິງແບບໃດ?

ເຊິ່ງ ໂຄຕະ ກໍໄດ້ຕອບວ່າ “ຜູ້ຍິງຜົມຍາວ, ຮັກຄວາມສະອາດ ແລະ ມັກດູແລຕົນເອງ”

ພ້ອມກັບຝາກໃຫ້ທຸກຄົນສົ່ງກໍາລັງໃຈມາໃຫ້ຕົນໃນການແຂ່ງຂັນຄັ້ງນີ້.

ສຳລັບສາວໆ ຄົນໃດທີ່ມີເກນກົງຕາມສະເປັກຂອງໂຄຕະ ບໍ່ແນ່ວ່າໃນອະນາຄົດເຈົ້າອາດເປັນຜູ້ພິຊິດໃຈນັກມວຍໜຸ່ມຫຼໍ່ຄົນນີ້ກໍເປັນໄດ້.

ສຳລັບໃຜທີ່ຢາກຕິດຕາມການເຄື່ອນໄຫວຂອງໜຸ່ມ ໂຄຕະ ແນະນຳທີ່ IG : kota_miura_official

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ