ສານສູງສຸດໃນອິນເດຍຕັດສິນໃຫ້ແມ່ຍິງທຸກຄົນສາມາດ ຍຸຕິການຖືພາໄດ້ຢ່າງຖືກກົດໝາຍ ສຳລັບການຖືພາທີ່ບໍ່ເກີນ 6 ເດືອນ

ສານສູງສຸດ

ກະແສເລື່ອງການສະໜັບສະໜູນສິດທິໃນການ ຍຸຕິການຖືພາຂອງແມ່ຍິງ ກໍຍັງເປັນທີ່ເວົ້າເຖິງ ແລະ ຖົກຖຽງກັນໄປທົ່ວໂລກ ແລະ ປະເທດຫຼ້າສຸດທີ່ມີການເຄື່ອນໄຫວຄັ້ງໃຫຍ່ໃນເລື່ອງນີ້ກໍຄື ປະເທດອິນເດຍ ເມື່ອສານສູງສຸດຕັດສິນໃຫ້ແມ່ຍິງທຸກຄົນ ລວມເຖິງແມ່ຍິງທີ່ຍັງບໍ່ໄດ້ແຕ່ງງານ ສາມາດ ຍຸຕິການຖືພາໄດ້ ຢ່າງຖືກກົດໝາຍ ສຳລັບການຖືພາທີ່ບໍ່ເກີນ 24 ອາທິດ ຫຼື 6 ເດືອນ.

ເຊິ່ງການເຄື່ອນໄຫວຄັ້ງນີ້ ຈະເປັນການປ່ຽນແປງກົດໝາຍວ່າດ້ວຍການຍຸຕິການຖືພາທາງການແພດ (MTP) ແບບເກົ່າຂອງອິນເດຍ ທີ່ມີມາແລ້ວແຕ່ປີ 1971 ໂດຍກົດໝາຍເກົ່ານີ້ ຈະຈຳກັດການຍຸຕິການຖືພາ ໄດ້ສະເພາະແມ່ຍິງທີ່ແຕ່ງງານແລ້ວ, ຜ່ານການຢ່າຮ້າງ, ແມ່ໝ້າຍ, ແມ່ຍິງທີ່ຍັງບໍ່ບັນລຸນິຕິພາວະ, ແມ່ຍິງພິການ, ແມ່ຍິງທີມີອາການປ່ວຍທາງຈິດ ແລະ ແມ່ຍິງທີ່ລອດຊີວິດຈາກການຂົ່ມຂືນ ເທົ່ານັ້ນ ແຕ່ແມ່ຍິງທົ່ວໄປທີ່ຍັງບໍ່ໄດ້ແຕ່ງງານນັ້ນ ບໍ່ມີສິດໃນການຍຸຕິການຖືພາໄດ້ຢ່າງຖືກຕ້ອງຕາມກົດໝາຍ.

ໂດຍຜູ້ພິພາກສາປະຈຳສານສູງສຸດຂອງອິນເດຍ D.Y. Chandrachud ກ່າວວ່າ: “ເຖິງແມ່ນວ່າຈະເປັນແມ່ຍິງທີ່ຍັງບໍ່ໄດ້ແຕ່ງງານ ກໍສາມາດຍຸຕິການຖືພາໄດ້ ໃນອາຍຸການຖືພາທີ່ບໍ່ເກີນ 24 ອາທິດ”

ສານສູງສຸດ

ຄຳຕັດສິນນີ້ ສືບເນື່ອງມາຈາກກໍລະນີທີ່ແມ່ຍິງ ອາຍຸ 25 ປີຄົນໜຶ່ງ ທີ່ຖືພາຈາກການມີເພດສຳພັນກັບຄົນທີ່ນາງຍິນຍອມ ແຕ່ເມື່ອຄວາມສຳພັນນັ້ນຈົບລົງ ນາງກໍຕ້ອງການຍຸຕິການຖືພາ.

ນັກເຄື່ອນໄຫວທາງດ້ານສິດທິແມ່ຍິງໃນອິນເດຍ ຫຼາຍຄົນເຊື່ອວ່າ ຄຳຕັດສິນໃໝ່ທີ່ອອກມານີ້ ຈະຖືເປັນການລົບລ້າງການປະຕິບັດທີ່ບໍ່ເທົ່າທຽມກັນໃນກຸ່ມແມ່ຍິງ ແລະ ຄຳຕັດສິນນີ້ຈະຖືເປັນກ້າວສຳຄັນສຳລັບສິດທິຂອງແມ່ຍິງອິນເດຍທຸກຄົນ.

ສານສູງສຸດ

ໃນຂະນະທີ່ Aparna Chandra ນັກວິຊາການຈາກໂຮງຮຽນກົດໝາຍແຫ່ງຊາດຂອງ ອິນເດຍ ໄດ້ອອກມາບອກວ່າ ຄຳຕັດສິນໃໝ່ນີ້ຈະມີຜົນກະທົບຢ່າງກວ້າງຂວາງຕໍ່ກັບແນວຄິດກ່ຽວກັບສິດທິແມ່ຍິງ ໂດຍກ່າວວ່າ: “ນີ້ເປັນຄຳຕັດສິນທີ່ສຳຄັນຫຼາຍ ບໍ່ແມ່ນແຕ່ປະເດັນໃນສານເທົ່ານັ້ນ ແຕ່ຍັງລວມເຖິງສິດທິແມ່ຍິງໃນວົງກວ້າງ ແມ່ຍິງທົ່ວໂລກກຳລັງຕໍ່ສູ້ເພື່ອສິດທິຂອງພວກເຂົາ ການຕັດສິນໃນລັກສະນະນີ້ບໍ່ໄດ້ມີຜົນແຕ່ໃນອິນເດຍເທົ່ານັ້ນ ແຕ່ຍັງລວມໄປເຖິງແມ່ຍິງທົ່ວໂລກນຳ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ