ຄອບຄົວນັກທຸລະກິດຈາກນະຄອນຫຼວງວຽງຈັນຂໍເບິ່ງສົບຍິງສາວທີ່ເສຍຊີວິດຈາກການຖືກຂ້າຍັດກະເປົາ ເພາະເຊື່ອວ່າເປັນຍາດຂອງຕົນ

ຄອບຄົວນັກທຸລະກິດ

ເມື່ອຕອນເຊົ້າຂອງວັນທີ 28 ກັນຍາ 2022 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດຈາກຫ້ອງການຕໍາຫຼວດທາດພະນົມ ແຂວງ ທາດພະນົມ ປະເທດໄທ ໄດ້ຮັບແຈ້ງເຫດຈາກເຈົ້າໜ້າທີ່ກອງບັງຄັບການໜ່ວຍເຮືອຮັກສາຄວາມສະງົບຮຽບຮ້ອຍຕາມຕາມລໍາແມ່ນ້ຳຂອງ (ນຮຂ ຫຼື นรข) ວ່າພົບສົບຜູ້ເສຍຊີວິດຖືກຂ້າຍັດກະເປົາເດີນທາງ ໄຫຼມາຕາມລໍາແມ່ນ້ຳຂອງແລ້ວຕິດຢູ່ທີ່ແພຈອດເຮືອລາດຕະເວນ.
ເມື່ອຮັບຊາບເລື່ອງ ເຈົ້າໜ້າທີ່ກອງພິສູດຫຼັກຖານຈຶ່ງລົງໄປພື້ນທີ່ເກີດເຫດພ້ອມກັບເຈົ້າໜ້າທີ່ແພດໝໍ, ທີມກູ້ໄພ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຊັນນະສູດສົບ ໂດຍໃນທີ່ເກີດເຫດພົບກະເປົາເດີນທາງສີດໍາທີ່ມີຄວາມກວ້າງປະມານ 90 ຊັງຕີແມັດ ຍາວປະມານ 60 ຊັງຕີແມັດ ຜ່ານການກວດສອບພາຍໃນພົບເປັນສົບເພດຍິງປິດສະໜາຄາດວ່າເສຍຊີວິດມາແລ້ວ 5 ມື້ (ກ່ອນທີ່ເຈົ້າໜ້າທີ່ຈະພົບສົບ) ມີບາດແຜຕາມຮ່າງກາຍ, ສະພາບຕົວແມ່ນງໍກົ້ມໜ້ານອນຂົດ ແລະ ຮ່າງຖືກຫໍ່ໄວ້ດ້ວຍຖົງດໍາ.

ຄອບຄົວນັກທຸລະກິດ


ຕອນທີ່ແພດຊັນນະສູດສົບໃນເບື້ອງຕົ້ນ ພົບວ່າເປັນເພດຍິງເສຍຊີວິດບໍ່ຕໍ່າກວ່າ 4-5 ມື້. ນອກຈາກນີ້ ພາຍໃນກະເປົາຍັງພົບຫີນຂະໜາດໃຫຍ່ 1 ກ້ອນຢູ່ໃນກະເປົານໍາ ເຊິ່ງເຈົ້າໜ້າທີ່ຄາດວ່າຜູ້ຕາຍ ອາດຈະຖືກຂ້າຕາຍແລ້ວເອົາມາໂຍນຖິ້ມນ້ຳໂດຍບໍ່ໝັ້ນໃຈວ່າສົບດັ່ງກ່າວເປັນຊາວໄທຫຼືປະເທດເພື່ອນບ້ານຢ່າງລາວເຮົາ.

ຄອບຄົວນັກທຸລະກິດ


ພ້ອມນີ້ ເຈົ້າໜ້າທີ່ຕໍາຫຼວດທີ່ຍັງໃຫ້ຂໍ້ມູນວ່າ ຈາກການຊັນນະສູດສົບເບື້ອງຕົ້ນນັ້ນແມ່ນຜູ້ຍິງ ອາຍຸປະມານ 25 ປີ ໃສ່ເສື້ອຢືດຍີ່ຫໍ້ຈັສພອລ ໂສ້ງຢີນຂາຂາວຍີ່ຫໍ້ລີຄູເປີ້ ແວ່ນຕາຍີ່ຫໍ້ກູຊຊີ່ (Gucci) ຕາມໃບໜ້າມີບາດແຜຄ້າຍຄືຖືກທຳຮ້າຍດ້ວຍຂອງແຂງ ໂດຍບໍລິເວນທີ່ພົບສົບແມ່ນຢູ່ລະຫວ່າງ 2 ຟາກຝັ່ງໄທ-ລາວ ຈຶ່ງຍັງບໍ່ສາມາດຄາດການໄດ້ວ່າກະເປົາຖືກໂຍນຖິ້ມຈາກບ່ອນໃດ.
ເນື່ອງຈາກມີການຄາດການວ່າສົບດັ່ງກ່າວເສຍຊີວິດແລ້ວ 5 ມື້ ແລະ ສະພາບສົບກໍມີລັກສະນະອືດບວມ ຈຶ່ງຕ້ອງສົ່ງໄປໃຫ້ໃຫ້ແພດຂອງສະຖາບັນນິຕິເວດ ແຂວງຂອນແກ່ນ ເພື່ອຊັນນະສູດໃໝ່ໃນວັນທີ 29 ກັນຍາ.

ຄອບຄົວນັກທຸລະກິດ


ເຊິ່ງນັ້ນໃນວັນທີ 29 ກັນຍາ 2022 ທາງຕໍາຫຼວດນະຄອນພະນົມໄດ້ເຮັດການປະສານໄປຍັງພື້ນທີ່ໃກ້ຄຽງຂອງແຂວງ (ໃນປະເທດໄທ) ກ່ຽວກັບການຕາມຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ ແຕ່ກໍຍັງບໍ່ພົບການແຈ້ງບຸກຄົນສູນຫາຍໃນຝັ່ງໄທ ລວມເຖິງພື້ນທີ່ຂອງ ແຂວງ ນະຄອນພະນົມ. ເບື້ອງຕົ້ນນັ້ນສົບດັ່ງກ່າວໄດ້ຖືກສົ່ງໄປຊັນນະສູດທີ່ສະຖາບັນນິຕິເວດ ແຂວງ ຂອນແກ່ນ ແລະ ລໍຖ້າສົ່ງກັບມາຮັກສາທີ່ໂຮງໝໍສົມເດັດພຣະຍຸບພະຣາດທາດພະນົມ.

ຄອບຄົວນັກທຸລະກິດ


ເຈົ້າໜ້າທີ່ຕໍາຫຼວດຫ້ອງການທາດພະນົມ ໄດ້ເຜີຍວ່າມີຄອບຄົວນັກທຸລະກິດຊາວລາວ ຈາກນະຄອນຫຼວງວຽງຈັນ ປະເທດລາວ ຕິດຕໍ່ປະສານເດີນທາງມາກວດສອບຮູບປະພັນສັນຖານຂອງຜູ້ເສຍຊີວິດ ລວມເຖິງຜົນຊັນນະສູດສົບ ເພາະເຊື່ອວ່າເປັນຍາດທີ່ສູນຫາຍໄປເມື່ອອາທິດທີ່ຜ່ານມາ ແຕ່ກໍຍັງລໍຖ້າການຢືນຢັນຕົວຕົນຢ່າງລະອຽດ.
ທີ່ມາ:
• https://cutt.ly/yVXLw44
• https://cutt.ly/1VXLtXQ
• https://cutt.ly/mVXLatY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ