ລາວ-ຫວຽດນາມ ຈັດງານວາງສະແດງຜົນງານວິຈິດສິນຂອງສິລະປິນລາວ ແລະ ສິລະປິນຫວຽດນາມ ເພື່ອເສີມຂະຫຍາຍວຽກງານດ້ານສິລະປະ

ລາວ-ຫວຽດນາມ

ສະມາຄົມວິຈິດສິນລາວ ຮ່ວມກັບສະມາຄົມວິຈິດສິນຫວຽດນາມ ແລະ ສູນວັດທະນະທໍາຫວຽດນາມປະຈໍາລາວ ໄດ້ຈັດງານວາງສະແດງຜົນງານວິຈິດສິນຂອງສິລະປິນລາວ ແລະ ສິລະປິນຫວຽດນາມ ໃນວັນທີ 29 ກັນຍາ 2022 ທີ່ສູນວັດທະນະທໍາຫວຽດນາມ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຫງຽນບາຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ທ່ານ ໄມ່ສິງ ຈັນບຸດດີ ປະທານສະມາຄົມວິຈິດສິນລາວ ແລະ ທ່ານ ເຊີນດວນ ປະທານສະມາຄົມວິຈິດສິນຫວຽດນາມ ພ້ອມດ້ວຍແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານວາງສະແດງຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີຄວາມໝາຍເລິກເຊິ່ງ. ທ່ານ ໄມ່ສິງ ຈັນບຸດດີ ປະທານສະມາຄົມວິຈິດສິນລາວ ກ່າວວ່າ : ຫຼາຍສິບປີຜ່ານມາ ລາວ-ຫວຽດນາມ ແລະ ສະຖາບັນວິຈິດສິນແຫ່ງຊາດ ກົມວິຈິດສິນລາວ-ຫວຽດນາມ ໄດ້ມີການພົວພັນຮ່ວມມືທາງດ້ານວິຊາການວິຈິດສິນມາຍາວນານ, ມີການແລກປ່ຽນຄະນະຜູ້ແທນຂັ້ນນໍາ, ວິຊາການເພື່ອຢ້ຽມຢາມ ແລກປ່ຽນເຊິ່ງກັນ ແລະ ກັນ. ຕັ້ງຄ້າຍປະດິດຄິດແຕ່ງດ້ານວິຈິດສິນຂອງສອງປະເທດ ແລະ ລະດັບອາຊຽນ ຈັດງານວາງສະແດງຜົນງານວິຈິດສິນຮ່ວມກັນ ແລະ ອື່ນໆ.

ລາວ-ຫວຽດນາມ

ງານວາງສະແດງສິລະປະຮ່ວມສະໄໝຂອງສະມາຄົມວິຈິດສິນລາວ-ຫວຽດນາມ ໃນຄັ້ງນີ້ ມີຜົນງານຂອງສິລະປິນສະມາຄົມວິຈິດສິນຫວຽດນາມຈໍານວນ 23 ຜົນງານ ໃນນັ້ນມີຮູບແຕ້ມຈິດຕະກໍາ ແລະ ຮູບແຕ້ມພາບພິມ ມີຜົນງານຂອງສິລະປິນລາວ ຈຳນວນ 40 ຜົນງານ ລວມທັງໝົດ 63 ຜົນງານ ໃນນັ້ນມີຜົນງານຈິດຕະກໍາ ປະຕິມະກໍາ. ຜົນງານຮູບດັ່ງກ່າວແມ່ນແຕ້ມດ້ວຍສີນໍ້າ ສີອະຄຣີລິກ ສີນໍ້າມັນ ຮູບປັ້ນຫຼໍ່ ແລະ ຮູບແກະສະຫຼັກໄມ້. ງານວາງສະແດງຜົນງານວິຈິດສິນຂອງສິລະປິນລາວ ແລະ ສິລະປິນຫວຽດນາມຈະດໍາເນີນໄປຮອດວັນທີ 3 ຕຸລາ 2022 ທີ່ສູນວັດທະນະທໍາຫວຽດນາມ ນະຄອນຫຼວງວຽງຈັນ.

ລາວ-ຫວຽດນາມ

ຂໍ້ມູນຈາກ: https://cutt.ly/5VXBrz0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ