ຮູ້ຈັກກັບ Hyperion ຕົ້ນໄມ້ທີ່ໄດ້ຊື່ວ່າສູງທີ່ສຸດໃນໂລກ ແລະ ມີອາຍຸຫຼາຍກວ່າ 600 ປີ

Hyperion

“ຕົ້ນໄມ້” ນັ້ນມີຄວາມສຳຄັນຕໍ່ການດໍາລົງຊີວິດຂອງຄົນເຮົາຫຼາຍ ເນື່ອງຈາກຕົ້ນໄມ້ຊ່ວຍດູດກ໊າສຄາບອນໄດອອກໄຊ ແລະປ່ອຍອອກຊີເຈນມາໃຫ້ມະນຸດເຮົາໃຊ້ຫາຍໃຈໃນຕອນກາງເວັນ, ເມື່ອຕອນທີ່ເຮົາຢູ່ໃກ້ພື້ນທີ່ທີ່ມີຕົ້ນໄມ້ຫຼາຍເຮົາຈະຮູ້ສຶກເຢັນສະບາຍ ເພາະຕົ້ນໄມ້ຊ່ວຍເປັນຮົ່ມເງົາໃຫ້ເຮົາໃນເວລາທີ່ມີແສງແດດ ແລະ ຍັງມີຄຸນປະໂຫຍດຫຼາຍຢ່າງທີ່ມະນຸດສາມາດນຳໃຊ້ໄດ້ຈາກຕົ້ນໄມ້.

Hyperion

ເມື່ອເວົ້າເຖິງຕົ້ນໄມ້ ຫຼາຍຄົນອາດຈະຈິນຕະນາການເຖິງ ຕົ້ນໄມ້ທີ່ເປັນລໍາສູງໆ ມີໃບຂຽວໆ ແລະມີກິ່ງກ້ານຫຼາຍໆແມ່ນບໍ່? ທຸກຄົນຮູ້ບໍວ່າຕົ້ນໄມ້ຊະນິດໃດເປັນຕົ້ນໄມ້ທີ່ສູງທີ່ສຸດໃນໂລກ? ດ້ວຍເຫດນີ້ ມື້ນີ້ Lao X ເຮົາຈະພາໄປທຳຄວາມຮູ້ຈັກກັບ “Hyperion” ຕົ້ນໄມ້ທີ່ໄດ້ຊື່ວ່າສູງທີ່ສຸດໃນໂລກ ແລະ ມີອາຍຸຫຼາຍຮ້ອຍປີ.

ຕາມການລາຍງານຂອງ Guinness World Records ທີ່ບັນທຶກໄວ້ຫຼ້າສຸດເມື່ອປີ 2019 ໄດ້ລະບຸວ່າ ຕົ້ນເຣດວູດຊາຍຝັ່ງ (Sequoia sempervirens) ຫຼືຮູ້ຈັກກັນດີໃນຊື່ ໄຮເປີຣຽນ (Hyperion) ແມ່ນຕົ້ນໄມ້ທີ່ສູງທີ່ສຸດໃນໂລກ ດ້ວຍຄວາມສູງ 116,07 ແມັດ ຕັ້ງຢູ່ໃນພື້ນທີ່ຂອງອຸທິຍານແຫ່ງຊາດ ເຣດວູດ (Redwood National) ລັດແຄລິຟໍເນຍ ປະເທດສະຫະລັດອາເມຣິກາ.

Hyperion

ຕົ້ນໄຮເປີຣຽນນີ້ຖືກຄົ້ນພົບຄັ້ງທຳອິດໃນປີ 2006 ໂດຍ ຄຣິສ ແອຕກິນສ໌ (Chris Atkins) ແລະ ໄມເຄິລ ເທເລີ Michael Taylor) ເຊິ່ງເປັນໜຶ່ງໃນຄະນະວິໄຈທີ່ເຮັດການສຳຫຼວດປ່າແຄລິຟໍເນຍ ໂດຍໃນເວລານັ້ນຕົ້ນໄຮເປີຣຽນສູງ 115,5 ແມັດ ເຊິ່ງສູງໜ້ອຍກວ່າສະຖິຕິປັດຈຸບັນເລັກນ້ອຍ. ນອກຈາກຄວາມສູງແລ້ວມັນຍັງເປັນໜຶ່ງໃນຕົ້ນໄມ້ທີ່ອາຍຸຫຼາຍທີ່ສຸດປະມານ 600 ເຖິງ 800 ປີ ພວກເຂົາກ່າວວ່າສະຖານທີ່ຕັ້ງຄືເຄັດລັບຄວາມສຳເລັດ.

“ເຖິງວ່າພວກມັນຈະອາໄສຢູ່ເທິງທາງຊັນ ແຕ່ຕົ້ນໄມ້ກໍເຕີບໃຫຍ່ໃນແຫຼ່ງຂອງຕົ້ນເຣດວູດທີ່ດີທີ່ສຸດໃນໂລກ” ແອຕກິນສ໌ ກ່າວໃນລາຍງານເມື່ອປີ 2006 ພ້ອມຍັງໄດ້ອະທິບາຍວ່າ “ມັນຢູ່ໃຕ້ສັນພູ ຈຶ່ງໄດ້ຮັບການປົກປ້ອງຈາກລົມ ອີກທັງຢູ່ໃກ້ນ້ຳ ແລະມີໝອກຫຼາຍ ເຮັດໃຫ້ພື້ນທີ່ມີອາກາດອົບອຸ່ນຂຶ້ນ ແລະ ມີແດດສ່ອງເຖິງຫຼາຍ”

Hyperion

ພ້ອມນີ້ ພວກເຂົາກ່າວວ່າມັນເກືອບຈະບໍ່ໄດ້ມີໂຣກຫຼືໄດ້ຮັບຄວາມເສຍຫາຍຈາກໄພຄຸກຄາມຂອງແມງໄມ້ເລີຍ ເນື່ອງຈາກເນື້ອໄມ້ຂອງພວກມັນມີສານທີ່ເອີ້ນວ່າ “ແທນນິນ” (Tannin) ສູງ ພ້ອມຍັງມີຄຸນສົມບັດທົນໄຟໄດ້ ແລະ ມີເປືອກທີ່ໜາກວ່າ 12 ນິ້ວ ລວມທັງສະພາບແວດລ້ອມທີ່ສົ່ງເສີມບໍ່ວ່າຈະເປັນດິນ, ເຊື້ອຣາ ແລະຕົ້ນໄມ້ອື່ນໆ ເຮັດໃຫ້ໄຮເປີຣຽນ ມີຄວາມສູງຈົນສາມາດສ້າງສະຖິຕິໂລກ.

ຢ່າງໃດກໍຕາມ ນີ້ກໍຖືວ່າເປັນໂຊກດີຂອງຕົ້ນໄຮເປີຣຽນທີ່ລອດຈາກການຖືກຕັດເພາະໃນປີ 1970 ລັດຖະບານຂອງສະຫະລັດອາເມຣິກາ ໄດ້ຕັດໄມ້ໃນບໍລິເວນນັ້ນໄປກວ່າ 90% ເຊິ່ງຫ່າງຈາກຕົ້ນໄຮເປີຣຽນບໍ່ໄກ ແລະ 4% ຂອງຕົ້ນເຣດວູດທັງໝົດໃນອຸທິຍານຈຶ່ງລອດພົ້ນແລະເຕີບໃຫຍ່ຂຶ້ນມາໄດ້. ພ້ອມນັ້ນພວກມັນຍັງຈະສາມາດເຕີບໃຫຍ່ຕໍ່ໄປໄດ້ອີກໃນອັດຕາ 3,9 ຊັງຕີແມັດຕໍ່ປີ ຫຼືປະມານ 1,5 ນິ້ວຕໍ່ປີ.

Hyperion

ນອກຈາກຕົ້ນໄຮເປີຣຽນແລ້ວ ຍັງມີຕົ້ນເຣດວູດອີກຊະນິດໜຶ່ງທີ່ຊື່ວ່າ ພາຣາດ໊ອກ (Paradox) ທີ່ມີອັດຕາການເຕີບໃຫຍ່ສູງກວ່າຕົ້ນໄຮເປີຣຽນ ເພາະມັນມີອັດຕາການເຕີບໃຫຍ່ສູງເຖິງ 18,9 ຊັງຕີແມັດຕໍ່ປີ ແລະ ນັກວິໄຈຄາດວ່າຕົ້ນພາຣາດັອກຈະກາຍເປັນຕົ້ນໄມ້ທີ່ສູງທີ່ສຸດໃນໂລກແທນຕົ້ນໄຮເປີຣຽນໃນປີ 2031 ນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ