ຜູ້ຊ່ຽວຊານແບຣນ Apple ຄາດວ່າ iPhone 15 ອາດຈະຍົກເຄື່ອງດີໄຊໃໝ່ ແລະ ມາພ້ອມກັບ USB-C ແລະ ປ່ຽນຊື່ຮຸ່ນເປັນ Ultra ແທນ Pro Max

iPhone15

ເອີ້ນໄວ້ວ່າເປັນຂ່າວລືທີ່ສ້າງສຽງຮືຮາໃຫ້ກັບບັນດາສາວົກ iPhone ຢູ່ບໍ່ໜ້ອຍ ເມື່ອບໍ່ດົນມານີ້ Mark Gurman ຜູ້ຊ່ຽວຊານດ້ານຜະລິດຕະພັນຈາກແບຣນ Apple ແລະ ເປັນນັກຂ່າວໃນສຳນັກຂ່າວຊື່ດັງຢ່າງ Bloomberg ໄດ້ອອກມາເປີດເຜີຍຂໍ້ມູນໃໝ່ກັບ Column Power On ສະບັບຫຼ້າສຸດໂດຍລະບຸວ່າ Apple ມີແຜນຈະປັບປຸງດີໄຊຂອງ iPhone 15 ຄັ້ງໃຫຍ່ ພ້ອມກັບປ່ຽນໄປໃຊ້ພອດ USB Type-C. ນອກຈາກນີ້ ຍັງອາດມີການປ່ຽນຊື່ຮຸ່ນ ຈາກທີ່ມີຊື່ວ່າ iPhone 15 Pro Max ມາເປັນ iPhone 15 Ultra ແທນ.

ທັງນີ້ ການປ່ຽນຊື່ໄປໃຊ້ຊື່ຮຸ່ນ Ultra ແທນ Pro Max ໃນຮຸ່ນທັອບຈະເຮັດໃຫ້ iPhone ເບິ່ງໄປໃນທາງດຽວກັນກັບຜະລິດຕະພັນອື່ນໆຫຼາຍຂຶ້ນ ເພາະວ່າກ່ອນໜ້ານີ້ Apple ໄດ້ເປີດຕົວສິນຄ້າຫຼາຍຮຸ່ນໃນຊື່ Ultra ເຊັ່ນ M1 Ultra ເຊິ່ງເປັນຊິບໃນ Apple Silicon ທີ່ເໜືອກວ່າ Pro, Max ໄປອີກຂັ້ນ ແລະ Apple Watch Ultra ທີ່ດີໄຊໃໝ່ຫຼ້າສຸດເປັນຕົ້ນ.

ຢ່າງໃດກໍດີ ຂະນະນີ້ຂໍ້ມູນຂອງ iPhone 15 series ແມ່ນຍັງບໍ່ຊັດເຈນເທື່ອ ເພາະ iPhone 14 ຫາກໍເປີດຕົວ ແລະ ຍັງເຫຼືອເວລາອີກໜຶ່ງປີທີ່ຈະຮູ້ຂໍ້ມູນເພີ່ມຕື່ມ. ພ້ອມນັ້ນໃນປີນີ້ Apple ແມ່ນເນັ້ນທີ່ຈະອັບເກຣດສະເປັກ iPhone 14 Pro, 14 Pro Max ຫຼາຍກວ່າ iPhone 14 ຮຸ່ນເລີ່ມຕົ້ນ  ແລະ ກໍມີຂ່າວລືວ່າ iPhone 15 ທຸກຮຸ່ນອາດຈະໃຊ້ໜ້າຈໍແບບ Dynamic Island ຄືກັນກັບ iPhone 14 ສ່ວນລາຍລະອຽດອື່ນໆ ແມ່ນຕ້ອງລໍຖ້າຕິດຕາມກັນອີກຕື່ມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ