ພາຍຫຼັງຄວາມວຸ້ນວາຍ ຈາກບົດຄວາມໃນ Washington Post ແລະ ຕ້ອງເອີ້ນພະຍານມາໃຫ້ຄວາມຫຼາຍກວ່າ 6 ອາທິດ ໃນທີ່ສຸດສານເມືອງ ແຟແຟັກ ລັດ ເວີຈິເນຍ ປະເທດອາເມຣິກາ ກໍໄດ້ຕັດສິນໃຫ້ ຈອນນີ່ ເດບ ເປັນຝ່າຍຊະນະຄະດີຟ້ອງຮ້ອງເອີ້ນຄ່າເສຍຫາຍຈາກອະດີດພັນລະຍາ ນັ້ນກໍຄື ແອັມເບີ້ ເຮີດ ເຊິ່ງຕ້ອງຈ່າຍຄ່າຊົດເຊີຍ ຂໍ້ຫາເຮັດໃຫ້ເສື່ອມເສຍຊື່ສຽງ ເປັນເງິນຈຳນວນ 15 ລ້ານໂດລາ.
ເລື່ອງລາວເກີດຂຶ້ນໃນປີ 2015 ເມື່ອແອັມເບີ້ ເຮີດ ນັກສະແດງຍິງຊື່ດັງ ໄດ້ຟ້ອງຢ່າຮ້າງກັບ ຈອນນີ່ ເດບ ນັກສະແດງຮຸ່ນໃຫຍ່ໃນວົງການ ໂດຍອ້າງວ່າໄດ້ຖືກທຳຮ້າຍທາງຮ່າງກາຍ, ແຕ່ຕໍ່ມາສາມາດຍອມຄວາມກັນໄດ້ ແລະ ສຸດທ້າຍເຂົາເຈົ້າໄດ້ຢ່າຮ້າງກັນແທ້ໆໃນປີ 2016, ແຕ່ໃນປີ 2018 ແອັມເບີ້ ໄດ້ໄປຂຽນບົດຄວາມລົງໃນໜັງສືພິມ Washington Post, ໂດຍອ້າງວ່າຕົນເອງເປັນບຸກຄົນສາທາລະນະຜູ້ທີ່ລອດຊີວິດຈາກການໃຊ້ຄວາມຮຸນແຮງໃນຄອບຄົວ.

ເຖິງແມ່ນວ່າບົດຄວາມນັ້ນຈະບໍ່ໄດ້ລະບຸຊື່ຂອງ ຈອນນີ່ ເດບ. ແຕ່ທະນາຍຄວາມຂອງລາວຢືນຢັນວ່າ ມັນເປັນການກະທຳທີ່ເຮັດໃຫ້ນັກສະແດງຄົນດັງນັ້ນ ຕ້ອງເສຍຊື່ສຽງ ພ້ອມກັບຮຽກຮ້ອງຄ່າເສຍຫາຍ 50 ລ້ານໂດລາຈາກແອັມເບີ້ ເຮີດ. ເຊິ່ງແອັມເບີ້ ເຮີດ ກໍໄດ້ຍື່ນຟ້ອງກັບ ໂດຍຮຽກຮ້ອງຄ່າເສຍຫາຍສູງເຖິງ 100 ລ້ານໂດລາຈາກ ຈອນນີ່ ເດບ ໂດຍອ້າງວ່າ ຈອນນີ່ ເດບ ນັ້ນເຮັດໃຫ້ລາວເສຍຊື່ສຽງ ເພາະໄປບອກວ່າ ເລື່ອງທີ່ລາວຖືກໃຊ້ຄວາມຮຸນແຮງນັ້ນເປັນເລື່ອງຂີ້ຕົວະ.

ການພິຈາລະນາຄະດີຄັ້ງນີ້ ໄດ້ເລີ່ມຕົ້ນໃນວັນທີ 11 ເມສາ ແລະ ສິ້ນສຸດລົງໃນວັນທີ 27 ພຶດສະພາ. ຄະນະລູກຂຸນທັງ 9 ຄົນ ໃຊ້ເວລາເກືອບ 13 ຊົ່ວໂມງ ເປັນເວລາທັງໝົດ 3 ມື້ ໃນການທວນຄືນຂໍ້ມູນ ແລະ ຫຼັກຖານຢ່າງລະອຽດ, ກ່ອນທີ່ຈະຕັດສິນໃຈໃຫ້ ຈ່ອນນີ່ ເດບ ຊະນະຄະດີນີ້ໄປ.

ຈອນນີ່ ເດບ ຈະໄດ້ຮັບ 10 ລ້ານໂດລາ ເປັນຄ່າປັບໃໝ ເພື່ອຊົດເຊີຍ (Compensation damages), ແລະ ອີກ 5 ລ້ານໂດລາ ເປັນຄ່າປັບໃໝ ຈາກການລົງໂທດ (Punitive damages).

ຢ່າງໃດກໍຕາມ ແອັມເບີ້ ເຮີດ ຍັງຊະນະອີກຄະດີໜຶ່ງ, ເຮັດໃຫ້ ຈອນນີ່ ເດບ ຕ້ອງຈ່າຍຄ່າຊົດເຊີຍໃຫ້ ແອັມເບີ້ ເປັນຈຳນວນ 2 ລ້ານໂດລາ.

ພາຍຫຼັງການຕັດສິນໄດ້ສິ້ນສຸດລົງ ແອັມເບີ້ ເຮີດ ໄດ້ອອກມາສະແດງຄວາມຜິດຫວັງຢ່າງຮຸນແຮງ ໂດຍກ່າວວ່າ: “ຄວາມຜິດຫວັງທີ່ຂ້ອຍໄດ້ຮັບໃນມື້ນີ້ແມ່ນຫຼາຍເກີນໄປທີ່ຈະບັນຍາຍມາເປັນ ຄໍາເວົ້າ. ຂ້າພະເຈົ້າເສຍໃຈທີ່ຫຼັກຖານກອງເປັນພູສູງ ກໍບໍ່ພຽງພໍທີ່ຈະທ້າທາຍກັບອໍານາດ ແລະ ອິດທິພົນ ຂອງອະດີດສາມີຂອງຂ້ອຍ ແຕ່ຂ້າພະເຈົ້າຮູ້ສຶກຜິດຫວັງຍິ່ງກວ່າທີ່ຄຳຕັດສິນນີ້ຈະສົ່ງຜົນກະທົບຕໍ່ແມ່ຍິງຄົນອື່ນໆເຊັ່ນກັນ. ມັນເປັນການຖອຍຫຼັງ ກັບໄປໃນຍຸກທີ່ແມ່ຍິງທີ່ລຸກຂຶ້ນມາເວົ້າ ຈະຖືກເຮັດໃຫ້ອັບອາຍ ແລະ ຕົກຕໍ່າຕໍ່ສາທາລະນະຊົນ. ມັນເປັນການຂັດຂວາງຄວາມຄິດທີ່ວ່າ ຄວາມຮຸນແຮງຕໍ່ແມ່ຍິງຄວນໄດ້ຮັບການປະຕິບັດຢ່າງຈິງຈັງ.”

ຂະນະດຽວກັນ ຈອນນີ່ ເດບ ໄດ້ໂພສຂໍ້ຄວາມລົງ Instagram ວ່າ ຄະນະລູກຂຸນມອບຊີວິດຂອງຂ້ອຍກັບຄືນມາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/