ສະມາຄົມມິດຕະພາບ ລາວ-ຄິວບາ ໄດ້ຮັບຫຼຽນໄຊສາມັກຄີ ແລະ ຫຼຽນກາລະນຶກ 60 ປີ ຈາກຄິວບາ

ສະມາຄົມມິດຕະພາບ

ພິທີມອບຫຼຽນໄຊສາມັກຄີ ຈາກລັດຖະບານ ສ ຄິວບາ ແລະ ຫຼຽນກາລະນຶກ 60 ປີ ຈາກສະຖາບັນຄິວບາເພື່ອມິດຕະພາບກັບນານາຊາດ (ICAP) ໃຫ້ແກ່ ສະມາຄົມມິດຕະພາບ ລາວ-ຄິວບາ ຈັດຂຶ້ນໃນວັນທີ 4 ກັນຍາ 2022, ທີ່ຫໍສະພາແຫ່ງຊາດ, ຕາງໜ້າມອບໂດຍ ສະຫາຍ ເກີຣາໂດ ເປນາລເວ ປໍຕາລ (Gerardo penalver portal), ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 1 ແຫ່ງ ສ ຄິວບາ ແລະ ຕາງໜ້າຄະນະບໍລິຫານສະມາຄົມມິດຕະພາບ ລາວ-ຄິວບາ ຮັບໂດຍ ສະຫາຍ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ຄິວບາ ໂດຍມີ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ເອັນນາ ເອເທີ ວຽງ ວາລເດສ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຄິວບາ ປະຈຳ ສປປ ລາວ ແລະພາກສ່ວນກ່ຽວຂ້ອງ ຂອງລາວ ແລະ ຄິວບາ ເຂົ້າຮ່ວມ.

ສະມາຄົມມິດຕະພາບ

ພັກ, ລັດຖະບານ ແລະ ປະຊາຊົນ ຄິວບາ ແລະ ສະຖາບັນຄິວບາເພື່ອມິດຕະພາບກັບນານາຊາດ ມອບຫຼຽນໄຊສາມັກຄີ ແລະ ສະຖາບັນຄິວບາເພື່ອມິດຕະພາບກັບນານາຊາດ ມອບ ຫຼຽນກາລະນຶກ 60 ປີ ໃຫ້ສະມາຄົມມິດຕະພາບ ລາວ-ຄິວບາ ໃນຄັ້ງນີ້, ເພື່ອສະແດງຄວາມຂອບໃຈ, ຍ້ອງຍໍ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ເຄື່ອນໄຫວປະກອບສ່ວນຂອງ ສະມາຄົມມິດຕະພາບ ລາວ-ຄິວບາ ໃນການຕໍ່ສູ້ເພື່ອທວງເອົາຄວາມເປັນທຳໃຫ້ແກ່ ປະຊາຊົນຄິວບາ ຢູ່ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການປະກອບສ່ວນຕໍ່ສູ້ທວງເອົາຄວາມເປັນທຳໃຫ້ແກ່ 5 ວິລະຊົນຄິວບາ ຈົນໄດ້ຮັບອິດສະລະພາບ ແລະ ກັບຄືນມາສູ່ດິນແດນ ແລະ ອ້ອມກອດຂອງຄອບຄົວ, ສະໜັບສະໜູນການຕໍ່ສູ້ຕ້ານການປິດລ້ອມທຸກຮູບແບບ ຂອງອິດທິກໍາລັງປໍລະປັກທີ່ມີຕໍ່ຄິວບາ. ພ້ອມນັ້ນ, ກໍຍັງເຄື່ອນໄຫວປະກອບສ່ວນເຂົ້າໃນການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຄິວບາ ໃຫ້ນັບມື້ເກີດດອກອອກຜົນ, ສວຍສົດງົດງາມ ແລະ ໝັ້ນຄົງຖາວອນ.

ສະມາຄົມມິດຕະພາບ

ໂອກາດນີ້, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຄິວບາ ສະແດງຄວາມຂອບໃຈ ແລະ ຢືນຢັນວ່າ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງສຸດຄວາມສາມາດຂອງຕົນ ຮ່ວມກັບສະຫາຍຄິວບາ ໃນການຕໍ່ສູ້ທວງເອົາຄວາມເປັນທຳ, ຄວາມຍຸຕິທໍາຈາກອິດທິກໍາລັງປໍລະປັກ ເພື່ອສິດທິໃນການສ້າງສາພັດທະນາດ້ວຍຕົນເອງ. ພ້ອມນີ້, ສະມາຄົມມິດຕະພາບ ລາວ-ຄິວບາ ມີຄວາມຍິນດີ ແລະ ພ້ອມທີ່ຈະຮ່ວມມືກັບບັນດາສະຫາຍຄິວບາ ໂດຍສະເພາະ ບັນດາສະຫາຍໃນສະຖາບັນຄິວບາເພື່ອມິດຕະພາບກັບນານາຊາດ ແລະ ສະມາຄົມມິດຕະພາບ ຄິວບາ-ລາວ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຄິວບາ ໃຫ້ແຕກດອກອອກຜົນ, ເສີມຂະຫຍາຍການທູດປະຊາຊົນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ຂໍ້ມູນຈາກ:

https://cutt.ly/JCjHmxJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ