Binance ປະກາດຢຸດໃຫ້ບໍລິການ ຊື້ຂາຍຫຼຽນ USDC ທີ່ເປັນຄູ່ແຂ່ງ ຫວັງຍາດສ່ວນແບ່ງການຕະຫຼາດໃຫ້ຫຼຽນ BUSD ຂອງຕົນໃຫ້ເພີ່ມຂຶ້ນ

Binance

Binance ແພລັດຟອມການແລກປ່ຽນຊັບສິນດິຈິຕອນທີ່ໃຫຍ່ທີ່ສຸດຂອງໂລກ ແລະ ຍັງເປັນຜູ້ທີ່ອອກຫຼຽນ Stablecoin ທີ່ມີມູນຄ່າສູງທີ່ສຸດເປັນອັນດັບ 3 ຂອງໂລກ, ໄດ້ປະກາດຢຸດການບໍລິການຊື້ຂາຍ ຫຼຽນ USDC ເຊິ່ງເປັນຫຼຽນ Stablecoin ທີ່ມີມູນຄ່າເປັນອັນດັບ 2 ຂອງໂລກ ດ້ວຍຄວາມຫວັງທີ່ວ່າຈະເພີ່ມສ່ວນແບ່ງຕະຫຼາດໃຫ້ກັບ BUSD ຫຼຽນ Stablecoin ຂອງຕົນເອງ.

ໂດຍພາຍໃນວັນທີ 29 ກັນຍາ 2022 ສິນຊັບດິຈິຕອນທີ່ເປັນ Stablecoin ຂອງຜູ້ໃຊ້ງານໃນແພລັດຟອດ Binance ເຊັ່ນ: USDC, USDP ແລະ TUSD ຈະຖືກແລກເປັນ UUSD ໂດຍອັດຕະໂນມັດ ແຕ່ຖ້າຫາກຜູ້ໃຊ້ງານຕ້ອງການແລກປ່ຽນເອງກ່ອນຈະຮອດວັນທີກຳນົດກໍສາມາດເຮັດໄດ້ເຊັ່ນກັນ.

Binance

ການດຳເນີນການດັ່ງກ່າວສົ່ງຜົນກະທົບໃຫ້ Circle ບໍລິສັດຜູ້ອອກຫຼຽນ USDC ມີໂອກາດເສຍສ່ວນແບ່ງການຕະຫຼາດໂດບກົງ ເຊິ່ງໃນຕອນນີ້ USDC ມີມູນຄ່າໃນຕະຫຼາດ ຢູ່ທີ່ປະມານ 52,000 ລ້ານໂດລາ ຮອງຈາກຫຼຽນ Stablecoin ອັນດັບໜຶ່ງຢ່າງ USDT ທີ່ມີມູນຄ່າຕະຫຼາດຢູ່ທີ່ປະມານ 68,000 ລ້ານໂດລາ ໂດຍມີສ່ວນແບ່ງຕະຫຼາດໄປເຖິງ 44% ຂອງ Stablecoin ທັງໝົດ. ຂະນະທີ່ BUSD ມີມູນຄ່າໃນຕະຫຼາດ ຢູ່ທີ່ປະມານ 19,000 ລ້ານໂດລາ.

Binance

ເຖິງແມ່ນວ່າທາງ Binance ຈະອ້າງວ່າ ການດຳເນີນການດັ່ງກ່າວເປັນການຊ່ວຍເສີມສະພາບຄ່ອງ ແລະ ເພີ່ມປະສິດທິພາບໃນການຊື້ຂາຍແລກປ່ຽນຂອງລູກຄ້າ ແຕ່ເບິ່ງຄືວ່າຫຼັງຈາກການດຳເນີນການດັ່ງກ່າວ ຈະເຮັດໃຫ້ສ່ວນແບ່ງຕະຫຼາດ ຂອງບັນດາຫຼຽນ Stablecoin ໃນຕະຫຼາດຢ່າງ USDC, USDP ແລະ TUSD ຈະຍ້າຍມາຫາ BUSD ຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:  

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ