ໄອເດຍດີ ໄທເປີດຕົວລົດຂີ້ເຫຍື້ອ “ບໍ່ເທລວມ” ໂດຍເປັນລົດແຍກຂີ້ເຫຍື້ອ 2 ປະເພດ ເພື່ອຫວັງໃນການຈັດການຂີ້ເຫຍື້ອໄດ້ດີຂຶ້ນ

ລົດຂີ້ເຫຍື້ອ

ກຸງເທບມະຫານະຄອນ ຫຼື ກທມ ເມືອງຫຼວງຂອງປະເທດໄທເອີ້ນໄດ້ວ່າເປັນອີກໜຶ່ງຕົວເມືອງໃນໂລກທີ່ໃຫ້ຄວາມສຳຄັນກັບສິ່ງແວດລ້ອມ ແລະ ມັກຈະຫາວິທີການມາເຮັດໃຫ້ຕົວເມືອງຂອງຕົນເອງພັດທະນາຢູ່ຕະຫຼອດເວລາ.

ລົດຂີ້ເຫຍື້ອ

ແລະຫຼ້າສຸດນີ້ (4 ກັນຍາ 2022) ທາງ ທ່ານ ຊັດຊາດ ສຸດທິພັນ ເຈົ້າຄອງນະຄອນ ກທມ ພ້ອມດ້ວຍຄະນະ ໄດ້ເປີດຕົວໂຄງການ “ບໍ່ເທລວມ” (ไม่เทรวม) ເຊິ່ງເປັນການເຊີນຊວນ ແລະ ລົນນະລົງໃຫ້ປະຊາຊົນແຍກຂີ້ເຫຍື້ອ 2 ປະເພດແບບງ່າຍໆ ໂດຍໄດ້ແກ່ “ຂີ້ເຫຍື້ອເສດອາຫານ” ແລະ “ຂີ້ເຫຍື້ອທົ່ວໄປ” ສໍາລັບຂີ້ເຫຍື້ອເສດອາຫານ ແມ່ນໃຫ້ໃສ່ຖົງສີຂຽວ ຫຼື ຖົງສີໃສ ສ່ວນ ຂີ້ເຫຍື້ອທົ່ວໄປໃຫ້ໃສ່ຖົງສີດຳ ຫຼື ບັນຈຸຂີ້ເຫຍື້ອໃນຖົງທີ່ແຕກຕ່າງກັນເພື່ອໃຫ້ເຫັນໄດ້ຊັດເຈນ.

ລົດຂີ້ເຫຍື້ອ

ທັງນີ້ ບັນຫາຂີ້ເຫຍື້ອໃນ ກທມ ນັ້ນຖືວ່າເປັນອີກໜຶ່ງບັນຫາທີ່ຜູ້ນຳຕ້ອງເລັ່ງແກ້ໄຂ ເພາະພົບວ່າມີຂີ້ເຫຍື້ອຈໍານວນຫຼາຍກວ່າ 8,000 ໂຕນຕໍ່ມື້ ແລະ ເປັນຂີ້ເຫຍື້ອເສດອາຫານຫຼາຍກວ່າ 50% ໂດຍສ່ວນໃຫຍ່ຂີ້ເຫຍື້ອເສດອາຫານມັກຈະຖືກຖິ້ມລວມມາກັບຂີ້ເຫຍື້ອອື່ນໆ ເຮັດໃຫ້ຍາກຕໍໍ່ການນຳໄປຈັດການ ແລະ ເຮັດຣີໄຊເຄິລ ເຊິ່ງການເລີ່ມແຍກຂີ້ເຫຍື້ອເປັນ 2 ປະເພດ (ຂີ້ເຫຍື້ອປຽກ, ຂີ້ເຫຍື້ອແຫ້ງ) ເປັນການຈັດການຂີ້ເຫຍື້ອຕົ້ນທາງ ທີ່ຈະເຮັດໃຫ້ການຈັດການຂີ້ເຫຍື້ອປາຍທາງມີປະສິດທິພາບຫຼາຍຂຶ້ນ.

ລົດຂີ້ເຫຍື້ອ

ນອກຈາກນີ້ແລ້ວທາງ ກທມ ຍັງໄດ້ໄຂຂໍ້ກັງວົນໃຈຂອງພໍ່ແມ່ປະຊາຊົນທີ່ໄດ້ບອກວ່າ ເຖິງຈະແຍກແລ້ວສຸດທ້າຍກໍໄປເທລວມກັນຄືເກົ່າ, ໂດຍທາງ ກທມ ໄດ້ພັດທະນາລົດຂີ້ເຫຍື້ອແບບໃໝ່ (ລົດຂີ້ເຫຍື້ອບໍ່ເທລວມ)  ເຊິ່ງໄດ້ຕິດຕັ້ງສ່ວນເພີ່ມໃນການຈັດເກັບຂີ້ເຫຍື້ອທີ່ລົດຂີ້ເຫຍື້ອອັດທ້າຍ ລວມທັງລົດເປີດຂ້າງສຳລັບຈັດເກັບຂີ້ເຫຍື້ອເສດອາຫານ ໂດຍສະເພາະນະໂຍບາຍບໍ່ເທລວມນີ້ແມ່ນໄດ້ເລີ່ມແລ້ວໃນ 3 ເຂດຂອງ ກທມ.

ຍິ່ງໄປກວ່ານັ້ນ ກທມ ຈະຊຸກຍູ້ໃຫ້ເກີດຈຸດ Drop- off ເຊິ່ງເປັນຈຸດທີ່ເອົາໄວ້ຖິ້ມຂີ້ເຫຍື້ອລວມຂອງຊຸມຊົນຕ່າງ ແລະ ຈະເຮັດໃຫ້ມີ Zaro waste park ແລະ Zero waste school ເປັນຕົ້ນ ເພື່ອເປັນການຈັດເກັບຂີ້ເຫຍື້ອທີ່ງ່າຍຂຶ້ນ ແລະ ລົດບັນຫາຂີ້ເຫຍື້ອຕົກຄ້າງຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ