ສະພາຄຳໂລກ ກຽມອອກຫຼຽນສຳລັບຊື້ຂາຍຄຳ ຫວັງເສີມສະພາບຄ່ອງໃນການຊື້ຂາຍໃຫ້ນັກລົງທຶນລາຍຍ່ອຍ

ສະພາຄຳໂລກ

ສະພາຄຳໂລກ (World Gold Council) ກະກຽມທີ່ຈະປ່ຽນລະບົບຄຳແບບເກົ່າໃຫ້ໄປເກັບຂໍ້ມູນໄວ້ໃນ Blockchain ກ່ອນນຳໄປສູ່ການອອກຫຼຽນສຳລັບການຊື້ຂາຍຄຳ ເພື່ອໃຫ້ນັກລົງທຶນລາຍຍ່ອຍສາມາດເຂົ້າເຖິງໄດ້.

ສະພາຄຳໂລກ

ເດວິດ ເທັດ ປະທານສະພາຄຳໂລກ ກ່າວວ່າ ທາງສະພາຄຳໂລກກຳລັງຊຸກຍູ້ໃຫ້ເກີດການຍົກລະດັບລະບົບຄຳແບບເກົ່າທີ່ເຮົາໃຊ້ກັນມາຫຼາຍສິບປີ ໄປສູ່ການນຳເອົາເທັກໂນໂລຢີ Blockchain ມາໃຊ້ຕິດຕາມຄຳທຸກອັນທຸກກ້ອນໃນໂລກໃບນີ້.

ສະພາຄຳໂລກ

ເດວິດກ່າວອີກວ່າ ຖ້າວ່າສາມາດນຳເອົາລະບົບ Blockchain ເຂົ້າມາໃຊ້ງານກັບຄຳໄດ້ແທ້ ເຮົາເບິ່ງໄປຮອດການຕໍ່ຍອດໄປສູ່ການອອກຫຼຽນດິຈິຕອລທີ່ຄໍ້າປະກັນດ້ວຍຄຳແທ້ໆ ເພື່ອໃຫ້ສາມາດຊື້ຂາຍກັນໄດ້ຢ່າງສະດວກສະບາຍຫຼາຍຍິ່ງຂຶ້ນ.

ໂດຍຄຳໃນປັດຈຸບັນ ໄດ້ຮັບແຮງກົດດັນທັງຈາກລະບຽບໂລກໃໝ່ທີ່ຖືກຕັ້ງຂຶ້ນມາ ແລະ ການແຂ່ງຂັນຈາກຊັບສິນຄູ່ແຂ່ງທີ່ຫາກໍເກີດຂຶ້ນມາໃໝ່ເມື່ອບໍ່ດົນມານີ້ຢ່າງ ຄຣິບໂຕ ເຊິ່ງເປັນການລົງທຶນທາງເລືອກໃຫ້ແກ່ນັກລົງທຶນທີ່ຕ້ອງການກະຈາຍການລົງທຶນໄປນອກເໜືອຈາກຮຸ້ນ, ອະສັງຫາ ແລະ ຊັບສິນອື່ນໆ.

ສະພາຄຳໂລກ

ໂດຍໃນ ຄຣິບໂຕ ກໍມີຫຼຽນດັງຢ່າງ Bitcoin ທີ່ໄດ້ຊື່ວ່າ ຄຳດິຈິຕອລ ກໍສາມາດເອີ້ນຄວາມສົນໃຈຈາກນັກລົງທຶນຈຳນວນຫຼາຍໄປໄດ້ ຈົນເຮັດໃຫ້ຊັບສິນດັ່ງກ່າວເຕີບໂຕຢ່າງມະຫາສານໃນໄລຍະ 10 ປີທີ່ຜ່ານມາ ແທນທີ່ຈະໄຫຼມາຫາສິນຊັບປະເພດຄຳຢ່າງທີ່ເຄີຍເປັນ.

ເດວິດ ເທັດ ເບິ່ງວ່າການນຳຄຳເຂົ້າສູ່ລະບົບດິຈິຕອລຈະເຮັດໃຫ້ນັກລົງທຶນສາມາດເຂົ້າເຖິງຄຳໄດ້ງ່າຍດາຍ ແລະ ສະດວກຫຼາຍຍິ່ງຂຶ້ນ ເນື່ອງຈາກແຕ່ກ່ອນນັ້ນນັກລົງທຶນລາຍຍ່ອຍນັ້ນສາມາດເຂົ້າເຖິງຄຳແທ້ໆໄດ້ຍາກ ພ້ອມທັງຍັງມີມາດຕະຖານການຂາຍທີ່ແຕກຕ່າງກັນໄປ ໃນແຕ່ລະພາກພື້ນ.

ໂດຍສະພາຄຳໂລກລະບຸວ່າຈະອາໄສຄວາມຊ່ວຍເຫຼືອຈາກຕະຫຼາດທົ່ວໂລກ ເພື່ອຊຸກຍູ້ໃຫ້ໂຄງການດັ່ງກ່າວສາມາດສຳເລັດໄດ້ ໂດຍຈະອາໄສຕັ້ງແຕ່ທະນາຄານໃນ Wall Street ໄປຈົນເຖິງຝ່າຍກຳກັບດູແລຂອງຈີນ ແລະ ອິນເດຍ. ນອກຈາກນີ້ລະບົບ Blockchain ດັ່ງກ່າວຍັງສາມາດກວດສອບຜູ້ຊື້ ແລະ ຜູ້ຂາຍໄປໃນຕົວໄດ້ອີກເຊັ່ນກັນ ເຊິ່ງຈະຊ່ວຍປ້ອງກັນການຟອກເງິນ.

ສະພາຄຳໂລກ

ຢ່າງໃດກໍຕາມ ໄອເດຍການນຳສິນຊັບທີ່ຄໍ້າປະກັນກັບຄຳມາອອກເປັນໜ່ວຍໃຫ້ສາມາດຊື້ຂາຍໄດ້ນັ້ນ ບໍ່ຖືວ່າເປັນເລື່ອງໃໝ່ ເນື່ອງຈາກສະພາຄຳ ໄດ້ເຄີຍຊ່ວຍເປີດຕົວ  SPDR Gold Shares ETF ຕັ້ງແຕ່ປີ 2004 ແລ້ວ ພຽງແຕ່ນັກລົງທຶນລາຍຍ່ອຍຈະບໍ່ສາມາດນຳໜ່ວຍທີ່ຖືມາແລກກັບຄຳແທ້ໄດ້ ແລະຍັງມີຄຣິບໂຕບາງໂປຣເຈັກທີ່ໄດ້ອອກຫຼຽນ Stablecoin ທີ່ຄໍ້າປະກັນໂດຍຄຳເຊັ່ນກັນ ແຕ່ຍັງບໍ່ໄດ້ຮັບຄວາມນິຍົມເທົ່າໃດ.

ຂອບໃຈຂໍ້ມູນຈາກ: https://cutt.ly/HBGV1a6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ